• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ECOSOC ຮັບຮອງເອົາຖະແຫລງການຂັ້ນລັດຖະມົນຕີກ່ຽວກັບການລົບລ້າງຄວາມທຸກຍາກແລະພັດທະນາແບບຍືນຍົງ

      ແຕ່ວັນທີ 10-20 ກໍລະກົດ, ຢູ່ສຳນັກງານ ສປຊ ທີ່ນິວຢອກ ໄດ້ດຳເນີນ ວາລະປະຊຸມຂັ້ນສູງ ແລະ ເວທີປາໄສດ້ານການເມືອງຂັ້ນສູງ ປີ 2017 ຂອງສະພາເສດຖະກິດ ແລະ ສັງຄົມ ສປຊ (ECOSOC). 

ເວທີປາໄສດ້ານການເມືອງຂັ້ນສູງ ປີ 2017 ຂອງສະພາເສດຖະກິດ ແລະ ສັງຄົມ ສປຊ (ECOSOC)
      ວາລະປະຊຸມຂັ້ນສູງ ແລະ ເວທີປາໄສດ້ານການເມືອງຂັ້ນສູງ ປີ 2017 ໄດ້ຮັບຮອງເອົາຖະແຫລງການຂັ້ນລັດຖະມົນຕີ, ໃນນັ້ນ ຢືນຢັນຄວາມຕັດສິນໃຈຂອງບັນດາປະເທດໃນການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ, ເນັ້ນຫນັກເຖິງການລົບລ້າງຄວາມທຸກຍາກ ແມ່ນສິ່ງທ້າທາຍທົ່ວໂລກ ແລະ ແມ່ນຫນ້າທີ່ທຳອິດຕ້ອງສຳເລັດ ເພື່ອມຸ້ງໄປເຖິງການພັດທະນາແບບຍືນຍົງ. ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນເທເຟືອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນເປັນຫົວຫນ້າຄະນະໄດ້ເຂົ້າຮ່ວມກອງປະຊຸມ ແລະ ປະກອບສ່ວນຕັ້ງຫນ້າເຂົ້າໃນບັນດາການເຄື່ອນໄຫວຂອງກອງປະຊຸມ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນເທເຟືອງ ຢືນຢັນ: ຄຳໝັ້ນສັນຍາຂອງຫວຽດນາມ ໃນການປະຕິບັດໂຄງການດຳເນີນງານຮອດປີ 2030. ຢູ່ນອກກອງປະຊຸມ,  ຫວຽດນາມ ໄດ້ສົມທົບກັບ ອີຕາລີ, ບັງກະລາເທດ, ຊີມບຳເວ, ໂຄງການພັດທະນາ ສປຊ ແລະ ພັນທະມິດໂທລະຄົມມະນາຄົມສາກົນ ຈັດຕັ້ງການໂອ້ລົມສົນທະນາສາກົນ ດ້ວຍຫົວຂໍ້: “ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການລົບລ້າງຄວາມທຸກຍາກ” ສຳເລັດຜົນ. 
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top