• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

Choi Ju Young-ຜູ້ຊ່ຽວຊານດ້ານການຟື້ນຟູສຸຂະພາບ ໃຫ້ແກ່ບັນດານັກເຕະ ທີມຊາດ ຫວຽດນາມ

ເປັນຜູ້ທີ່ມີປະສົບການໃນການປິ່ນປົວ ແລະ ຟື້ນຟູສຸຂະພາບ ໃຫ້ແກ່ນັກກິລາ ຢູ່ ສ ເກົາຫຼີ, ຜູ້ຊ່ຽວຊານ Choi Ju Young ໄດ້ເຮັດວຽກກັບຄູຝຶກ Park Hang Seo ແຕ່ເດືອນ ເມສາ 2019 ແລະ ຮັບຜິດຊອບວຽກງານຄຸ້ມຄອງ ແລະ ເບິ່ງແຍງ ສຸຂະພາບ ໃຫ້ແກ່ ບັນດານັກເຕະທີມຊາດ ຫວຽດນາມ. ເຖິງປັດຈຸບັນ, ເພິ່ນໄດ້ ເຂົ້າຮ່ວມໃນວຽກງານປ່ິນປົວ ອາການບາດເຈັບ ໃຫ້ແກ່ ບັນດາ ນັກເຕະທີມຊາດ ຫວຽດ ນາມ ໃນການແຂ່ງຂັນ Asiad Cup 2018, AFF Suzuki Cup 2018, King’s Cup 2019, ຮອບຄັດເລືອກ U23 ອາຊີ 2020 ແລະ ຮອບຄັດເລືອກ ບານເຕະໂລກ 2022.
ກ່ອນມາເຮັດວຽກຢູ່ ຫວຽດນາມ, ທ່ານ Choi Ju Young ເຄີຍໄດ້ເຮັດວຽກກັບທີມຊາດບານສົ່ງ ກາຕາ ເປັນເວລາ 10 ປີ ແລະ ກັບທີມຊາດບານເຕະ ສ ເກົາຫຼີ ເປັນເວລາເກືອບ 20 ປີ. ທ່ານ Choi Ju Young ໄດ້ໄຂຄວາມໃນໃຈອອກ ວ່າ: “ສຳລັບຂ້າພະເຈົ້າ, ນີ້ບໍ່ແມ່ນ ທາງເລືອກທີ່ງ່າຍດາຍ ເພາະວ່າ ຂ້າພະເຈົ້າບໍ່ໄດ້ເຮັດວຽກນຳ ນັກເຕະບານ ເປັນ ເວ ລາ ເກືອບ 10 ປີແລ້ວ. ເຖິງວ່າ ໄດ້ຮັບຄຳເຊື້ອເຊີນ ມາເຮັດ ວຽກ ນຳຄູຝຶກທີມຊາດ ຫວຽດນາມ Park Hang Seo, ແຕ່ ຂ້າພະເຈົ້າເຫັນໄດ້ວ່າ ຢູ່ ຫວຽດນາມ ກໍ່ມີຫຼາຍຄົນສົນໃຈ ດ້ານການປິ່ນປົວ ແລະ ຟື້ນຟູສຸຂະພາບ ໃຫ້ແກ່ນັກກິລາ”. 

ເມື່ອມາເຮັດວຽກຢູ່ ຫວຽດນາມ, ທ່ານ Choi Ju Young ເຫັນວ່າ ພື້ນຖານວັດຖຸ ຮັບໃຊ້ໃຫ້ແກ່ວຽກງານປິ່ນປົວ ໃຫ້ ແກ່ນັກກິລາ ຍັງມີຄວາມຈຳກັດ, ເພາະສະນັ້ນ ເພິ່ນຈຶ່ງເອົາ ມານຳອຸປະກອນ ທີ່ ຈຳເປັນຫຼາຍຢ່າງ ເພື່ອຊ່ວຍເຫຼືອໃຫ້ ແກ່ວຽກງານຂອງຕົນ. ເຖິງວ່າ ຍັງປະສົບຄວາມຫຍຸ້ງຍາກ ໃນຫຼາຍດ້ານ, ແຕ່ສຳລັບຈຳນວນ ອຸປະກອນ ທີ່ມີພ້ອມ, ເພິ່ນຍັງຮັບຜິດຊອບ ວຽກງານ ປິ່ນປົວ ແລະ ຟື້ນຟູບາດເຈັບ ໃຫ້ແກ່ ນັກກິລາ ຂອງຕົນ ໄດ້ເປັນຢ່າງດີ.

