• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

Aaron Everhart - ຜູ້ສະໜັບສະໜູນ ຕໍ່ຜູ້ເລີ່ມຕົ້ນທຸລະກິດ ຢູ່ ຫວຽດນາມ

ໄດ້ຮັບການ ຂະໜານນາມວ່າ “ບັນພະບຸລຸດ ຜູ້ເລີ່ມຕົ້ນທຸລະກິດ” ຂອງ ທະວີບອາຊີ, ທ່່ານ Aaron Everhart ນັກທຸລະກິດ ຊາວ ສ ອາເມລິກາ ໄດ້ມາຍັງ ຫວຽດນາມ ແຕ່ປີ 2005 ແລະ ຕັດສິນໃຈ ເລືອກ ນະແຫ່ງນີ້ ເພື່ອການເຮັດວຽກ ແລະ ໃຊ້ຊີວິດ. ທ່ານໄດ້ ໃຫ້ ການຊ່ວຍເຫຼືອ ແລະ ເປັນເພື່ອນຮ່ວມທາງ ພ້ອມກັບ ໄວໜຸ່ມ ຫວຽດນາມ ໃນການເລີ່ມຕົ້ນທຸລະກິດ ດ້ວຍໃຈທັງໝົດ ຂອງຕົນ ແລະ ຜູ້ຄົນທັງຫຼາຍ ເອີ້ນວ່າ “ຜູ້ສະໜັບສະໜູນ” ຂອງ ຂະບວນ ການ ເລີ່ມຕົ້ນ ທຸລະກິດ ຫວຽດນາມ ດ້ວຍຄວາມຮັກແພງ. 
ເຫດຜົນທີ່ທ່ານ Aaron Everhart ເລືອກຫວຽດນາມ ເພື່ອສະໜັບສະໜູນ ບັນດານັກທຸລະກິດໜຸ່ມ ເລີ່ມຕົ້ນທຸລະກິດ ເລີ່ມແຕ່ປີ 2005. ໃນເວລານັ້ນ, ທ່ານມາ ຫວຽດນາມ ເພື່ອການພັດທະນາ ເຄື່ອງໝາຍການຄ້າ ສຳລັບອົງການຈັດຕັ້ງ ທ່ີບໍ່ຂຶ້ນກັບລັດຖະບານ ໃນຂົງເຂດສາທາລະນະສຸກ. ໄດ້ພົບປະ ແລະ ເຮັດວຽກ ກັບ ຊາວໜຸ່ມຫວຽດນາມ, ເຫັນໄດ້ ຄວາມດຸໝັ່ນ ດ້ານການສຶກສາ ແລະ ຄວາມຫວັງດີຂອງເຂົາເຈົ້າ, ທ່ານ Aaron Everhart ໄດ້ຕັດສິນໃຈເລືອກ ຫວຽດນາມ ເປັນບ່ອນດຳລົງຊີວິດ ແລະ ເປີດບໍລິສັດສື່ສານມວນຊົນ ທ່ີມີຊື່ສຽງຂຶ້ນ.

ຫຼັງຈາກຖື ຫວຽດນາມ ເປັນດິນແດນເພື່ອການອຸທິດຕົນ ເປັນເວ ລາ 15 ປີ, ທ່ານ Aaron Everhart ໄດ້ສະໜອງທຶນໃຫ້ແກ່ 200 ຄົນທ່ີເລີ່ມຕົ້ນທຸລະກິດໜຸ່ມ ກໍຄື ເປັນເພື່ອນຮ່ວມທາງ ທີ່ ປຶກສາ ນະໂຍບາຍ ແລະ ບຳລຸງສ້າງ ໃຫ້ວິສາຫະກິດກວ່າ 450 ແຫ່ງ ແລະ ຜູ້ເລີ່ມຕົ້ນທຸລະກິດ ກວ່າ 15.000 ຄົນ ຢູ່ຫວຽດນາມ. ມີນັກ ທຸລະກິດໜຸ່ມຫຼາຍຄົນ ໄດ້ສ້າງ ເຄື່ອງໝາຍການຄ້າ ແລະ ປະສົບຜົນສຳເລັດ ຢູ່ຕະຫຼາດ ຫວຽດນາມ ຈາກການຊ່ວຍເຫຼືອ ຂອງທ່ານ Aaron Everhart ແລະ ບໍລິສັດ Hatch Ventures ເຊັ່ນ: Finhay (ໂຄງການນໍາໃຊ້ເຕັກໂນໂລຊີ ໃນຂົງເຂດ ທີ່ປຶກສາ), FInbox (ຫຸ່ນຍົນ ທີ່ປຶກສາ ຕິດຕໍ່ແລກປ່ຽນ ຫຼັກຊັບ ນໍາໃຊ້ ເຕັກໂນໂລຊີ AI) ແລະ ອື່ນໆ… ບໍລິສັດ Hatch Ventures ໄດ້ມອບຫຼາຍລາງວັນທີ່ມີຄຸນຄ່າ ໃຫ້ ບັນດາ ການແຂ່ງຂັນກ່ຽວກັບ ຊອກຫາຕົວແບບ ເລີ່ມຕົ້ນທຸລະກິດ ປະດິດສ້າງ ທີ່ ຫວຽດນາມ ອີກດ້ວຍ. 


