• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

G7 ຖະແຫຼງຈະສະໜັບສະໜູນັນດາເປົ້າໝາຍກ່ຽວກັບສິ່ງແວດລ້ອມ

      ວັນທີ 13 ມິຖຸນາ ຢູ່ ອັງກິດໄດ້ ອັດກອງປະຊຸມສຸດຍອດບັນດາການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ G7
ກອງປະຊຸມສຸດຍອດ G7 ດຳເນີນຢູ່ ອັງກິດເມື່ອວັນທີ 13 ມິຖຸນາ
      ບັນດາການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກຫຼື G7 ໄດ້ຖະແຫຼງຈະສະໜັບສະໜູນບັນດາເປົ້າໝາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມແລະຫຼຸດຜ່ອນປະລິມານອາຍພິດກໍ່ຜົນກະທົບເຮືອນແກ້ວທີ່ວາລະອັດກອງປະຊຸມສຸດຍອດ G7 ດຳເນີນຢູ່ ອັງກິດເມື່ອວັນທີ 13 ມິຖຸນາ.
    ຖະແຫຼງການດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເປັນເອກະພາບກັນຂອງບັນດາການນຳກຸ່ມ G7 ທີ່ກອງປະຊຸມສຸດຍອດຖືກຈັດຂຶ້ນເປັນຄັ້ງທຳອິດພາຍຫຼັງເກືອບສອງປີ. ໃນສົນທິສັນຍາກ່ຽວກັບທຳມະຊາດເຊິ່ງປະກາດໃນວັນທີ 13 ມິຖຸນາພ້ອມກັບຖະແຫຼງການຮ່ວມຂອງ G7, ບັນດາການນຳໄດໝັ້ນໝາຍຫຼຸດຜ່ອນເຄິ່ງປະລິມານອາຍພິດກາກບອນໃນປີ 2030 ເມື່ອທຽບໃສ່ປີ 2010 ແລະ ສະກັດກັ້ນສະພາບສູນເສຍຊີວະນາໆພັນ.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top