• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

5S – ເຄື່ອງມື ປັບປຸງແກ້ໄຂຜົນຜະລິດ ຂອງ ວິສາຫະກິດ ໃຫ້ດີຂຶ້ນ

ນອນຢູ່ໃນໂຄງການປັບປຸງແກ້ໄຂ ສະມັດຕະພາບ ການອອກແຮງງານ ໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ໜ້ອຍ ຂອງ ຫວຽດນາມ ໂດຍ JICA (ອົງການຮ່ວມມືສາກົນ ຍີ່ປຸ່ນ) ຜັນຂະຫຍາຍປະຕິບັດໃນເວລາ 3 ປີ, ເຄື່ອງມື 5S ໄດ້ຢັ້ງຢືນ ປະສິດທິຜົນ ຂອງມັນ ເມື່ອຊ່ວຍ ວິສາຫະກິດ ຫຼາຍແຫ່ງ ຂອງ ຫວຽດນາມ ໃນຂົງເຂດອຸດສາຫະກຳສຳຮອງ  ໃນການຍົກສູງສະມັດຕະພາບຂອງ ຜູ້ອອກແຮງງານ. 
ນາງ ໂດ໊ຫາຍອ໋ຽນ, ກຳມະການເຮັດວຽກຢູ່ພາກສ່ວນ ໃຊ້ແຮງງານຜະລິດ ຂອງ ບໍລິສັດ Indohoa (ນະຄອນ ຫາຍຟ່ອງ) ໃຫ້ຮູ້ວ່າ: “ໃນເວລາໄດ້ຮຽນ ແລະ ໝູນໃຊ້ເຄື່ອງມື 5S ໃນວຽກງານ ເປັນເວລາ 6 ເດືອນ, ສະມັດຕະພາບ ການອອກແຮງງານ ຂອງ ຂ້າພະເຈົ້າ ໄດ້ເພີ່ມຂຶ້ນ 70% ເມື່ອທຽບກັບ ກ່ອນເມື່ອພວກຂ້າພະເຈົ້າໄດ້ຮູ້ຈັກເຖິງເຄື່ອງມື 5S”. 
ເຄື່ອງມື 5S ລວມມີ: Seiri (ເລືອກເຟັ້ນ: ປະໄປສິ່ງທີ່ ບໍ່ຈຳເປັນ); Seiton (ຊັບຊ້ອນ: ຊັບຊ້ອນທຸກສິ່ງທຸກຢ່າງ ໃຫ້ເປັນລະບຽນຮຽບຮ້ອຍ, ຕີຕົວເລກເພື່ອການເຫັນ ແລະ ຊອກຄົ້ນໄດ້ງ່າຍ ); Seiso (ສະອາດ: ເຮັດອະນາໄມ ບ່ອນເຮັດວຽກ ແລະ ຮັກສາສະອາດ ຕະຫຼອດເວລາ); Seiketsu (ເບິ່ງແຍງດູແລ: ກໍ່ສ້າງມາດຖານສູງ ກ່ຽວກັບ ຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດ ທີ່ ບ່ອນ ເຮັດວຽກ); Shitsuke (ກຽມພ້ອມ: ກໍ່ສ້າງ ເພື່ອໃຫ້ທຸກຄົນ ປະຕິບັດ ບັນດາມາດຖານ, ສ້າງເປັນຄວາມຊິນເຄີຍ). 

ນາງ ໂດ໊ຫາຍອ໋ຽນ, ກຳມະການເຮັດວຽກຢູ່ພາກສ່ວນ ໃຊ້ແຮງງານຜະລິດ ຂອງ ບໍລິສັດ Indohoa (ນະຄອນ ຫາຍຟ່ອງ) ໃຫ້ຮູ້ວ່າ: “ໃນເວລາໄດ້ຮຽນ ແລະ ໝູນໃຊ້ເຄື່ອງມື 5S ໃນວຽກງານ ເປັນເວລາ 6 ເດືອນ, ສະມັດຕະພາບ ການອອກແຮງງານ ຂອງ ຂ້າພະເຈົ້າ ໄດ້ເພີ່ມຂຶ້ນ 70% ເມື່ອທຽບກັບ ກ່ອນເມື່ອພວກຂ້າພະເຈົ້າໄດ້ຮູ້ຈັກເຖິງເຄື່ອງມື 5S”.

