• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

EVFTA – ໂອກາດ ພ້ອມກັນໄຊຊະນະ

ໃນຂະນະທ່ີສະພາບເສດຖະກິດໂລກ ພວມປົກຄຸມໄປດ້ວຍຄວາມມືດມົນ ຍ້ອນໄດ້ຮັບ ຜົນສະທ້ອນຈາກ ການລະບາດ ໂຄວິດ-19 ແລະ ຄວາມບໍ່ແນ່ນອນ ຂອງສົງຄາມການຄ້າລະຫວ່າງ ສ ອາເມລິກາ ແລະ ສປ ຈີນ, ສັນຍາການຄ້າ ເສລີ ຫວຽດນາມ-ເອີຣົບ (EVFTA) ມີ ຜົນບັງຄັບໃຊ້ແຕ່ວັນທີ 1 ສິງຫາ 2020 ໄດ້ ຫາງສຽງສາກົນຕີລາຄາສູງ, ຖືວ່າ ແມ່ນເຫດການພິເສດໜຶ່ງ, ເປັນຈຸດແສງສະຫວ່າງ ທີ່ຫາຍາກກ່ຽວກັບການເຄື່ອນໄຫວການ ຄ້າສາກົນ ໃນສະພາບທີ່ຫຍຸ້ງຍາກຄືປັດຈຸບັນ. EVFTA ໄດ້ສ້າງຄວາມມຸ່ງຫວັງ ຈະນໍາມາຜົນປະໂຫຍດ ທີ່ຍິ່ງໃຫຍ່ ກ່ຽວກັບການຟື້ນຟູ, ຂະຫຍາຍຕົວ ແລະ ພັດທະນາຢ່າງໝັ້ນຄົງ ໃຫ້ແກ່ ເສດຖະກິດ ຫວຽດນາມ, ສະຫະພາບ ເອີຣົບ (EU) ແລະ ບັນດາຄູ່ຮ່ວມມືທີ 3 ເມື່ອເຂົ້າຮ່ວມໃນລະບົບ ມູນຄ່າທົ່ວໂລກດັ່ງກ່າວ. ເພາະສະນັ້ນ ບໍ່ແປກໃຈເມື່ອເຫັນ EVFTA ໄດ້ຕີລາຄາວ່າ ເປັນສັນຍາໜຶ່ງ ມີລັກສະນະປະຫວັດສາດ ແລະ ຈະສ້າງໂອກາດພ້ອມກັນໄຊຊະນະ ໃຫ້ແກ່ທັງສອງຝ່າຍ, ໃຫຍ່ກວ່າສັນຍາ FTA ສະບັບໃດ ທີ່ ຫວຽດນາມ ເຄີຍໄດ້ຮັບມາກ່ອນ.
ຄວາມຄາດຫວັງ ຂອງ EU
ກ່ອນທີ່ຈະມີສັນຍາ EVFTA, ຫວຽດນາມ ແລະ EU ໄດ້ເປັນຄູ່ຮ່ວມມືການຄ້າທີ່ສຳຄັນຂອງກັນ ແລະ ກັນ. ສຳລັບ EU, ​ຫວຽດ ນາມ ບໍ່ພຽງແຕ່ແມ່ນຕະຫຼາດໜຶ່ງທີ່ສຳຄັນ, ມີຄວາມຂະຫຍັນ ຂັນເຂື່ອນ, ໝັ້ນຄົງ, ເຕັມໄປດ້ວຍທ່າແຮງບົ່ມຊ້ອນ ດ້ວຍການບໍລິໂພກ ຈຳນວນຫຼາຍ ຈາກປະຊາກອນເກືອບ 100 ລ້ານຄົນ, ພ້ອມນີ້ຍັງເປັນຈຸດເຊື່ອມຕໍ່ທີ່ດີ ເພື່ອໃຫ້ບັນດາວິສາຫະກິດ EU ອາດສາມາດເຂົ້າສູ່ຕະຫຼາດ ແຫ່ງໜຶ່ງທີ່ກວ້າງໃຫຍ່ ນັ້ນແມ່ນ ASEAN. ດັ່ງນັ້ນ ມັນບໍ່ຍາກ ທ່ີຈະຈິນຕະນາການ ຄວາມຫວັງຂອງ ບັນດານັກລົງທຶນ EU ຕໍ່ EVFTA, ເປັນຕົ້ນແມ່ນໃນສະ ພາບການ ໄດ້ຮັບຜົນກະທົບຈາກການລະບາດໂຄວິດ-19 ແລະ ສະພາບການເສດຖະກິດ, ການຄ້າໂລກ ກໍາລັງປະສົບຄວາມບໍ່ແນ່ນອນ ທ່ີບໍ່ສາມາດຄາດເດົາໄດ້ ດັ່ງປັດຈຸບັນ. 

