• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

FPTU Muay Club – ເຊື່ອມຕໍ່ວັດທະນະທຳ, ປຸກລຸກຄວາມເມົາມົວກັບ ມວຍໄທ

      ມວຍໄທ ແມ່ນປະເພດກິລາພື້ນເມືອງຂອງຄົນ ໄທ ແລະ ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຢູ່ຫຼາຍປະເທດໃນໂລກ ໃນນັ້ນ ມີ ຫວຽດນາມ. ຢູ່ຮ່າໂນ້ຍ, ມີສະໂມສອນຫຼາຍແຫ່ງສອນມວຍໄທໄດ້ຮັບການສ້າງຕັ້ງຂຶ້ນ ອັນໄດ້ດຶງດູດໃຈຜູ້ມີຄວາມເມົາມົວກັບກິລາປະເພດນີ້ເປັນຈຳນວນຫຼວງຫຼາຍ, ພິເສດແມ່ນບັນດາເພື່ອນໜຸ່ມ. ໂດຍໄດ້ຮັບການສ້າງຕັ້ງຂຶ້ນມາເກືອບ 2 ປີ, FPTU  Muay Club ຂອງ ມະຫາວິທະຍາໄລ FPT ແມ່ນສະໂມສອນສັງກັດ ມະຫາວິທະຍາໄລແຫ່ງທຳອິດທີ່ສອນ ມວຍໄທ ໃຫ້ແກ່ນັກສຶກສາ. ຈຸດພິເສດຂອງສະໂມສອນແຫ່ງນີ້ແມ່ນ ເມື່ອມາທີ່ນີ້, ນັກສຶກສາບໍ່ພຽງແຕ່ໄດ້ຮຽນມວຍໄທເທົ່ານັ້ນ ຫາກຍັງມີໂອກາດໄດ້ຮຽນຮູ້ກ່ຽວກັບ ວັດທະນະທຳ ໄທ ຕື່ມອີກ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ເຊີນທ່ານພ້ອມກັບນັກຂ່າວ Minh Ngoc ໄປຊອກຮູ້ກ່ຽວກັບສະໂມສອນແຫ່ງນີ້.
        17 ໂມງ 50 ນາທີ, ໃນເດີ່ນຝຶກມວຍຂອງສະໂມສອນ FPTU  Muay Club, ຢູ່ໃນບໍລິເວນມະຫາວິທະຍາໄລ FPT ຮວ່າລາກ ເຊິ່ງຫ່າງຈາກໃຈກາງນະນອນຮ່າໂນ້ຍ 40 ກິໂລແມັດໄດ້ມີການເຕົ້າໂຮມກັນເປັນຈຳນວນຫຼາຍ. ເດີ່ນຝຶກມວຍມີເນື້ອທີ່ກວ້າງປະມານ 300 ຕາແມັດ, ຫຼັງຄາມຸງ ແລະ ດ້ວຍແຜ່ນຢາງນຸ້ມບາງເພື່ອຮັບປະກັນຄວາມປອດໄພໃຫ້ແກ່ບັນດາຜູ້ຝຶກໃນຂະນະຝຶກຊ້ອມ.  ທ້າວ ຫງວຽນດວານຟຸ່ງ, ນັກສຶກສາພະແນກ Marketing, ມະຫາວິທະຍາໄລ FPT ແມ່ນສະມາຊິກຄົນໃໝ່ຂອງສະໂມສອນ ໄດ້ມີໜ້າໄວກວ່າໝູ່. ຟຸ່ງ ພວມຍາດແຍ່ງເວລາຊ້ອມຄືນທ່າຕ່າງໆທີ່ໄດ້ຮຽນມາໃນຊົ່ວໂມງກ່ອນ. ສຳລັບ ຟຸ່ງ ແລ້ວ, ແຕ່ລະຊົ່ວໂມງຝຶກຊ້ອມຢູ່ສະໂມສອນແມ່ນ ໄລຍະເວລາທີ່ລາວມັກທີ່ສຸດ. ເມື່ອແບ່ງປັນກ່ຽວກັບບຸນວາດສະໜາທີ່ ຟຸ່ງ ໄດ້ເຂົ້າຮ່ວມສະໂມສອນດັ່ງກ່າວ, ຟຸ່ງ ໃຫ້ຮູ້ວ່າ:
        ຢູ່ໂຮງຮຽນມີຫຼາຍສະໂມສອນກິລາປະເພດມວຍ ແຕ່ວ່າ ມວຍໄທ ແມ່ນຄວາມເມົາມົວຂອງນ້ອງມາແຕ່ດົນນານແລ້ວ. ນັບແຕ່ຕອນນ້ອງຮຽນ ປໍ 5, ນ້ອງມີຄວາມມັກຮັກກັບມວຍໄທຢູ່ແລ້ວ ແລະ ກໍບອກນຳຕົນເອງວ່າ ເມື່ອເຂົ້າຮຽນມະຫາວິທະຍາໄລຈະຊອກສະໂມສອນມວຍໄທ ເພື່ອເຂົ້າຮ່ວມໃຫ້ສົມໃຈ ແລະ ກໍໂຊກດີທີ່ມະຫາວິທະຍາໄລຂອງນ້ອງພັດມີສະໂມສອນສອນມວຍໄທໃຫ້ແກ່ນັກສຶກສາ, ນ້ອງກໍເລີຍລົງທະບຽນເຂົ້າຮ່ວມ. ນ້ອງມັກມວຍໄທ ເພາະວ່າ ມວຍຊະນິດນີ້ມີລັກສະນະກຽມພ້ອມຕີຕ້ານສູງ ແລະ ມີຈຸດເດັ່ນຫຼາຍກວ່າມວຍຊະນິດອື່ນໆ”.