ນັ້ນບໍ່ແມ່ນຂໍ້ສັງເກດໃນຕົວ ຂອງ ກຳມະກອນຜູ້ໜ່ຶ່ງ. ນາງ ອ໋ຽນ ໄດ້ໄຈ້ແຍກໃຫ້ຂ້າພະເຈົ້າ ເຂົ້າໃຈກ່ຽວກັບ ປະສິດທິຜົນ ຂອງ ເຄື່ອງມື 5S ໃນວຽກງານ. ຖ້າຫາກວ່າກ່ອນນີ້, ດ້ວຍລາຍຮັບ 6 ລ້ານ/ເດືອນ, ນາງ ອ໋ຽນຕ້ອງເຮັດໃຫ້ສຳເລັດ ໄລ່ສະເລ່ຍ 1000 ຜະລິດຕະພັນໃຊ້ແຮງງານຜະລິດ/ວັນ. ເພື່ອບັນລຸໄດ້ລະດັບຄາດໝາຍນີ້, ນາງ ອ໋ຽນຕ້ອງ ເຮັດວຽກ ເພີ່ມເວລາ, ຊຳ້ບໍ່ໜຳແມ່ນນັບທັງວັນອາທິດ. ໂມງເລິກຜຽນ ຂອງ ນາງ ອ໋ຽນ ຍາມໃດກໍແມ່ນ 17 ໂມງ 30 ນາທີ ໃນທຸກມື້ ເພື່ອສາມາດສຳເລັດ ວຽກງານ ໄດ້ເຖິງ ຄາດໝາຍ.

ແຕ່ປັດຈຸບັນ, ຄືການໃຫ້ຮູ້ຂອງນາງ ອ໋ຽນ ວ່າ, ບໍ່ພຽງແຕ່ ຕ້ອງເຮັດວຽກລ່ວງເວລາ ແຕ່ວຽກງານໃນປະຈຳວັນຂອງນາງ ລ້ວນແຕ່ສຳເລັດກ່ອນ 17 ໂມງ.

ນາງ ອ໋ຽນ ກ່າວໃຫ້ຮູ້ ກ່ຽວກັບຜົນປະໂຫຍດເບື້ອງຕົ້ນ ຂອງ ການໝູນໃຊ້ເຄື່ອງມື 5S ວ່າ: “ເມື່ອໄດ້ຮຽນກ່ຽວກັບ 5S, ພວກຂ້າພະເຈົ້າ ບໍ່ຖືກສິ້ນເປືອງເວລາ ໃນວຽກງານ ຕ່າງໆ ເຊັ່ນ: ຊອກເຄື່ອງມື, ເກັບໂຮມຜະລິດຕະພັນ ທີ່ຂາດ ຄຸນນະພາບ ຫຼື ປັດກວາດຈັດມ້ຽນ ບ່ອນເຮັດວຽກ ແລະ ອື່ນໆ... ນັ້ນແມ່ນ ບັນດາວຽກງານ ທີ່ເຮັດໃຫ້ເສຍເວລາ ບໍ່ພຽງແຕ່ ຂອງ ຕົວເອງຂ້າພະເຈົ້າເທົ່ານັ້ນ ຫາກຍັງ ຂອງໝົດທຸກຄົນໃນໜ່ວຍງານອີກດ້ວຍ”.

ປັດຈຸບັນ, ແຕ່ລະມື້, ນາງອ໋ຽນ ຕ້ອງສະຫງວນເວລາພຽງ 5-10 ນາທີ ກ່ອນການເຮັດວຽດຕອນເຊົ້າ ແລະ ພຽງເທົ່່ານັ້ນອີກ ໃນທ້າຍໂມງເຮັດວຽກຂອງຕອນແລງ ເພື່ອການມ້ຽນມັດຂັດຖູ ບ່ອນເຮັດວຽກຂອງຕົນ ແທນທີ່ໃນກ່ອນນີ້, ແຕ່ລະມື້, ນາງ ອ໋ຽນຕ້ອງເສຍເວລາເປັນຊົ່ວໂມງ ເພື່ອເຮັດວຽກງານນີ້. ຊ່ວງເວລາທີ່ປະຢັດໄດ້ ນາງ ອ໋ຽນໃຊ້ເພື່ອການຜະລິດ ຜະລິດຕະພັນເພີ່ມຕື່ມ.



