• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Festival ທະເລຍາຈາງ 2015 ສ້າງຄວາມປະທັບໃຈອັນດີງາມ ໃຫ້ແກ່ແຂກທ່ອງທ່ຽວ

ເວ​ທີ​ສະ​ແດງ​ສິ​ລະ​ປະ​ໃນ​ພິ​ທີ​ອັດ Festival
(ພາບ: Văn Thành Châu)
​        ດ້ວຍ​ຫົວ​ຂໍ້ “ສັນ​ຕິ​ພາບ ແລະ ຫົວ​ຄິດ​ປະ​ດິດ​ສ້າງ”, Festival ທະ​ເລ​ຍາ​ຈາງ - ແຂວງ ແຄ໋ງ​ຮ່​ວາ ຖື​ກ​ອັດ​ລົງ​ເມື່ອ​ຕອ​ນ​ຄ່ຳ​ວັນ​ທີ 14/7, ດ້ວຍ​ລາຍ​ການ​​ຮ້ອງ​ລຳ​ທຳ​ເພ​ງ, ສະ​ແດງ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເກືອບ 150.000 ຄົນ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ, ທ່ານ ເຈີ່ນ​ເຊີນ​ຫາຍ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ກ​ຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄ໋ງ​ຮ່​ວາ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ Festival, ເນັ​້ນ​ໜັກ​ວ່າ: Festival ທະ​ເລ​ຍາ​ຈາງ - ແຄ໋ງ​ຮ່​ວາ ປີ 2015 ໄດ້​ນຳ​ມາ​ເຊິ່ງ​ໃຫ້​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ບັນ​ດາ​ຊຸມ​ວັນ​ທີ່​ມ່ວນ​ຊື່ນ, ສ້າງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ນະ​ຄອນ ຍາ​ຈາງ - ແຄ໋ງ​ຮ່​ວາ ທີ່​ອະ​ລິ​ຍາ​ທຳ, ສະ​ໜິດ​ສະ​ໜົມ ແລະ ຮັກ​ແພງ​ແຂກ​ຄົນ. ​ມີ​ກ່​ວາການ​ເຄື່ອນ​ໄຫວ​ງານ​ບຸນ, ວັດ​ທະ​ນະ​ທຳ, ກິ​ລາ - ກາຍ​ຍ​ະ​ກຳ, ເສດ​ຖະ​ກິດ ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​​ໄດ້​ທີ່ດຳ​ເນີນ​ໃນ​ຕະຫຼອດ​ໜຶ່ງ​​ອາ​ທິດ​ຜ່ານ​ມາ​ ​ອັນໄດ້​ເຮັດ​ໃຫ້​ນະ​ຄອນ ຍາ​ຈາງ ​ເພີ່ມ​ຄວາມ​ຟົດ​ຟື້ນ ແລະ ເຕັ້ມ​ໄປ​ດ້ວຍ​ສີ​ສັນຫຼາກ​ຫຼາຍ.
 (​ແຫຼ່ງຄັດ​ຈາກ VOV)


ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

ວັນທີ 07 ພຶດສະພາ, ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 07 ພຶດສະພາ 1954 – 07 ພຶດສະພາ 2024) ຂຶ້ນຢ່າງສົມກຽດ, ເຊິ່ງເປັນໄຊຊະນະໄດ້ສ້າງຂີດໝາຍໃນປະຫວັດສາດໂລກ. ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ. ໄຊຊະນະ ດ້ຽນບຽນຝູ ຊຸກຍູ້ຂະບວນການປົດປ່ອຍຊາດທົ່ວໂລກບັນລຸໄດ້ໄຊຊະນະຢ່າງສົມບູນ.

Top