FPTU  Muay Club ໄດ້ຮັບການສ້າງຕັ້ງເມື່ອເດືອນ ມີນາ ປີ 2019
       FPTU  Muay Club ໄດ້ຮັບການສ້າງຕັ້ງເມື່ອເດືອນ ມີນາ ປີ 2019 ຕາມແນວຄວາມຄິດຂອງອາຈານ ເຈິ່ນມິນຝູ ແລະ ອາຈານ ຫງວຽນວັນອຽນ ເຊິ່ງເປັນອາຈານສອນຢູ່ມະຫາວິທະຍາໄລ FPT. ໃນເບື້ອງຕົ້ນ, ສະໂມສອນນີ້ມີສະມາຊິກເຂົ້າຮ່ວມພຽງ 7 – 8 ຄົນເທົ່ານັ້ນ ແລະ ມາບັດນີ້, ຈຳນວນສະມາຊິກໄດ້ເພີ່ມຂຶ້ນເຖິງຫຼາຍກວ່າ 60 ຄົນແລ້ວ. ເມື່ອແບ່ງປັນກ່ຽວກັບແນວຄວາມຄິດສ້າງຕັ້ງສະໂມສອນດັ່ງກ່າວ, ອາຈານ ເຈິ່ນມິນຝູ ແບ່ງປັນວ່າ:
        “ທິດນຳຂອງໂຮງຮຽນ FPT ແມ່ນສ້າງກຳລັງຄວາມສາມາດໃຫ້ແກ່ນັກສຶກສາທົ່ວໂລກ. ນອກຈາກປະເພດກິລາຫຼັກໆທີ່ໄດ້ນຳເຂົ້າຫຼັກສູດການສອນຄື ມວຍ ວໍວີນາມ ແລ້ວ, ພວກຂ້າພະເຈົ້າຢາກໃຫ້ນັກສຶກສາໄດ້ສຳຜັດ ແລະ ຊອກຮູ້ກ່ຽວກັບວັດທະນະທຳ ແລະ ມວຍພື້ນເມືອງຂອງປະເທດອື່ນໆ, ພິເສດແມ່ນບັນດາປະເທດ ອາຊຽນ. ເພາະສະນັ້ນ ມວຍໄທ ໄດ້ນຳມາສອນຢູ່ທີ່ນີ້. ນີ້ແມ່ນປະເພດມວຍທີ່ເປັນໜ້າຈັບໃຈພໍສົມຄວນ ແລະ ມີມາແຕ່ດົນນານແລ້ວ. ດັ່ງນັ້ນ, ພວກຂ້າພະເຈົ້າຈຶ່ງມີແນວຄວາມຄິດຢາກສ້າງຕັ້ງສະໂມສອນ ສອນມວຍໄທ ນີ້ຂຶ້ນມາ”.