ເປັນຜູ້ແນະນຳໂດຍກົງ ການປະຕິບັດຕົວຈິງ ເຄື່ອງມື 5S ເຖິງ ບໍລິສັດ Indohoa, ທ່ານ Muto Tadashi ອາສາສະໝັກ ທີ່ໄດ້ບັນດາພະນັກງານ ລັດຖະກອນ
ຂອງ ບໍລິສັດເອີ້ນ ດ້ວຍຊື່ເອີ້ນທີ່ສະໜິດສະໜົມວ່າ “ອາຈານ Muto”.



ອາສາສະໝັກຂັ້ນສູງ Muto Tadashi ໃນວັນໜຶ່ງ ຂອງ ການແນະນຳ ຄວາມຮູ້ ໝູນໃຊ້ເຄື່ອງມື 5S ທີ່ ບໍລິສັດ Indohoa. 


ການເຄື່ອນໄຫວ 5S ຂອງ ບໍລິສັດ Indohoa ໄດ້ບັນທຶກໄວ້ ຢູ່ເທິງກະດານສື່ຂ່າວ ຂອງ ແຕ່ລະພາກສ່ວນ ໃນບໍລິສັດ.


ນອກຈາກ ເຄື່ອງມື 5S, ບໍລິສັດ Indohoa ກໍໄດ້ບັນດາ ອາສາສະໝັກ JICA ແນະນຳຕື່ມອີກ ກ່ຽວກັບເຄື່ອງມື Kaizen, ເຄື່ອງມື ທີ່ມີຜົນປະໂຫຍດອື່ນອັນໜຶ່ງ
ໃນການ ຍົກສູງຜົນຜະລິດ ແລະ ຄຸນນະພາບການອອກແຮງງານ. 



ອາສາສະໝັກ Muto ເຂົ້າຮ່ວມໂຄງການຈັດສົ່ງ ອາສາສະໝັກ ຂອງອົງການ JICA ມາເຮັດວຽກ ຢູ່ພະແນກ ແຜນການ ແລະ ການລົງທຶນ ຫາຍຟ່ອງ ດ້ວຍຈຸດໝາຍ
ຊ່ວຍເຫຼືອ ບັນດາວິສາຫະກິດຂະໜາດກາງ ແລະ ໜ້ອຍ ຂອງ ຫວຽດນາມ ປັບປຸງແກ້ໄຂ ຄຸນນະພາບ ແລະ ສະມັດຕະພາບ ການອອກແຮງງານໃຫ້ດີຂຶ້ນ.



ອາສາສະໝັກ Muto ກຳລັງແລກປ່ຽນ ກັບຄະນະການນຳ ບໍລິສັດ Indohoa ພາຍຫຼັງການບັນຍາຍ ກ່ຽວກັບ ການປະຕິບັດຕົວຈິງ ເຄື່ອງມື 5S.


ອາສາສະໝັກ Muto ກຳລັງແລກປ່ຽນ ກັບ ບັນດາ ນັກຊ່ຽວຊານ ຂອງ JICA. 

ເມື່ອສຳເລັດວຽກງານໂດຍໄວ, ນາງ ອ໋ຽນ ບໍ່ພຽງແຕ່ ມີເວລາ ພັກຜ່ອນເທົ່ານັ້ນ ແຕ່ຍັງມີເວລາຕື່ມອີກ ເພື່ອການ ເບິ່ງແຍງ ດູແລຄອບຄົວອີກດ້ວຍ.

ນັ້ນແມ່ນບັນດາປະສິດທິຜົນ ທີ່ສາມາດເຫັນໄດ້ຊັດ ຈາກ ກຳມະກອນຄົນໜຶ່ງ ທີ່ໄດ້ຮັບຜົນກະທົບໂດຍກົງຈາກ ຜົນການຜະລິດຂອງຕົນ.

ທ່ານ ຫວູກວາງຮຸຍ, ຜູ້ອຳນວຍການບໍລິສັດ Indohoa ໃຫ້ຮູ້ວ່າ, ນັບແຕ່ເມື່ອໝູນໃຊ້ເຄື່ອງມື 5S, ບໍລິສັດ ໄດ້ມີການ ປ່ຽນແປງຫຼາຍຢ່າງ ຊຶ່ງໃນນັ້ນ ການປ່ຽນແປງ ທີ່ໃຫຍ່ຫຼວງ ທີສຸດ ແມ່ນສ້າງສະພາບແວດລ້ອມ ການເຮັດວຽກ ທີ່ໃກ້ຊິດ ສະໜິດສະໜົມ, ປ່ຽນແປງຈິນຕະນາການຂອງທຸກຄົນ, ປະກອບສ່ວນຍົກສູງສະມັດຕະພາບການເຮັດວຽກ.

