• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ASEP – 11 ຮັ​ບ​ຮ​ອງ​ເອົາຖະ​ແຫຼງກ​ານ​ລວມ

ກອງປະຊຸມຄູ່ຮ່ວມມືລັດຖະສະພາ ອາຊີ - ເອີີຣົບ ຄັ້ງທີ 11 (ASEP-11) ຕາມຮູບການທາງໄກ ໂດຍສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ ເປັນປະທານໄດ້ອັດລົງໃນ ຕອນຄ່ຳວັນທີ 16 ພະຈິກ. ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ດ້ວຍທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝິນ ເປັນຫົວໜ້າ, ໄດ້ຕັ້ງໜ້າ ເຂົ້າຮ່ວມ ແລະ ເປັນເຈົ້າການປະກອບຫຼາຍຄຳເຫັນໃນບັນດາວາລະປຶກສາຫາລື.
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝິນ ກ່າວຄຳເຫັນຕໍ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ພິທີອັດ, ທ່ານປະທານຮ່ວມ ASEP-11, ທ່ານ Samdech Akka Moha Ponhea Chakrei Heng Samrin ປະທານສະພາແຫ່ງຊາດ ກຳປູເຈຍ ໄດ້ຢັ້ງຢືນວ່າຜົນການປຶກສາຫາລື, ບັນດາຜູ້ແທນສະໜັບສະໜູນຍຸດທະສາດບຸລິມະສິດ, ນະໂຍບາຍສຳຄັນແນໃສ່ຊຸກຍູ້ການຟື້ນຟູເສດຖະກິດ - ສັງຄົມແບບກວມລວມ, ໝັ້ນຄົງ, ສ້າງຄວາມເຂັ້ມແຂງກວ່ານີ້ອີກ; ສະເໜີມາດຕະການຫຼາຍຢ່າງແນໃສ່ເພີ່ມທະວີການຮ່ວມມືລະຫວ່າງພາກພື້ນໃນຫຼາຍຂົງເຂດ; ຍົກສູງຄຳໝັ້ນສັນຍາປະຕິບັດບັນດາເປົ້າໝາຍພັດທະນາຢ່າງໝັ້ນຄົງຂອງ ສປຊ. ທ່ານປະທານສະພາແຫ່ງຊາດ ກຳປູເຈຍຮຽກຮ້ອງໃຫ້ລັດຖະສະພາສະມາຊິກ ASEP ພະຍາຍາມກວ່ານີ້ອີກໃນການຜັນຂະຫຍາຍ ເປົ້າໝາຍພັດທະນາແບບຍືນຍົງ (SDGs) ຜ່ານການປະກາດໃຊ້ກົດໝາຍ, ນະໂຍບາຍ, ຮັບປະກັນຄວາມສະເໝນພາບລະຫວ່າງການພັດທະນາເສດຖະກິດ ແລະ ຮັກສາສິ່ງແວດລ້ອມໃຫ້ໝັ້ນຄົງ.

        ກອງປະຊຸມໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ, ໄດ້ຢືນຢັນຄວາມເໝາະສົມຂອງການທູດລັດຖະສະພາ ແລະ ການພົວພັນຄູ່ຮ່ວມມືລະຫວ່າງລັດຖະສະພາໃນການຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາຢ່າງແບບຍືນຍົງ ແລະ ກວມລວມ, ພ້ອມກັນນັ້ນສົ່ງເສີຍການພົວພັນລະຫວ່າງ ASEP ແລະ ເວທີປາໄສການຮ່ວມມື ອາຊີ - ເອີຣົບ (ASEM). ຖະແຫຼງການຮ່ວມກໍເນັ້ນໜັກເຖິງຄວາມສຳຄັນຂອງການເຈລະຈາໃນວົງກວ້າງ, ກໍ່ສ້າງຄວາມເຊື່ອໝັ້ນ ແລະ ນຳໃຊ້ມາດຕະການທາງການທູດໃນການສະກັດກັ້ນສົງຄາມ ແລະ ການປະທະກັນ. ASEP-11 ສະເໜີໃຫ້ບັນດາຄູ່ຮ່ວມມືຂອງ ASEM ຮ່ວມມືຢ່າງແໜ້ນແຟ້ນກວ່ານີ້ອີກໃນການຜະລິດ  ແລະ ແຈກຢ່າຍວັກຊິນຕ້ານໂລກລະບາດໂຄວິດ-19 ແນໃສ່ຮັບປະກັນຄວາມສາມາດໄດ້ສຳພັດກັບວັກຊິນຢ່າງສະເໝີພາບ, ສົມທົບກັນຢ່າງຄົບຊຸດ, ຊຸກຍູ້ການສັກວັກຊິນຢ່າງຮອບດ້ານ, ຕ້ານໂລກລະບາດ ໂຄວິດ-19 ຢ່າງ ມີປະສິດທິຜົນ ເພືຶ່ອຟື້ນຟູເສດຖະກິດ - ສັງຄົມຕາມທິດໄວ, ແຮງ ແລະ ຮອບດ້ານ.

        ຖະແຫຼງການຮ່ວມຂອງກອງປະຊຸມ ASEP-11 ຈະໄດ້ຍືນສະເໜີໃຫ້ບັນດາການນຳຢູ່ ກອງປະຊຸມສຸດຍອດ ອາຊີ - ເອີີຣົບ ຄັ້ງທີ 13 (ASEP-13) ເຊີ່ງຈະດຳເນີນໃນລະຫວ່າງວັນທີ 25 ຫາ 26 ພະຈິກນີ້.

(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top