ກ່ຽວກັບການລົງທຶນ, ເຖິງປັດຈຸບັນ EU ມີໂຄງການລົງທຶນ ຢູ່ ຫວຽດນາມ 2.244 ແຫ່ງ ດ້ວຍຍອດທຶນຈົດທະບຽນ 24,67 ຕື້ ໂດລາສະຫະລັດ, ຍັງບໍ່ນັບ ໂຄງການຈຳນວນໜ່ຶງ ທີ່ໄດ້ຜ່ານ ປະເທດ ຫຼື ເຂດແຄວ້ນທີ 3 ອີກດ້ວຍ. 

ອີກຕົວຢ່າງໜຶ່ງທີ່ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດນາມ ເປັນຕະຫຼາດທີ່ສຳຄັນຂອງ EU. ນັ້ນຄືໃນ 8 ເດືອນ ຕົ້ນປີ, ຍ້ອນໄດ້ຮັບຜົນສະທ້ອນຈາກການລະບາດ ໂຄວິດ-19, ເຖິງວ່າ ມູນຄ່ານຳເຂົ້າ ສິນຄ້າ ລະຫວ່າງ ຫວຽດນາມ ກັບປະເທດຈຳນວນ ໜຶ່ງຫຼຸດລົງ, ແຕ່ກັບ EU ແມ່ນເພີ່ມຂຶ້ນ. ຕົວຢ່າງກັບ ສ ເກົາຫຼີ ຫຼຸດ 8,3% (ບັນລຸ 28,7 ຕື້ໂດລາສະຫະລັດ), ກັບ ASEAN ຫຼຸດ ລົງ 9,2% (ບັນລຸ19,4 ຕື້ໂດລາສະຫະລັດ), ແຕ່ສຳລັບກັບ EU ໄດ້ເພີ່ມຂຶ້ນ 4,7% (ບັນລຸ 9,5 ຕື້ໂດລາສະຫະລັດ).  


ສັນຍາການຄ້າ ເສລີ ຫວຽດນາມ-EU (EVFTA) ມີ ຜົນ ບັງຄັບໃຊ້ແຕ່ວັນທີ 1 ສິງຫາ 2020 ໄດ້ນໍາມາສັນຍານ ທີ່ດີ ໃຫ້ແກ່ການສົ່ງອອກເຂົ້າ ຫວຽດນາມ. ພາບ: VNP


ຮ້ານຂາຍເຄື່ອງຫຼູຫຼາ ນຳເຂົ້າຈາກ EU ແຫ່ງໜຶ່ງຕັ້ງ ຢູ່ຖະ ໜົນສາຍໜຶ່ງ ໃນ ຮ່າໂນ້ຍ. ພາບ: ຫວຽດເກື່ອງ/VNP


ພິທີເຊັນສັນຍາການຄ້າເສລີ ແລະ ສັນຍາປົກປ້ອງການ ລົງທຶນ ລະຫວ່າງ ຫວຽດນາມ ແລະ EU. ພາບ: VNA


ທີ່ຮ້ານຂາຍລົດໃຫຍ່ ລາຄາສູງ ນຳເຂົ້າຈາກ EU ແຫ່ງ ໜຶ່ງ. EVFTA ຈະເຮັດໃຫ້ພາສີນໍາເຂົ້າ ກາຍເປັນ 0% ພາຍ ຫຼັງ EVFTA ມີຜົນບັນຄັບໃຊ້. ພາບ: ເອກະສານ


EVFTA-ໂອກາດຍົກສູງຄຸນນະພາບເຄື່ອງກະເສດ ຫວຽດນາມ ເມື່ອເຂົ້າຮ່ວມຕ່ອງໂສ້ມູນຄ່າທົ່ວໂລກ. ພາບ: ແທງຢາງ/VNP


ເຕັກໂນໂລຊີ ອັດຕະໂນມັດ ຂອງ ບໍລິສັດ ABB ໄດ້ນຳ ມາ ສະເໜີ ໃນງານຕະຫຼາດນັດ ກ່ຽວກັບ ເຄື່ອງກົນຈັກເຕັກ
ໂນໂລຊີ ເຊິ່ງໄດ້ຈັດຂຶ້ນຢູ່ ຫວຽດນາມ. ພາບ: ຫວຽດເກື່ອງ/ VNP



EVFTA ເປັນໂອກາດເຂົ້າໃກ້ກັບແຫຼ່ງທຶນ ແລະ ເຕັກ ໂນໂລຊີ ຂອງບັນດານັກລົງທຶນ ກ່ຽວກັບ ການຜະລິດໄຟຟ້າ ດ້ວຍພະລັງງານແຮງລົມທີ່ມາຈາກ EU. ພາບ: ທົງຫາຍ/VNP