        ສະໂມສອນດັ່ງກ່າວໄດ້ເຄື່ອນໄຫວໃນຕອນແລງວັນອັງຄານ ແລະ ວັນພະຫັດຂອງທຸກໆອາທິດ. ບັນດາສະມາຊິກເຂົ້າຮ່ວມສະໂມສອນດັ່ງກ່າວ ເພາະວ່າເຂົາເຈົ້າຢາກຫັດກາຍ ແລະ ຮຽນວິທີປ້ອງກັນຕົວເອງ. ເພາະສະນັ້ນ, ສະໂມສອນດັ່ງກ່າວບໍ່ພຽງແຕ່ດຶງດູດໃຈບັນດານັກສຶກສາເພດຊາຍມາຝຶກຊ້ອມເທົ່ານັ້ນ ຫາກຍັງມີນັກສຶກສາເພດຍິງອີກດ້ວຍ. ເພື່ອນ ຫງວຽນທິກິມແອວງ ສະມາຊິກຂອງສະໂມສອນດັ່ງກ່າວໃຫ້ຮູ້ວ່າ:
        “ນ້ອງຮຽນ ມວຍໄທ ນັບແຕ່ຊຸມວັນທຳອິດ ເພາະວ່າ ມວຍໄທ ມີຄວາມໃກ້ຊິດກັບການດຳລົງຊີວິດດ້ວຍບັນດາທ່າປ້ອງກັນຕົວທີ່ງ່າຍໆ ເຊິ່ງເຮົາສາມາດປະຕິບັດໄດ້. ພາຍຫຼັງຝຶກຊ້ອມມວຍ ນ້ອງເຫັນວ່າ ສຸຂະພາບຂອງຕົນໄດ້ຍົກສູງຂຶ້ນ, ມີປະຕິກິລິຍາໄວກວ່າ. ໄລຍະທາງແຕ່ບ້ານນ້ອງມານີ້ກໍໄກພໍສົມຄວນ ແລະ ມີຄົນທຽວໜ້ອຍ ແຕ່ວ່ານັບແຕ່ຕອນຊ້ອມມວຍມານີ້ ນ້ອງບໍ່ຮູ້ສຶກຢ້ານອີກແລ້ວ”.

ສະໂມສອນ FPTU  Muay Club ບໍ່ພຽງແຕ່ດຶງດູດໃຈບັນດານັກສຶກສາເພດຊາຍມາຝຶກຊ້ອມເທົ່ານັ້ນ ຫາກຍັງມີນັກສຶກສາເພດຍິງອີກດ້ວຍ
      ນອກຈາກເວລາຝຶກຊ້ອມແລ້ວ, ອາຈານ ເຈິ່ນມິນຝູ ເຄີຍສະຫງວນແບ່ງເວລາ 5 ນາທີເພື່ອໂອ້ລົມກັບບັນດາສະມາຊິກໃນສະໂມສອນ. ໄປຄຽງຄູ່ກັບບັນດາເຕັກນິກຕີ ມວຍໄທ, ອາຈານ ຝູ ຍັງແບ່ງປັນກ່ຽວກັບການຄົ້ນຫາ, ປະສົບການຂອງຕົນເມື່ອມີໂອກາດໄປຝຶກຊ້ອມຢູ່ປະເທດເພື່ອນບ້ານ.
        ຂ້າພະເຈົ້າມັກແບ່ງປັນກ່ຽວກັບວັດທະນະທຳຂອງປະເທດ ໄທ, ນິດໄສມັກມ່ວນ ແລະ ສະໜິດສະໜົມ, ມັກຊ່ວຍເຫຼືອຄົນອື່ນຂອງຄົນໄທກັບພວກນ້ອງ. ພິເສດ, ຂ້າພະເຈົ້າໄດ້ມີໂອກາດຊິມບັນດາເຍື່ອງອາຫານຂອງ ໄທ ຄື ສົ້ມຕໍາ, ຜັດໄທ. ອາຫານ ໄທ ແຊບຫຼາຍ ແລະ ເໝາະກັບລົດຊາດຂອງຊາວຫວຽດນາມຫຼາຍ. ຜ່ານບັນດາເລື່ອງລາວຂອງຕົນ, ຂ້າພະເຈົ້າຢາກໃຫ້ພວກນ້ອງມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະທຳຂອງປະເທດເຈົ້າຂອງ ຂອງກິລາປະເພດມວຍເຊິ່ງຕົນເອງພວມຝຶກຊ້ອມຢູ່”.