ພ້ອມກັບບັນດາວິທີການປ່ິນປົວ ແລະ ຟື້ນຟູສຸຂະພາບ ຕົວ ຈິງ ທີ່ມີປະສິດທິພາບ ແລ້ວ, ທ່ານ Choi Ju Young ຍັງ ສືບຕໍ່ຊອກຫາວິທີການປ່ິນປົວ ແລະ ຟື້ນຟູສຸຂະພາບ ໃໝ່ ອີກດ້ວຍ. ເຖິງປັດຈຸບັນ, ນັກເຕະທີມຊາດ ຫວຽດນາມ ຈຳ ນວນໜຶ່ງ ໄດ້ຜູ້ຊ່ຽວຊານ Choi Ju Young ປິ່ນປົວອາການ ບາດເຈັບໃຫ້ ຢ່າງມີປະສິດທິຜົນຄື: ວັດເຮົ້າ, ດິ່ງຈ້ອງ, ວັນ ແທງ, ຮ່າດຶກຈິງ, ຈ້ອງຮວ່າງ ແລະ ວັນກວ໋ຽດ. ປັດຈຸບັນ, ເພິ່ນກໍາລັງປິ່ນປົວອາການບາດເຈັບໃຫ້ແກ່ນັກເຕະ ດິ່ງຈ້ອງ ແລະ ວັນດຶກ.


ຜູ້ຊ່ຽວຊານດ້ານການແພດ Choi Ju Young, ຜູ້ມີການປະ ກອບສ່ວນ ຢ່າງງຽບໆ ໃຫ້ແກ່ຜົນສຳເລັດ ຂອງ ທີມຊາດ ບານເຕະ ຫວຽດນາມ. ພາບ: ເຕິດເຊີນ/VNP


ຜູ້ຊ່ຽວຊານດ້ານການແພດ Choi Ju Young ຮັກສາການ ບາດເຈັບ ຂອງ ນັກເຕະ ທີ່ສູນຝຶກອົບຮົມນັກເຕະໜຸ່ມ PVF. ພາບ: ເຕິດເຊີນ/VNP


ກອງຫຼັງ ເຈິ່່ນດິ່ງຈ້ອງ ຂອງທີມຊາດ ຫວຽດນາມ ໄດ້ຮັບການ
ແນະນໍາ ໃນການ ຟື້ນຟູ ອາການບາດເຈັບ ຈາກ
ຜູ້ຊ່ຽວຊານ Choi Ju Young ທີ່ສູນຝຶກອົບຮົມບັນດານັກເຕະໜຸ່ມ PVF. ພາບ: ເຕິດເຊີນ/VNP


ຜູ້ຊ່ຽວຊານດ້ານການແພດ Choi Ju Young ກໍາລັງຮັກສາ ອາການ ບາດເຈັບ ໃຫ້ແກ່ນັກເຕະທີມຊາດ ຫວຽດນາມ ຟານວັນດຶກ. ພາບ: ເຕິດເຊີນ/VNP


ຜູ້ຊ່ຽວຊານດ້ານການແພດ Choi Ju Young ໂອ້ລົມສົນ ທະນາ ກັບບັນດານັກເຕະ ພາຍຫຼັງການແຂ່ງຂັນ ຂອງ ທີມ ຊາດ ຫວຽດນາມ. ພາບ: ແທງຢາງ/VNP


ຜູ້ຊ່ຽວຊານດ້ານການແພດ Choi Ju Young ແລກປ່ຽນ ວຽກງານກັບຄູຝຶກທີມຊາດ ຫວຽດນາມ Park Hang Seo. ພາບ: ແທງຢາງ/VNP