ທ່ານ Aaron Everhart, ປະທານສະພາບໍລິຫານ ບໍລິສັດ Hatch Venture. ພາບ: ຫວຽດເກື່ອງ


ທ່ານ Aaron Everhart ເປັນຜູ້ຕາງໜ້າຂອງ ບໍລິສັດ Hatch Venture ມອບລາງວັນໃຫ້ແກ່ ບັນດານັກທຸລະກິດໜຸ່ມ ທີ່ເລີ່ມຕົ້ນອາຊີບ ຂອງ ພວກເຂົາ ໃນການແຂ່ງຂັນ
Fintech Summit 2019. ພາບ: ເອກະສານ



ທີ່ສູນຝຶກອົບຮົມ ເລີ່ມຕົ້ນທຸລະກິດ ທີ່ສະຫງວນໃຫ້ແກ່ ຄົນຫູໜວກ, ທ່ານ Aaron Everhart ໄດ້ແນະນໍາໃຫ້ແກ່ເພື່ອນຊາວໜຸ່ມກ່ຽວກັບວິທີການ
ສ້າງລະບົບນິເວດ ເຄື່ອງໝາຍການຄ້າ ແລະ ກົນລະ ຍຸດການດຳເນີນທຸລະກິດ. ພາບ: ຫວຽດເກື່ອງ



ທ່ານ Aaron Everhart ໃນຖານະຜູ້ຊ່ຽວຊານທີ່ປຶກສາ, ປະທານສະພາບໍລິຫານ ບໍລິສັດ Hatch Venture, ຜູ້ອຸປະຖຳ ສູນຝຶກອົບຮົມ ເລີ່ມຕົ້ນທຸລະກິດ ໃຫ້ຄົນຫູໜວກ
ຊ່ຶ່ງໄດ້ຈັດຂຶ້ນ ຢູ່ ຮ່າໂນ້ຍ ໃນເດືອນ ຕຸລາ 2019 ຜ່ານມາ. ພາບ: ຫວຽດເກື່ອງ



ທ່ານ Aaron Everhart ສົນທະນາກັບ ບັນດາຜູ້ຊ່ຽວຊານ ສາກົນ ໃນກອງປະຊຸມເລີ່ມຕົ້ນທຸລະກິດ Hatch-Fair.
ນີ້ແມ່ນໂຄງການໜຶ່ງ ທີ່ດຶງດູດ ຜູ້ປະກອບການ ເລີ່ມຕົ້ນ ທຸລະກິດ ທ່ີປະສົບຜົນສຳເລັດ ໃນການຮຽກຮ້ອງທຶນ ແລະ ໄດ້ບັນດານັກລົງທຶນ ສະໜອງທຶນໃຫ້ເຊັ່ນ: Lozi, Money Lover, Hamona, EzCloud, Jamja, bTaskee, eKid Studio, Smart Meal, Student Life Care, Cognito ແລະ ອື່ນໆ… ພາບ: ເອກະສານ