ສິນຄ້າ EU ເປັນບັນດາຜະລິດຕະພັນອຸດສາຫະກໍາ
ໜັກ ໄດ້ນຳເຂົ້າຜ່ານທ່າກຳປັ່ນ ຫາຍຝ່ອງ. ພາບ: ຫວຽດເກື່ອງ/VNP



ບັນດາປະເພດສິນຄ້າຕໍ່າແຜ່ນຕັດຫຍິບລະດັບສູງຂອງ EU ໄດ້ຊາວ ຫວຽດນາມ ໃຫ້ຄວາມໄວ້ວາງໃຈສູງ. ພາບ: ຫວຽດເກື່ອງ/VNP


ນໍ້ານົມ ແລະ ບັນດາຜະລິດຕະພັນທີ່ເຮັດດ້ວຍນໍ້ານົມ ທີ່ນຳມາຈາກ EU ເປັນປະເພດສິນຄ້າທີ່ມີຊື່ສຽງ, ຂາຍດີ ຢູ່ບັນດາຮ້ານຄ້າໃນ ຫວຽດນາມ. ນີ້ແມ່ນປະເພດສິນຄ້າ ໄດ້ ຮັບການຍົກເວັ້ນພາສີ ຢ່າງໄວ, ຊ້າທີ່ສຸດ ແມ່ນ 3 ປີ ພາຍ ຫຼັງການປະຕິບັດ EVFTA. ພາບ: ຫວຽດເກື່ອງ/VNP


ຮ້ານຂາຍຊີ້ນ ແລະ ບັນດາຜະລິດຕະພັນປຸງແຕ່ງຈາກຊີ້ນໝູ ທີ່ນຳເຂົ້າຈາກ EU ໃນ ຮ່າໂນ້ຍ. ປະເພດສິນຄ້າດັ່ງ ກ່າວ ຈະໄດ້ຫຼຸດພາສີ ແລະ
ຍົກເວັ້ນພາສີ ພາຍໃນ 7-10 ປີ ພາຍຫຼັງການປະຕິບັດ EVFTA. ພາບ: ຫວຽດເກື່ອງ/VNP

ຕົວຈິງຊີ້ໃຫ້ເຫັນວ່າ ຍ້ອນລະດັບຊີວິດການເປັນຢູ່ຂອງຊາວ ຫວຽດນາມ ໄດ້ຍົກສູງຂຶ້ນ, ສະນັ້ນຄວາມຕ້ອງການຊື້ ສິນຄ້າ ລະດັບສູງ, ໃນນັ້ນ ມີສິນຄ້າທີ່ນຳເຂົ້າຈາກ EU ນັບມື້ເພີ່ມສູງຂຶ້ນ. ອາດຍ້ອນແນວນັ້ນ, ຢູ່ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ດ່າໜັງ ແລະ ນະຄອນຕ່າງໆ, ບໍ່ຍາກ ທ່ີຈະພົບເຫັນບັນດາຮ້ານຂາຍລົດໃຫຍ່ຍີ່ຫໍ້ Mercedes-Benz, BMW, Peugeot ຫຼືບັນດາຮ້ານ ຂາຍເຄື່ອງແຟຊັ່ນ ທີ່ມີຊື່ສຽງ ຂອງ EU ຄື: Louis Vuitton, Chanel, Gucci, Lacoste, Prada... ບໍ່ພຽງເທົ່ານັ້ນ, ຢູ່ບັນດາຂົງເຂດ ທີ່ບໍ່ມີຫຼາຍຄົນຮູ້ຈັກຄື ອຸປະກອນການແພດ, ການຢາ, ສານເຄມີ, ເຮືອບິນ ພົນລະເຮືອນ, ບໍລິການ, ທະນາຄານ, ປະກັນໄພ, ເຄື່ອງຈັກ, ອຸປະກອນ ເຕັກໂນໂລຊີລະດັບສູງ...ຂອງບັນດານັກລົງທຶນຈາກ EU, ປັດຈຸບັນ ຊາວຫວຽດນາມ ໃຫ້ຄວາມສົນໃຈ ເປັນພິເສດ. 

