• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

AIPA: ທ່ານເລຂາທິການໃຫຍ່ສະພາແຫ່ງຊາດກຳປູເຈຍ ຕີລາຄາສູງຂໍ້ລິເລີ່ມຂອງຫວຽດນາມ ກ່ຽວກັບຄະນະກຳມະການລັດຖະສະພາຫນຸ່ມ

AIPA 41: ນອກຈາກບັນດາເນື້ອໃນທຳມະດາແລ້ວ, ຫວຽດນາມ ໄດ້ເພີ່ມເຕີມ 2 ເນື້ອໃນສຳຄັນ.


ທ່ານ Leng Peng Long ເລຂາທິການໃຫຍ່ສະພາແຫ່ງຊາດ ກຳປູເຈຍ

ພາບ: vietnam+


ວັນທີ 4 ກັນຍາ ເມື່ອຕອບສຳພາດຕໍ່ນັກຂ່າວຢູ່ ກຳປູເຈຍ ກ່ອນທີ່ດຳເນີນກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA 41) ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງຕາມຮູບການອອນລາຍ ແຕ່ວັນທີ 8 – 10 ກັນຍາ ຢູ່ ຮ່າໂນ້ຍ, ທ່ານ Leng Peng Long ເລຂາທິການໃຫຍ່ສະພາແຫ່ງຊາດ ກຳປູເຈຍ ຖືວ່າ: ຫວຽດນາມ ກະກຽມເປັນຢ່າງດີດ້ວຍບົດບາດແມ່ນປະເທດເຈົ້າພາບ ແລະ ສະພາແຫ່ງຊາດ ກຳປູເຈຍ ກໍ່ຕັ້ງຫນ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງກອງປະຊຸມ. ກ່ຽວກັບໂຄງການດຳເນີນງານ ຂອງ AIPA 41 ທ່ານ Leng Peng Long ຖືວ່າ ນອກຈາກບັນດາເນື້ອໃນທຳມະດາແລ້ວ, ຫວຽດນາມ ໄດ້ເພີ່ມເຕີມ 2 ເນື້ອໃນສຳຄັນ. ນັ້ນແມ່ນຂໍ້ລິເລີ່ມກ່ຽວກັບການສ້າງຕັ້ງຄະນະກຳມະການລັດຖະສະພາຫນຸ່ມ AIPA. ຕາມທ່ານ Leng Peng Long ແລ້ວ, ລຸ້ນຫນ່ມແມ່ນກຳລັງເຂັ້ມແຂງຂອງແຕ່ລະປະເທດ ສະນັ້ນ ສະພາແຫ່ງຊາດ ຕ້ອງມີນະໂຍບາຍສະຫງວນໃຫ້ແກ່ຊາວຫນຸ່ມຂອງແຕ່ລະສະພາແຫ່ງຊາດໃນກຸ່ມ ອາຊຽນ, ສ້າງເງື່ອນໄຂໃຫ້ຊາວຫນຸ່ມເຂົ້າຮ່ວມຢ່າງຕັ້ງຫນ້າໃນວຽກງານພັດທະນາປະເທດຊາດ. ເນື້ອໃນສຳຄັນທີ 2 ນັ້ນແມ່ນ ກອງປະຊຸມຄັ້ງນີ້ ປຶກສາຫາລືກ່ຽວກັບໂລກລະບາດໂຄວິດ 19 ຊອກຫາມາດຕະການລວມເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຍ້ອນໂລກລະບາດກໍ່ຂຶ້ນ.
(ແຫຼ່ງຄັດຈາກ VOV)
 

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top