• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ASEM:ສືບຕໍ່ມານະພະຍາຍາມຮ່ວມມືຢ່າງແຫນ້ນແຟ້ນກວ່າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ ນະຄອນ ເກີນເທີ ໄດ້ໄຂກອງປະຊຸມເວທີປາໄສການຮ່ວມມື ອາຊີ - ເອີລົບ (ASEM) ກ່ຽວກັບການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ບັນລຸຄາດໝາຍພັດທະນາແບບຍືນຍົງ, ກຳນົດທິດໃຫ້ອະນາຄົດ. 


 ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງຕັດແຖບຜ້າໄຂພິທີ

ພາບ:vietnam+

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຖືວ່າ: ບັນດາສະມາຊິກ ASEM ຄວນສືບຕໍ່ມານະພະຍາຍາມກວ່າອີກ, ຮ່ວມມືຢ່າງແຫນ້ນແຟ້ນ ແລະ ແທດຈິງກວ່າໃນສະພາບການປ່ຽນແປງຂອງດິນຟ້າອາກາດພວມກະທົບຢ່າງແຮງເຖິງການສ້າງຮູບປະທຳໃຫ້ຊີວິດໃນອະນາຄົດຂອງມວນມະນຸດ ແລະ ກາຍເປັນສິ່ງທ້າທາຍໃຫຍ່ສຸດຂອງຍຸກສະໄຫມ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ: ກອງປະຊຸມ ASEM ຄວນປຶກສາຫາລື, ເຮັດແຈ້ງບາງທິດທາງການຮ່ວມມືໃຫມ່ໃນບັນດາບັນຫາ. ທ່ານຮອງນາຍົກລັດຖະມົນຕີ ກ່າວວ່າ:

“ບັນດາບັນຫາທີ່ພວກເຮົາປຶກສາຫາລືທີ່ກອງປະຊຸມຄັ້ງນີ້ ແລະ ຫລາຍຂໍ້ລິເລີ່ມ, ໂຄງການຈະໄດ້ຮັບການຜັນຂະຫຍາຍໃນໄລຍະຈະມາເຖິງ ຈະແມ່ນບາດກ້າວສຳຄັນເພື່ອຮັບຮອງເອົາທີ່ກອງປະຊຸມສຸດຍອດ ASEM ຄັ້ງທີ 12 ຈະມາເຖິງຢູ່ ບຣຸກແຊນ ປະເທດ ແບນຊິກ. ດ້ວຍຈິດໃຈນັ້ນ ຂ້າພະເຈົ້າປາດຖະຫນາວ່າ ກອງປະຊຸມຈະປຶກສາຫາລືຢ່າງແທດຈິງ, ຍົກອອກບັນດາມາດຕະການລະອຽດ ເພື່ອກຳນົດທິດໃຫ້ແກ່ການຮ່ວມມືລະຫວ່າງບັນດາສະມາຊິກ ASEM ໃນອະນາຄົດຢ່າງແຫນ້ນແຟ້ນກ່າອີກ.”

        ຫວຽດນາມ ແມ່ນຫນຶ່ງໃນ 5 ປະເທດຖືກຜົນກະທົບຢ່າງຫນັກຫນ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນ.

        ພາຍຫລັງພິທີໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ເປັນປະທານພິທີເປີດສະຫລອງງານວາງສະແດງ “ການປ່ຽນແປງຂອງດິນຟ້າອາກາດ- ສິ່ງທ້າທາຍ ແລະ ກາລະໂອກາດຮ່ວມມື ອາຊີ - ເອີລົບ”.

 (ແຫຼ່ງຄັດຈາກ VOV)


ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top