EVFTA ເປັນ FTA ທີ 13 ມີຜົນບັງຄັບໃຊ້ ຂອງ ຫວຽດນາມ ແລະ ເປັນ FTA ລຸ້ນໃໝ່ທີ 2 ຂອງ ຫວຽດນາມ ຫຼັງຈາກ CPTPP. ຢູ່ທະວີບ ອາຊີ, ຫວຽດນາມ ເປັນໜຶ່ງໃນຈຳນວນບໍ່ເທົ່າໃດ ປະເທດ ທີ່ມີ FTA ກັບ EU (ຫຼັງຈາກ ສ ເກົາຫຼີ, ຍີ່ປຸ່ນ ແລະ ສິງກະໂປ). ດ້ວຍຈຳນວນດັ່ງກ່າວ, ຫວຽດນາມ ພວມຢູ່ໃນກຸ່ມ ບັນດາ ພື້ນຖານເສດຖະກິດ ມີຫຼາຍ FTA ທີ່ສຸດໃນພາກພື້ນ ແລະ ໂລກ.
ສະນັ້ນ ມັນບໍ່ແມ່ນເລື່ອງບັງເອີນ, ວາລະສານ Financial Post ຂອງ ການາດາ ໄດ້ຄັດການຕີລາຄາ ຂອງ EU ຖື EVFTA ເປັນ “ຂໍ້ຕົກລົງການຄ້າເສລີ ທີ່ມີຄວາມຫວັງສຸດ” ເຊິ່ງທະວີບ ນີ້ໄດ້ລົງນາມ ກັບປະເທດໜຶ່ງພວມ ພັດທະນາ. ອະທິບາຍໃຫ້ “ຄວາມຫວັງ” ດັ່ງກ່າວ, ບັນດາຜູ້ຊ່ຽວຊານ ໄດ້ໃຫ້ຂໍ້ສັງເກດວ່າ ສຳລັບ EVFTA, EU ບໍ່ພຽງແຕ່ໄດ້ຮັບຜົນປະໂຫຍດ ອັນໃຫຍ່ຫຼວງຈາກ ຫວຽດນາມ, ໜຶ່ງໃນບັນດາພື້ນຖານເສດຖະກິດໃໝ່ ທີ່ສຳເລັດຜົນທີ່ສຸດໃນໂລກເທົ່ານັ້ນ, ຜ່ານ ຫວຽດນາມ, ປະເທດພວມ ມີຖານະບົດບາດ ແລະ ອິດທິພົນຊື່ສຽງຢູ່ ASEAN, ບັນດາວິສາຫະກິດ EU ຍັງສາມາດເຂົ້າເຖິງຕະຫຼາດ ໄດ້ຮັບການຕີລາຄາວ່າ ຂະຫຍັນຂັນເຂື່ອນ ທີ່ສຸດໃນໂລກ ດ້ວຍພົນລະເມືອງກວ່າ 600 ລ້ານຄົນ. ບໍ່ພຽງເທົ່ານີ້, ຍັງມີການຄາດຄະເນວ່າ ພ້ອມກັບ FTA EU ໄດ້ລົງນາມກັບ ສິງກະໂປ, EVFTA ຈະແມ່ນແບບຢ່າງ ແລະ ເປັນແປ້ນຢັນເປີດທາງໃຫ້ EU ສ້າງຕັ້ງເພີ່ມເຕີມບັນດາສັນຍາການຄ້າເສລີ ກັບປະເທດສະມາຊິກຕ່າງໆ ຂອງ ASEAN ຫຼື ເປັນ FTA ຫຼາຍຝ່າຍ EU -ASEAN. 

ສາມາດເວົ້າໄດ້ວ່າ EU ຄາດຫວັງ EVFTA ຈະນໍາມາຊຶ່ງຜົນປະໂຫຍດຫຼາຍຢ່າງ, ເພາະນີ້ແມ່ນຂໍ້ຕົກລົງທີ່ໄດ້ລົງນາມ ກັບປະ ເທດ ທ່ີໄດ້ປະກອບສ່ວນ ເຂົ້າໃນພື້ນຖານເສດຖະກິດ EU. ດັ່ງ ນັ້ນ, ຫວຽດນາມ ຈິ່ງເປັນຜູ້ຜະລິດສິນຄ້າຈໍານວນຫຼາຍ ທີ່ EUຕ້ອງການ ແລະ ເປັນປະເທດ ຈະນຳເຂົ້າສິນຄ້າຈາກ EU, ພ້ອມນີ້ກໍ່ເປັນ ຂົວເຊື່ອມຕໍເພື່ອໃຫ້ EU ເປີດກວ້າງ ແລະ ປັບປຸງຄືນຕະຫຼາດ ຂອງຕົນ. 