... ແລະ ແລກປ່ຽນ ກັບທ່ານນາງ ຫວູທິເວິນ, ນັກທຸລະກິດໜຸ່ມ ເລີ່ມຕົ້ນທຸລະກິດ ທີ່ປະສົບຜົນສຳເລັດ ໃນຂົງເຂດ ດ້ານເຕັກໂນໂລຊີຂໍ້ມູນຂ່າວສານ,
ສ້າງວຽກເຮັດງານທຳ ໃຫ້ຄົນພິການ. ພາບ: ເອກະສານ



ທ່ານ Aaron Everhart ຕິດຕາມ ການປາຖະກະຖາ ແຜນການ ດຳເນີນທຸລະກິດ ຂອງເພື່ອນຊາວໜຸ່ມ ເລີ່ມຕົ້ນທຸລະກິດ ຈຳນວນ ໜຶ່ງ. ພາບ: ຫວຽດເກື່ອງ


ຮ້ານຂາຍດອກໄມ້ Healthy Farm ຢູ່ ນະຄອນ ດ່າລາດ, ເປັນ ສະຖານທີ່ ໄດ້ຮັບການສະໜັບສະໜູນຈາກ ທ່ານ Aaron Everhart ແລະ ບໍລິສັດ Hatch Ventures. ພາບ: ເອກະສານ


ທ່ານ Aaron Everhart ພ້ອມກັບເພື່ອນຮ່ວມງານຂອງຕົນ ທີ່ບໍລິສັດ Healthy Farm, ນະຄອນ ດ່່າລາດ. ພາບ: ເອກະສານ

ຈາກຂະບວນການເລີ່ມຕົ້ນທຸລະກິດແຫ່ງຊາດ, ທ່ານ Aaron Everhart  ແລະ ບໍລິສັດ Hatch  Ventures ຈໍາກັດ ໂດຍທ່ານເອງ ເປັນປະທານສະພາບໍລິຫານ ໄດ້ກໍ່ສ້າງຫຼາຍ ໂຄງການ ເພື່ອຊ່ວຍໜູນລະບົບນິເວດ ກ່ຽວກັບການເລີ່ມຕົ້ນ ທຸລະກິດ ຢູ່ຫວຽດ ນາມ. ບັນດານັກສຶກສາໜຸ່ມ ຫາກໍຮຽນຈົບ ມະຫາວິທະຍາໄລຢູ່ ຮ່າໂນ້ຍ, ດ່າໜັງ, ນະຄອນ ໂຮ່ຈີມິນ ຫຼື ນັກສຶກສາທີ່ ກັບມາຈາກຕ່າງປະເທດ ຫຼື ຄົນຕ່າງປະເທດ ຮູ້ສຶກໄດ້ ຫວຽດນາມ ເປັນໜຶ່ງໃນບັນດາ ສະຖານທີ່ ດີທີສຸດເພື່ອເປີດບໍລິສັດ, ເຂົາເຈົ້າເຄີຍຊອກມາຫາ ທ່ານ Aaron Everhart ແລະ ບໍລິສັດ Hatch ເພື່ອຂໍຄໍາແນະ ນຳ.

ໃນມໍ່ໆ ນີ້, ທ່ານ Aaron Everhart  ໄດ້ມີວິໄສທັດ ທ່ີດີ ໃນການ ຈັດຕັ້ງປະຕິບັດ Hatch Ventures, ເພິ່ນໄດ້ນໍາເອົາ HATCH ຕິດພັນກັບລະບົບນິເວດ ຜ່ານເຂດຊາຍແດນ, ນຳມາຊຶ່ງກາລະໂອກາດ ແລະ ກຳລັງແຮງຍິ່ງຂຶ້ນ ໃຫ້ແກ່ ອາຊີຕາເວັນອອກສ່ຽງໃຕ້ ເປັນລະບົບນິເວດ ທີ່ເປັນໜຶ່ງດຽວ, ຮ່ວມມືກັນເພື່ອແຂ່ງຂັນໃນຕະ ຫຼາດໂລກ ດ້ວຍລະບົບນິເວດທີ່ຄ້າຍຄືກັນ ເຊັ່ນ: Pan–Europe, ສ ອາເມລິກາ/ການາດາ/ເມັກຊິກ ຫຼື ຕາເວັນອອກກາງ ແລະ ອາ ຟຣິກາເໜືອ ຫຼື ອາເມລິກາ ລາຕິນ.