        ໃຈຈົດໃຈຈໍ່ນັ່ງຟັງອາຈານເລົ່າເລື່ອງ, ບັນດາສຳມະນາກອນໄດ້ມີຄວາມເຂົ້າໃຈຕື່ມອີກກ່ຽວກັບ ປະເທດໄທ. ເພື່ອນ ຫງວຽນດວານຟຸ່ງ - ສະມາຊິກຂອງສະໂມສອນແບ່ງປັນຕື່ມອີກວ່າ:
      ເມື່ອເຂົ້າຮ່ວມສະໂມສອນນີ້, ພວກນ້ອງມີຄວາມເຂົ້າໃຈຕື່ມອີກກ່ຽວກັບຄວາມເປັນມາຂອງ ມວຍໄທ ແລະ ປະເທດໄທ. ບັນດາຄູຝຶກ ຍັງສອນໃຫ້ພວກນ້ອງເວົ້າພາສາໄທ ຕົວຢ່າງຄື ຄຳທັກທາຍ, ນັບເລກນ້ອງໄດ້ຮູ້ວ່າ ເມື່ອທັກທາຍກັບຄົນໄທ ຕ້ອງຍໍມືນົບ ເພື່ອສະແດງຄວາມເຄົາລົບນັບຖືກັບຜູ້ເຊິ່ງໜ້າ. ນ້ອງເຫັນວ່ານີ້ແມ່ນການກະທຳທີ່ໜ້າຈັບໃຈອີ່ຫຼີ”.
        ບັນດາສະມາຊິກໃນສະໂມສອນ ພ້ອມກັນແບ່ງປັນບັນດາຄວາມຊົງຈຳກ່ຽວກັບ ວັນບຸນ International Day  ຜ່ານມາ. FPTU  Muay Club ແມ່ນຜູ້ຕາງໜ້າໜຶ່ງດຽວແນະນຳກ່ຽວກັບປະເທດ ໄທ. ຮ້ານວາງສະແດງທີ່ເຕັມໄປດ້ວຍສີສັນທີ່ເປັນເອກະລັກສະເພາະຂອງປະເທດ ໄທ ດ້ວຍບັນດາຮູບພາບຂອງ ວັດພະແກ້ວ, ແມ່ນ້ຳເຈົ້າພະຍາ, ວາດຟ້ອນພື້ນເມືອງຂອງ ຊາວ ໄທ ຫຼື ລາຍການສະແດງ ມວຍໄທ ໂດຍບັນດາສະມາຊິກໃນສະໂມສອນສະແດງ ໄດ້ດຶງດູດຄວາມສົນໃຈຂອງນັກສຶກສາໃນໂຮງຮຽນເປັນຈຳນວນຫຼວງຫຼາຍ.
        “International Day  ແມ່ນກິດຈະກຳປະຈຳປີຂອງ ໂຮງຮຽນ. ທາງສະໂມສອນພວກເຮົາໄດ້ກະກຽມສິ່ງຂອງສັກສິດ, ຊຸດອາພອນປະຈຳຊາດຂອງໄທ, ອາຫານໄທ ແລະ ເກມຕ່າງໆ ກ່ອນນັ້ນ 2 ອາທິດ ເພື່ອດຶງດູດຜູ້ເຂົ້າຮ່ວມ. ບັນດາຜູ້ເຂົ້າຮ່ວມ ລ້ວນແຕ່ໃຫ້ການຕີລາຄາຢ່າງຕັ້ງໜ້າ ເປັນຕົ້ນແມ່ນ ອາຫານໄທແຊບ, ມວຍໄທ ງາມ. ສະນັ້ນ, ພາຍຫຼັງງານບຸນດັ່ງກ່າວ, ກໍມີນັກສຶກສາຫຼາຍຄົນລົງທະບຽນເຂົ້າຮ່ວມເປັນສະມາຊິກຂອງສະໂມສອນ”.
        ຮອດເວລາ 19 ໂມງ 30 ນາທີ ການຝຶກຊ້ອມກໍສິ້ນສຸດ. ເຖິງວ່າເຫື່ອຍ້ອຍເຕັມໜ້າແຕ່ບັນດາສະມາຊິກໃນສະໂມສອນຍັງຍິ້ມແຍ້ມແຈ່ມໃສ. ຈາກລາກັນ, ບັນດາສຳມະນາກອນບໍ່ລືມຄຳຕັກເຕືອນຂອງຄູຝຶກກ່ຽວກັບການຝຶກຊ້ອມທ່າຕີຕ່າງໆໃຫ້ນິ້ມນວນ. ບັນດາສະມາຊິກໃນສະໂມສອນຍັງຂຶ້ນແຜນກະກຽມໃຫ້ແກ່ວັນບຸນຂອງໂຮງຮຽນໃນໄລຍະຈະມາເຖິງ. ຜ່ານບັນດາເລື່ອງລາວເຊິ່ງ ຄູຝຶກໄດ້ເລົ່າສູ່ຟັງນັ້ນ, ແນ່ນອນວ່າ ພວກເພື່ອນຈະມີແນວຄວາມຄິດຫຼາຍຢ່າງເພື່ອແນະນຳໃຫ້ໝູ່ຂອງຕົນກ່ຽວກັບກິລາປະເພດນີ້./.
 (ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top