ເວົ້າເຖິງ EVFTA, ທ່ານ Nicolas Audier ປະທານຫ້ອງການ ຄ້າ EU ປະຈໍາ ຫວຽດນາມ (EuroCham) ໃຫ້ຮູ້ວ່າ ວິສາຫະ ກິດ ທີ່ເປັນສະມາຊິກຂອງ EuroCham 80% ແມ່ນມີຄວາມ ຫວັງດີ ຕໍ່ການລົງທຶນເຮັດທຸລະກິດຢູ່ ຫວຽດນາມ. ເພາະສະນັ້ນ, ເພິ່ນຢັ້ງຢືນວ່າ: “EuroCham-ຕາງໜ້າໃຫ້ວິສາຫະກິດ ແລະ ນັກລົງທຶນ EU ຢູ່ ຫວຽດນາມ ກວ່າ 1.000 ຄົນ ພ້ອມແລ້ວ ທີ່ຈະຮ່ວມມືກັບ ຫວຽດນາມ ເພື່ອຮັບປະກັນໃຫ້ຕ່າງຝ່າຍຕ່າງສາ ມາດນຳໃຊ້ທ່າແຮງບົ່ມຊ້ອນ ຂອງ EVFTA ໃນປັດຈຸບັນ ແລະ ອະນາຄົດ ຢ່າງສຸດຂີດ”. 

ການສົ່ງອອກ, FDI ... ແລະ ກາລະໂອກາດ ຂອງ ຫວຽດນາມ
ເພີ່ມທະວີການສົ່ງອອກ ແລະ ຊຸກຍູ້ດຶງດູດ ການລົງທຶນໂດຍກົງ ຈາກຕ່າງປະເທດ (FDI) ຖືວ່າ ແມ່ນສອງໃນຈຳນວນກໍາລັງໜູນ ຕົ້ນຕໍ ເພື່ອຊ່ວຍ ຫວຽດນາມ ຮັກສາ ແລະ ຊຸກຍູ້ການຂະຫຍາຍຕົວທາງເສດຖະກິດ. 

ໃນການຄົ້ນຄວ້າເມື່ອມໍ່ໆ ນີ້, ສະຖາບັນຄົ້ນຄວ້າ ອາຊີຕາເວັນ ອອກສ່ຽງໃຕ້ (ISEAS) ມີສໍານັກງານໃຫຍ່ຕັ້ງຢູ່ ສິງກະໂປ ໄດ້ ເນັ້ນໜັກວ່າ ຕົວເລກຂະຫຍາຍຕົວດ້ານເສດຖະກິດຂອງ ຫວຽດ ນາມ ໄດ້ເພີ່ມຂຶ້ນ ຢ່າງໄວໃນ 30 ປີຜ່ານມາ ແມ່ນຂຶ້ນກັບ ການ ສົ່ງອອກ ແລະ ການ ລົງທຶນໂດຍກົງຈາກຕ່າງປະເທດ (FDI). ສິ່ງດັ່ງກ່າວ ຊ່ວຍເຮັດໃຫ້ ຫວຽດນາມ ກາຍເປັນໜຶ່ງໃນ ບັນດາພື້ນຖານເສດຖະກິດ ເປີດທີ່ສຸດ ໃນໂລກ. ISEAS ໄດ້ສັງເກດວ່າ ຫວຽດນາມ ຖືໂອກາດເຊື່ອມໂຍງ ເສດຖະກິດສາກົນ ເປັນວິທີແກ້ໄຂ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ; ຖືການຄ້າ ແລະ ການລົງທຶນແມ່ນບັນດາ ເຄື່ອງມື ທີ່ສຳຄັນ ເພື່ອ ແລກປ່ຽນ ແລະ ຍົກລະດັບພື້ນຖານເສດຖະກິດ. 

ທ່ານ Nicolas Audier ປະທານ EuroCham ໃຫ້ຮູ້ວ່າ ໃນສະ ພາບການສົງຄາມການຄ້າ ແລະ ໂລກລະບາດທົ່ວໂລກ ພວມທຳລາຍການເຄື່ອນໄຫວດຳເນີນເຮັດທຸລະກິດ ແບບບໍ່ເຄີຍມີມາກ່ອນ, ການຈັດຕັ້ງປະຕິບັດສັນຍາ EVFTA ກາຍເປັນສິ່ງສໍາຄັນ ກວ່າເວລາໃດໝົດ. 

ຄວາມຈິງສະແດງໃຫ້ເຫັນວ່າ EVFTA ພວມດຶງດູດ ຄວາມສົນ ໃຈຢ່າງຍິ່ງໃຫຍ່ ຂອງປະຊາຄົມວິສາຫະກິດ ຫວຽດນາມ, ເພາະ EU ເປັນຄູ່ຮ່ວມມື ນໍາເຂົ້າແຖວໜ້າ ດ້ວຍແຮງຊື້ເປັນອັນດັບ 2 ຂອງໂລກ ແລະເປັນຕະຫຼາດສົ່ງອອກສຳຄັນພິເສດ ຂອງ ຫວຽດ ນາມ ໃນຫຼາຍປີ. ເພາະສະນັ້ນ, ຫຼັງຈາກ EVFTA ມີຜົນບັງຄັບໃຊ້ ຢ່າງເປັນທາງການ, ໂດຍບໍ່ສົນຕໍ່ຄວາມຫຍຸ້ງຍາກຂອງ ການລະບາດໂຄວິດ-19, ໝູນໃຊ້ ຈົນສຸດຄວາມສາມາດນະໂຍບາຍພິເສດກ່ຽວກັບພາສີຂອງສັນຍາດັ່ງກ່າວ, ການເຄື່ອນໄຫວສົ່ງອອກຂອງ ຫວຽດນາມ ໄປຍັງ EU ເພີ່ມສູງຂຶ້ນ ເມື່ອທຽບກັບການຊຸດໂຊມຂອງຊຸມເດືອນກ່ອນໜ້ານີ້. 