ຜູ້ຊ່ຽວຊານດ້ານການແພດ Choi Ju Young  ໃຫ້ຄວາມ ຊ່ວຍເຫຼືອ ແກ່ນັກເຕະ ໃນການແຂ່ງຂັນ ຂອງທີມຊາດ ຫວຽດ ນາມ ໃນຮອບຄັດເລືອກ ບານເຕະໂລກ 2022. ພາບ: ແທງຢາງ/VNP


ຜູ້ຊ່ຽວຊານດ້ານການແພດ Choi Ju Young ໄດ້ຮັບຄວາມ ໄວ້ວາງໃຈ ຈາກ ຄູຝຶກ Park Hang Seo ໃນການມອບ ໝາຍ ຄວາມຮັບຜິບຊອບຕິດຕາມ ສຸຂະພາບ ຂອງ ບັນດານັກເຕະ. ພາບ: ແທງຢາງ/VNP


ຜູ້ຊ່ຽວຊານ ດ້ານການແພດ Choi Ju Young ພ້ອມກັບບັນ ດາສະມາຊິກ ໃນຄະນະຄູຝຶກ ທີມຊາດ ຫວຽດນາມ ທໍາພິທີ ເຄົາລົບທຸງ ແລະ ຮ້ອງເພງຊາດ ຫວຽດນາມ ກ່ອນຈະ ເລີ່ມ ຕົ້ນ ການແຂ່ງຂັນ. ພາບ: ແທງຢາງ/VNP
ຜູ້ຊ່ຽວຊານດ້ານການແພດ Choi Ju Young ໃຫ້ຮູ້ວ່າ: “ຈິດ ໃຈ ຂອງ ບັນດານັກເຕະ ກໍ່ແມ່ນປັດໄຈທີ່ສຳຄັນໃນການ ປິ່ນປົວ, ເປັນຕົ້ນແມ່ນນັກເຕະທີ່ໄດ້ຮັບບາດເຈັບໜັກ ແລະ ຕ້ອງປິ່ນປົວໄລຍະຍາວ. ຂ້າພະເຈົ້າຕ້ອງປຸກລະດົມ ກຳລັງໃຈ ແລະ ສ້າງຄວາມເຊື່ອໝັ້ນຕໍ່ອະນາຄົດໃຫ້ແກ່ ບັນດານັກເຕະ ທີ່ພວມປິ່ນປົວນຳ ຂ້າພະເຈົ້າ. ຂ້າພະເຈົ້າ ຍັງໃຊ້ ເວລາ ເພື່ອ ໂອ້ລົມສົນທະນາ, ແລກປ່ຽນຄວາມຄິດ ເຫັນກັບ ບັນດານັກເຕະ ຢ່າງເປັນປະຈໍາ”. 

ເມື່ອເວົ້າເຖິງວຽກງານຢູ່ ຫວຽດນາມ ໃນຕໍ່ໜ້າ, ຜູ້ຊ່ຽວຊານ ດ້ານການແພດ Choi Ju Young ໃຫ້ຮູ້ວ່າ: ຂ້າພະເຈົ້າ ຄິດ ວ່າ ການພັດທະນາ ການບໍາບັດ ແລະ ຟື້ນຟູສຸຂະພາບໃຫ້ ແກ່ບັນດາ ນັກເຕະ ຈະໄປພ້ອມກັນ ກັບ ການພັດທະນາ ຂອງ ບານເຕະ ແລະ ຂະແໜງສາທາລະນະສຸກ ການກິລາ ຫວຽດ ນາມ. ເຖິງວ່າ ຂ້າພະເຈົ້າມາ ຫວຽດນາມ ຍັງບໍ່ທັນດົນ, ແຕ່ ຂ້າພະເຈົ້າຫວັງວ່າ ດ້ວຍການ ປະກອບສ່ວນຂອງຕົນ ຈະ ແກ້ໄຂໄດ້ຈຸດອ່ອນ ແລະ ຍົກສູງວິທີການບໍາບັດ ໃຫ້ແກ່ ຂະ ແໜງສາທາລະນະສຸກ ການກິລາ ຫວຽດນາມ”.
ບົດ: ເງິນຮ່າ, ມິນທູ - ພາບ: ເຕິດເຊີນ, ແທງຢາງ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top