• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017: ວິສາຫະກິດຂະຫນາດກາງແລະນ້ອຍຕ້ອງປ່ຽນແປງເພື່ອພັດທະນາ

      ໃນຂອບເຂດບັນດາການປະຊຸມຢູ່ສັບປະດາກອງປະຊຸມລັດຖະມົນຕີຂະຫນາດກາງແລະນ້ອຍ APEC 2017 ຢູ່ ນະຄອນ ໂຮ່ຈິມີນ, ຕອນເຊົ້າວັນທີ 10 ກັນຍາ ໄດ້ດຳເນີນກອງປະຊຸມສຳມະນາ APEC O2O Forum ໂດຍມີການເຂົ້າຮ່ວມຂອງນັກຄຸ້ມຄອງ, ນັກຊ່ຽວຊານເສດຖະກິດ, ນັກປະຖະກະຖາຫລາຍທ່ານ ທີ່ມາຈາກບັນດາພື້ນຖານເສດຖະກິດສະມາຊິກ APEC.
 
ການປະຊຸມຂ່າວກ່ຽວກັບ APEC 2017
ພາບ:BNEWS
      ເວທີປາໄສວິສາຫະກິດຂະຫນາດກາງ ແລະ ນ້ອຍ APEC O2O ແມ່ນເຫດການທີ 5 ໃນຈຳນວນ 6 ເຫດການຈັດຕັ້ງໃນປີນີ້. ຈຸດໝາຍຂອງເວທີປາໄສ ແມ່ນຍົກສູງກຳລັງຄວາມສາມາດແກ້ງແຍ້ງ ແລະ ເໝາະສົມໃຫ້ແກ່ startups, ສະຫນອງໃຫ້ startup ພື້ນຖານຫນຶ່ງເພື່ອແນະນຳບັນດາແຜນການດຳເນີນທຸລະກິດ, ຍົກສູງຄວາມຮັບຮູ້ກ່ຽວກັບສິ່ງທ້າທາຍ ຊື່ງ SME ແລະ startups ອາດຈະປະສົບໃນພື້ນຖານເສດຖະກິດດີຈີຕອນ. ກອງປະຊຸມສຳມະນາໄດ້ຮັບຖືວ່າ ແມ່ນກາລະໂອກາດສຳຄັນເພ່ອໃຫ້ບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ, ບັນດາບໍລິສັດເລີ່ມທຸລະກິດຢູ່ຫວຽດນາມ ມີກາລະໂອກາດສຳຜັດ, ພົບປະແລກປ່ຽນກັບບັນດາວິສາຫະກິດບັນດາປະເທດໃນ APEC ເພື່ອຊອກຮູ້, ຖອດຖອນບົດຮຽນ, ຄາດຄະເນລ່ວງຫນ້າສິ່ງທ້າທາຍໃນໄລຍະເຊື່ອມໂຍງ. ທ່ານ ເຈີນວັນຟາດ, ຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດ Robot ໃຫ້ຮູ້ວ່າ:
        “ວິສາຫະກິດຫວຽດນາມ ຄວນເຂົ້າຮ່ວມບັນດາເວທີປາໄສເສດຖະກິດຫລາຍກວ່າ ເພາະເສດຖະກິດປະຈຸບັນແມ່ນເຊື່ອມໂຍງເຂົ້າກັບໂລກ. ພວກເຮົາຕ້ອງກະກຽມກ່ອນ, ເປີດກວ້າງການພົວພັນດ້ານເສດຖະກິດ. ເຮັດຄືແນວນັ້ນ ວິສາຫະກິດຂະຫນາດກາງ ແລະ ນ້ອຍ ຈຶ່ງມີກາລະໂອກາດຄົງຕົວ ແລະ ພັດທະນາ.”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top