ຈາກຂ່າວຫຼ້າສຸດຈາກກະຊວງກະສິກໍາ ແລະ ພັດ ທະນາຊົນນະບົດ, ຈາກສະຖິຕິ ໃນເບື້ອງຕົ້ນພາຍຫຼັງ 1 ເດືອນ EVFTA ມີຜົນບັງຄັບໃຊ້, ມູນຄ່າການສົ່ງອອກ ກາ ເຟ, ພິກໄທ ແລະ ເຄື່ອງກະເສດ, ເຄື່ອງປ່າ ແລະ ສິນໃນ ນໍ້າ ທີ່ສົ່ງອອກໄປ EU ເມື່ອເດືອນ ສິງຫາ 2020 ມີມູນຄ່າ 350 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 17% ເມື່ອທຽບ ກັບ ເດືອນ ກໍລະກົດ 2020.  ພາບ: ເອກະສານ


ເຂົ້າຫອມ 9 ປະເພດໄດ້ຮັບການຫຼຸດພາສີ ເມື່ອສົ່ງ ອອກໄປສູ່ EU. ພາບ: VNA


ເລື່ອງ EVFTA ໄດ້ອະນຸມັດຜ່ານ ຈະຊ່ວຍເຮັດໃຫ້ ອຸດສາຫະກໍາ ໝາກມ່ວງຫິມະພານ ເຂົ້າຮ່ວມໃນຕ່ອງໂສ້ ສະໜອງສິນຄ້າທົ່ວໂລກຢ່າງເລິກເຊິ່ງ ແລະ ເພີ່ມຂະໜາດ ການສົ່ງອອກ ໄປສູ່ຕະຫຼາດ EU. ພາບ: VNP


ການສົ່ງອອກກຸ້ງ ໃນເດືອນ ກໍລະກົດ ແລະ ສິງຫາ ຂະ ຫຍາຍຕົວດີຂຶ້ນ ແລະ ຄາດວ່າ ຈະເພີ່ມຂຶ້ນ ໂດຍອາໄສ EVFTA. ພາບ: VNP


ດ້ວຍຂະໜາດນໍາເຂົ້າເຄື່ອງຕໍ່າແຜ່ນ ຕັດຫຍິບກວ່າ 250 ຕື້ໂດລາສະຫະລັດຕໍ່ປີ, EU ເປັນຕະຫຼາດນໍາເຂົ້າ ເຄື່່ອງຕໍ່າແຜ່ນຕັດຫຍິບດ້ວຍຈຳນວນຫຼາຍທີ່ສຸດຂອງໂລກ, ກວມ 34% ຍອດມູນຄ່ານຳເຂົ້າເຄ່ື່ອງຕໍ່າແຜ່ນ ຕັດຫຍິບ ຂອງ ໂລກ, ໃນນັ້ນ ມີຂະແໜງຕຳ່ແຜ່ນຕັດຫຍິບ ຫວຽດ ນາມ. ພາບ: VNP


ຫຼັງຈາກ EVFTA ມີຜົນບັງຄັບໃຊ້, ປະເພດສິນຄ້າຄື: ຖົງ, ກະເປົ້າເງິນ, ກະເປົ້າ, ຮີບໃສ່ເຄື່ອງ, ເກີບອອກແຮງ ງານ ແລະ ເກີບກິລາ ຈະໄດ້ຍົກເວັ້ນພາສີ ເປັນ 0% ໃນທັນ ທີ, ໃນນັ້ນ ປະເພດເກີບໜັງ ຈະໄດ້ຫຼຸດ ພາສີ ແຕ່ 12% ມາ ເປັນ 0% ພາຍໃນ 3-7 ປີ. ພາບ: VNP


EVFTA ຈະເປັນໂອກາດເພື່ອໃຫ້ບັນດາໝູ່ບ້ານອາຊີບ ຫັດຖະກຳ ສິລະປະກຳ ມູນເຊື້ອ ຫວຽດນາມ ເປີດກວ້າງ
ຕະຫຼາດສົ່ງອອກ. ພາບ: VNP

