• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2021: ຊຸກຍູ້ວິໄສທັດ APEC 2040

      ທີ່ກອງປະຊຸມທາງໄກ ຜູ້ຕາງໜ້າບັນດາພື້ນຖານເສດຖະກິດ ສະມາຊິກ APEC ໄດ້ປຶກສາຫາລື ກ່ຽວກັບບັນດາແຜນການກະທຳ ໃຫ້ແກ່ວິໄສທັດ APEC 2040 ເພື່ອແນໃສ່ເພີ່ມທະວີການຄ້າ ແລະ ການລົງທຶນ, ພ້ອມທັງ ຊອກຫາການເຕີບໂຕແບບຍືນຍົງ ແລະ ກວມລວມ ໃຫ້ແກ່ພາກພື້ນ ອາຊີ - ປາຊີຟິກ ໃນປີ 2040.
ທ່ານປະທານປະເທດຫງວຽນຊວັນຟຸກ ແລະ ບັນດາການນຳພື້ນຖານເສດຖະກິດ APEC ຢູ່ກອງປະຊຸມບໍ່ເປັນທາງການ (ພາບ: APEC 2021)
      ທີ່ກອງປະຊຸມເພື່ອສຳເລັດທຸກເນື້ອໃນຂອງໂຄງການດຳເນີນງານ ກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 28 ໄດ້ດຳເນີນໃນອາທິດນີ້, ວົງການເຈົ້າໜ້າທີ່ ບັນດາພື້ນຖານເສດຖະກິດ ສະມາຊິກ ໄດ້ປຶກສາຫາລື ກ່ຽວກັບບັນດາແຜນການກະທຳ ໃຫ້ແກ່ວິໄສທັດ APEC 2040. ທີ່ກອງປະຊຸມທາງໄກ ຊຶ່ງໄດ້ຈັດຕັ້ງໃນອາທິດກ່ອນ ເພື່ອກະກຽມ ໃຫ້ແກ່ກອງປະຊຸມສຸດຍອດ APEC ທີ່ຈະດຳເນີນຢູ່ ນິວຊີແລນ ໃນວັນທີ 12 ພະຈິກ, ຜູ້ຕາງໜ້າບັນດາພື້ນຖານເສດຖະກິດ ສະມາຊິກ APEC ໄດ້ປຶກສາຫາລື ກ່ຽວກັບບັນດາແຜນການກະທຳ ໃຫ້ແກ່ວິໄສທັດ APEC 2040 ເພື່ອແນໃສ່ເພີ່ມທະວີການຄ້າ ແລະ ການລົງທຶນ, ພ້ອມທັງ ຊອກຫາການເຕີບໂຕແບບຍືນຍົງ ແລະ ກວມລວມ ໃຫ້ແກ່ພາກພື້ນ ອາຊີ - ປາຊີຟິກ ໃນປີ 2040.
      ທີ່ກອງປະຊຸມສຸດຍອດ APEC ຄັ້ງນີ້, ການນຳຂັ້ນສູງທີ່ມາຈາກ 21 ປະເທດສະມາຊິກ ຂອງ APEC ກໍ່ມີແຜນການປຶກສາຫາລື ບັນດານະໂຍບາຍເສດຖະກິດ ແລະ ການຄ້າ ເພື່ອແນໃສ່ຟື້ນຟູເສດຖະກິດໄລຍະຫຼັງໂລກລະບາດໂຄວິດ - 19 ແລະ ເດີນຕາມເປົ້າໝາຍການເຕີບໂຕແບບຍືນຍົງ. ກອງປະຊຸມສຸດຍອດ APEC 2021 ແມ່ນເຫດການສຸດທ້າຍ ໃນສັບປະດາສຸດຍອດ APEC 2021 ໂດຍ ນິວຊີແລນ ເປັນເຈົ້າພາບຈັດຕັ້ງ ຕາມຮູບແບບທາງໄກ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top