• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

CPTPP ສ້າງບັນດາກາລະໂອກາດຫລາຍຢ່າງໃຫ້ແກ່ບັນດາວິສາຫະກິດ ການາດາ ແລະ ຫວຽດນາມ

ຝ່າຍ ການາດາ ອາດຈະໜູນຊ່ວຍໃຫ້ບັນດາວິສາຫະກິດ ການາດາ ຢາກໄປຍັງ ຫວຽດນາມ ເພື່ອຄົ້ນຄວ້າຕະຫລາດ, ເຂົ້າຮ່ວມບັນດາງານຕະຫລາດນັດ, ຊອກຫາກາລະໂອກາດດຳເນີນທຸລະກິດຢູ່ ຫວຽດນາມ.

(ພາບປະກອບ/TTXVN) 

ວັນທີ 11 ມີນາ, ທີ່ Toronto, ປະເທດ ການາດາ, ໄດ້ດຳເນີນກອງປະຊຸມສຳມະນາ “CPTPP: ຫວຽດນາມ”, ດ້ວຍຈຸດປະສົງໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ (SME), ການາດາ ຢາກຊອກຮູ້ກ່ຽວກັບຕະຫລາດ ຫວຽດນາມ ໃນສະພາບວະສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໄດ້ມີຜົນສັກສິດ. ທ່ານນາງ Mary Ng, ລັດຖະມົນຕີສົ່ງເສີມການສົ່ງອອກ ແລະ ວິສາຫະກິດຂະໜາດນ້ອຍຂອງ ການາດາ ໄດ້ຢັ້ງຢືນຄວາມສຳຄັນຂອງການພົວພັນລະຫວ່າງ ການາດາ ແລະ ຫວຽດນາມ, ທ່ານນາງສະແດງຄວາມປາດຖະໜາວ່າ ພ້ອມແລ້ວທີ່ຈະເຊື່ອມຕໍ່ບັນດາວິສາຫະກິດ 2 ປະເທດ ເພື່ອຊຸກຍູ້ການແລກປ່ຽນການຄ້າ 2 ຝ່າຍ. ທ່ານນາງລັດຖະມົນຕີ Mary Ng ໃຫ້ຮູ້ວ່າ: ຝ່າຍ ການາດາ ອາດຈະໜູນຊ່ວຍໃຫ້ບັນດາວິສາຫະກິດ ການາດາ ຢາກໄປຍັງ ຫວຽດນາມ ເພື່ອຄົ້ນຄວ້າຕະຫລາດ, ເຂົ້າຮ່ວມບັນດາງານຕະຫລາດນັດ, ຊອກຫາກາລະໂອກາດດຳເນີນທຸລະກິດຢູ່ ຫວຽດນາມ.

        ປັດຈຸບັນ, ການາດາ ແມ່ນປະເທດໜຶ່ງດຽວໃນກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ທີ່ມີສັນຍາການຄ້າກັບປະເທດສະມາຊິກ ທັງໝົດຂອງ G7.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top