ຕາມຂໍ້ມູນຂອງກົມໃຫຍ່ພາສີ, ເຖິງທ້າຍເດືອນສິງຫາ, ຍອດມູນ ຄ່າ ສົ່ງອອກຈາກ ຫວຽດນາມ ໄປຍັງ EU ບັນລຸໄດ້ 25,92 ຕື້ໂດລາສະຫະລັດ. ສະເພາະ ເດືອນ ສິງຫາ, ເມື່ອ EVFTA ມີຜົນບັງຄັບໃຊ້ຢ່າງເປັນທາງການ, ມູນຄ່າສົ່ງອອກຂອງ ຫວຽດນາມ ໄປຍັງຕະຫຼາດ EU ບັນລຸໄດ້ 3,78 ຕື້ໂດລາສະຫະລັດ, ສູງກວ່າປະມານ 600 ລ້ານໂດລາສະຫະລັດ ເມື່ອທຽບກັບ 7 ເດືອນ ຕົ້ນປີ, ສ່ວນຫຼາຍແມ່ນປະເພດສິນຄ້າທີ່ ຫວຽດນາມ ມີທ່າແຮງຄື: ໂທລະສັບ, ຄອມພີວເຕີ, ເຄື່ອງອາໄຫຼ່ ເອເລັກໂຕຣນິກ, ຜະລິດ ຕະພັນການກະເສດ, ຕໍ່າແຜ່ນ, ຕັດຫຍິບ, ເກີບ, ເຄື່ອງໜັງ ແລະ ອື່ນໆ.

ຂ່າວຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຊີ້ໃຫ້ເຫັນວ່າ ການສົ່ງອອກຜະລິດຕະພັນການກະເສດ, ເຄື່ອງປ່າ ແລະ ສິນໃນນໍ້າ ຂອງ ຫວຽດນາມ ເລີ່ມຟື້ນຕົວຍ້ອນ EVFTA. ບັນດາໃບສັ່ງຊື້ສິນໃນນໍ້າຈາກ EU ໃນເດືອນສິງຫາ 2020 ເພີ່ມ ຂຶ້ນ 10% ເມື່ອທຽບ ກັບເດືອນ ກໍລະກົດ 2020. ລາຄາບັນດາ ຜະລິດຕະພັນ ເຂົ້າສານ ຂອງ ຫວຽດນາມ ໄດ້ສູງຂຶ້ນ ຫຼັງຈາກ EVFTA ມີຜົນບັງຄັບໃຊ້, ເພີ່ມແຕ່ 80-200 ໂດລາສະຫະລັດ/ໂຕນ ເມື່ອທຽບກັບ ທ້າຍເດືອນ ກໍລະກົດ 2020. 

ພ້ອມກັບການສົ່ງອອກ, EVFTA ຍັງຊ່ວຍໃຫ້ ຫວຽດນາມ ດຶງດູດ ທຶນ FDI ອັນດັບໜຶ່ງຂອງໂລກ. ທ່ານເອກອັກຄະລັດຖະທູດ Pier Giorgio Aliberti, ຫົວໜ້າຄະນະຜູ້ແທນສະຫະພາບ EU ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຖ້າມີການເຄື່ອນໄຫວ ການຄ້າ ຂອງ EU ເຂົ້າຫວຽດນາມ, EVFTA ຈະດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ຄັ້ງໃໝ່ ຈາກ EU ເຂົ້າ ຫວຽດນາມ. 

ອີກຈຸດໜຶ່ງທີ່ໜ້າສົນໃຈແມ່ນຍ້ອນຜົນກະທົບ ຈາກການລະບາດໂຄວິດ-19 ແລະ ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ສ ອາເມ ລິກາ ແລະ ສປ ຈີນ ໄດ້ເຮັດໃຫ້ໂລກ ເກີດສະພາບການຫັນປ່ຽນ ແຫຼ່ງເງິນລົງທຶນ. ນັກລົງທຶນຫຼາຍຄົນໃນໂລກ ເລີ່ມໄປຊອກຫາສະຖານທີ່ລົງທຶນທີ່ປອດໄພ, ມີປະສິດທິຜົນກວ່າ, ໃນນັ້ນມີຫວຽດນາມ ເພື່ອຫັນເປັນຫຼາກຫຼາຍຮູບແບບການຜະລິດ, ຫຼີກ ລ່ຽງຄວາມສ່ຽງ ແລະ ສິ່ງສຳຄັນກວ່າໝູ່ ແມ່ນໝູນໃຊ້ບັນດາທ່າ ແຮງທີ່ ຫວຽດນາມ ພວມມີ ຈົນສຸດ ຄວາມສາມາດ, ໃນນັ້ນມີ EVFTA ແລະ 12 FTA ເຊິ່ງ ຫວຽດນາມ ໄດ້ລົງນາມ.