ບໍລິສັດ Hatch Ventures ໂດຍ ທ່ານ Aaron Everhart ເປັນ ປະທານ ໄດ້ຈັດງານວາງສະແດງ ແລະ ການປະຊຸມ ເລີ່ມຕົ້ນທຸ ລະກິດ Hatch-Fair ຫຼາຍຄັ້ງ. ດ້ວຍເຫດການເຫຼົ່ານີ້, Hatch-Fair ໄດ້ດຶງດູດຜູ້ທ່ີເລີ່ມຕົ້ນທຸລະກິດ, ຮຽກຮ້ອງເງິນທຶນ ແລະ ໄດ້ນັກລົງທຶນ ສະໜອງທຶນໃຫ້ເຊັ່ນ: Lozi, Money Lover, Hamona, EzCloud, Jamja, bTaskee, eKid Studio, Smart Meal, Student Life Care, Cognito ແລະ ອື່ນໆ… ນອກຈາກການເຊື່ອມໂຍງເງິນລົງທຶນ ເພື່ອລະດົມທຶນ, ບໍລິສັດ Hatch Ventures ດ້ວຍຄວາມກະຕືລືລົ້ນຂອງ ທ່ານ Aaron Everhart ເປັນຜູ້ຕາງໜ້າໃຫ້ຫວຽດນາມ ກາຍເປັນ 1 ໃນ 7 ສະມາຊິກ ຜູ້ກໍ່ຕັ້ງພັນທະມິດ ອາຊຽນ Angel Alliance ຂອງພາກພື້ນ, ພ້ອມກັບ ມາເລເຊຍ, ສິງກະໂປ, ອິນໂດເນເຊຍ, ໄທ, ຟີລິບປິນ ແລະ ກຳປູເຈຍ...
ທ່ານ Aaron Everhart ຈົບການສຶກສາຈາກ ມະຫາວິທະຍາໄລ California Santa Cruz, ຫຼັງຈາກນັ້ນ ໄດ້ສືບຕໍ່ ສຶກສາ ບົດກະວີສິລະປະ, ລະດັບປະລິນຍາໂທ  ທີ່ມະຫາວິທະຍາໄລ San Fran cisco ແລະ ປະລິນຍາໂທ ດ້ານການບໍລິຫານ ຈາກມະຫາວິທະ ຍາໄລ La Trobe, Melbourne ປະເທດ ອົດສະຕຣາລີ. 

ບົດ: ບິກເວິນ - ພາບ: ຫວຽດເກື່ອງ ແລະ ເອກະສານ

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ປັດຈຸບັນ, ທ່ານ Lucian Rodriguez Lovell ແມ່ນນັກຄົ້ນຄວ້າ ຂັ້ນປະລິນຍາເອກ, ອາຈານສອນ ວິຊາການອອກແບບ ຢູ່ມະຫາວິ ທະຍາໄລ RMIT ຫວຽດນາມ ໃນຂົງເຂດປະດິດສ້າງ ຍຸກໃໝ່, ການປະຕິບັດຕົວຈິງ ຂອງ ທ່ານ Lucian ແມ່ນປິ່ນອ້ອມ ຫົວເລື່ອງ ກ່ຽວກັບການຫຼິ້ນເກມຕົວຈິງ ແບບປະສົມ, ອອກແບບ ປະສົບການ ດີຈີຕອນ ແບບທົດລອງ, ບັນດາຂັ້ນຕອນ ຈັດແກ້ຮູບພາບ ຈາກຟີຊິກເຖິງ 3D. ຈາກທີ່ນີ້, ທ່ານ ໄດ້ປະດິດສ້າງ ບັນດາຜະລິດຕະພັນ ເພື່ອຊ່ວຍໃຫ້ປະຊາຄົມ ຜ່ານປະສົບການຕົວຈິງ ກັບບັນດາຜະລິດ ຕະພັນ ຫັດຖະກຳພື້ນເມືອງ ຂອງ ຫວຽດນາມ ເຊັ່ນ: ເຮັດໂຄມໄຟ, ເຮັດເຂົ້າຕົ້ມ, ເຄື່ອງຫຼິ້ນຄົ້ນພົບປະຫວັດສາດ ຫວຽດນາມ... ດ້ວຍເຕັກໂນໂລຊີ ທັນສະໄໝ.

Top