ສາມາດເວົ້າໄດ້ວ່າ EVFTA ເປັນເສັ້ນທາງດ່ວນເຊື່ອມຕໍ່ ຫວຽດ ນາມ- EU, ສ້າງໂອກາດໃຫ້ທັງສອງຝ່າຍຕ່າງກໍ່ໄຊຊະນະ.​ ພິ ເສດ, ສຳລັບ ຫວຽດນາມ, EVFTA ທັງເປັນຕົວພັກດັນ, ທັງເປັນ ໄມ້ງັດ ເພື່ອຊ່ວຍຫວຽດນາມ ເວົ້າລວມ, ໂດຍສະເພາະແມ່ນບັນດາວິສາຫະກິດພາຍໃນ ມີໂອກາດໃນການປັບປຸງເຮັດໃຫ້ສົມບູນແບບ ແລະ ຍົກສູງ ຄວາມສາມາດ ຂອງຕົນ ບົນເສັ້ນທາງເຊື່ອມໂຍງ ນັບມື້ນັບເລິກເຊິ່ງ ກວ່າເກົ່າ ເຂົ້າສູ່ລະບົບຕ່ອງໂສ້ ມູນຄ່າ ທົ່ວໂລກ. 

EVFTA ມີຜົນບັງຄັບໃຊ້ຢ່າງເປັນທາງການ ໃນວັນທີ 1 ສິງຫາ 2020. ຄາດວ່າ ຫຼັງຈາກ EVFTA ມີຜົນສັກສິດ, 71% ສິນຄ້າຂອງ ຫວຽດນາມ ທີ່ສົ່ງອອກໄປຍັງ EU ແລະ 65% ສິນຄ້າຂອງ EU ນໍາເຂົ້າມາ ຫວຽດນາມ ຈະໄດ້ຍົກເວັ້ນພາສິີອາກອນ. ມີເຖິງ 99% ປະເພດພາສີ ທີ່ຍັງເຫຼືອ ຈະໄດ້ ຫວຽດນາມ ຍົກເວັ້ນພາສີອາກອນ ພາຍໃນ 10 ປີ ແລະ EU ຈະຍົກເວັ້ນພາສີອາ ກອນ ພາຍໃນ 7 ປີ. ຄຽງ ຄູ່ກັນກັບຂະຫຍາຍຕົວທາງດ້ານເສດ ຖະກິດ, ແຕ່ລະປີ ຫວຽດນາມ ຈະສ້າງວຽກເຮັດງານທຳ ໃຫ້ແກ່ຜູ້ອອກແຮງງານປະມານ 146.000 ຄົນ ຍ້ອນມີ EVFTA. ສຳ ລັບ EU, ໃນໄລຍະຍາວ, EVFTA ກໍ່ຈະຊ່ວຍຍົກລາຍຮັບສະ ເລ່ຍ ຕໍ່ຫົວຄົນ ໃຫ້ແກ່ ພົນລະເມືອງ ຂອງ ບັນດາປະເທດໃນກຸ່ມດັ່ງກ່າວ ຂຶ້ນເຖິງ 29,5 ຕື້ ຢູໂຣ. ນອກຈາກນັ້ນ, ການສົ່ງອອກຂອງ EU ມາຍັງຫວຽດນາມ ອາດເພີ່ມຂຶ້ນ ປະມານ 29%, ນັ້ນແມ່ນຍັງບໍ່ທັນນັບ ບັນດາຜົນປະໂຫຍດ ທີ່ມີຈາກບັນດາຂົງເຂດບໍລິການ, ການຈັດຊື້ ຂອງ ລັດຖະບານ. 
 
ບົດ: ແທງຮວ່າ - ພາບ: ຫວຽດເກື່ອງ ແລະ ເອກະສານ

ບັນດາ ຂຸມຊັບ ຢູ່ເຂດພູຫີນປູນ ບັກເຊີນ

ບັນດາ “ຂຸມຊັບ” ຢູ່ເຂດພູຫີນປູນ ບັກເຊີນ

ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ທາງດ້ານບູຮານຄະດີ, ປະຫວັດສາດ, ວັດທະນະທຳ, ພູມສັນຖານ-ທໍລະນີສາດ ຢູ່ ເຂດ ພູຫີນປູນ ບັກເຊີນ ບໍ່ພຽງແຕ່ໄດ້ນັກວິທະຍາສາດຖືວ່າ ແມ່ນ “ຊັບສົມບັດ” ເທົ່ານັ້ນ, ແຕ່ຍັງແມ່ນ “ກຸນແຈ” ເພື່ອໃຫ້ ແຂວງ ລ້າງເຊີນ ພັດທະນາການທ່ອງທ່ຽວ ອ້ອມຂ້າງເຂດສວນສາທາ ລະນະ ທໍລະນີສາດໂລກ ໃນອະນາຄົດອີກດ້ວຍ.

Top