ຕາມທ່ານຮຸຍ, ໃນເຄື່ອງມື 5S, ຕົວໜັງສື “S” ມີຄວາມໝາຍ ວ່າ ຊັບຊ້ອນ ແມ່ນຈຳເປັນທີສຸດ ຕໍ່ ລັກສະນະ ຈຳເພາະຂອງ ບໍລິສັດແຫ່ງໜຶ່ງ ກ່ຽວກັບ ພິມເຄື່ອງຫຸ້ມຫໍ່ ຜະລິດຕະພັນ ຄືໃນປັດຈຸບັນ. ມີການດຳເນີນງານຫຼາຍຢ່າງທີ່ບໍ່ຈຳເປັນ ໄດ້ຖືກປະໄປ ຫຼັງຈາກ ບັນດາກຳມະກອນໄດ້ແນະນຳ ກ່ຽວກັບວິທີການຊັບຊ້ອນ.

ເປັນຜູ້ແນະນຳໂດຍກົງ ການປະຕິບັດຕົວຈິງ ເຄື່ອງມື 5S ເຖິງ ບໍລິສັດ Indohoa, ທ່ານ Muto Tadashi ອາສາສະໝັກ ທີ່ໄດ້ບັນດາພະນັກງານ ລັດຖະກອນ ຂອງ ບໍລິສັດເອີ້ນ ດ້ວຍຊື່ເອີ້ນທີ່ສະໜິດສະໜົມວ່າ “ອາຈານ Muto”.

ທ່ານ Muto, ອາຍຸ 63 ປີ ຊຶ່ງກ່ອນກິນບຳນານ ເຄີຍເຮັດວຽກ ໃຫ້ ບັນດາກຸ່ມບໍລິສັດຫຼາຍປະເທດ ຢູ່ ຍີ່ປຸ່ນ ແລະ ເຢຍລະມັນ ກ່ຽວກັບ ຂົງເຂດ ພັດທະນາ ບັນດາຜະລິດຕະພັນ ທາດເຄມີໃໝ່. ທ່ານໄດ້ເຂົ້າຮ່ວມໂຄງການຈັດສົ່ງ ອາສາສະໝັກ ຂອງອົງການ JICA (ອົງການຮ່ວມມື ສາກົນຍີ່ປຸ່ນ) ມາເຮັດວຽກ ຢູ່ພະແນກແຜນການ ແລະ ການລົງທຶນ ຫາຍຟ່ອງ ດ້ວຍຈຸດໝາຍຊ່ວຍເຫຼືອ ບັນດາ ວິສາຫະກິດຂະໜາດກາງ ແລະ ໜ້ອຍ ຂອງ ຫວຽດນາມ ດ້ວຍຈຸດໝາຍ ປັບປຸງແກ້ໄຂຄຸນນະພາບ ແລະ ສະມັດຕະພາບ ການອອກແຮງງານໃຫ້ດີຂຶ້ນ.


ຫຼັງຈາກການ ເຮັດວຽກ ຢູ່ ຫວຽດນາມມາເປັນເວລາ 2 ປີ, ທ່ານ Muto ໄດ້ມີການສັງເກດເຫັນ ຢ່າງຊັດເຈນກວ່າ ກ່ຽວກັບລັກສະນະຈຳເພາະ ຂອງ ບັນດາວິສາຫະກິດ ຫວຽດນາມ ເມື່ອທຽບກັບ ວິສາຫະກິດ ຍີ່ປຸ່ນ. ດ້ວຍເຫດນັ້ນ, ທ່ານ Muto ໄດ້ເຫັນດີ ກັບທັດສະນະ ແນະນຳ ກັບ ບັນດາວິສາຫະກິດ ຫວຽດນາມວ່າ: ກໍ່ສ້າງ ແລະ ແນະນຳ ກ່ຽວກັບວິທີການ ດີກວ່າ ວາງອອກ ວິທີການແກ້ໄຂທີ່ລະອຽດ. ຍ້ອນຕາມທັດສະນະຂອງທ່ານ ວ່າ: “ຈົ່ງໃຫ້ເຂົາເຈົ້າຄັນເບັດ ໜ່ວຍໜຶ່ງ ແທນທີ່ໃຫ້ເຂົາເຈົ້າປາໜຶ່ງໂຕ”. 


ເຄື່ອງມື 5S ໄດ້ຊ່ວຍບໍລິສັດ ມີການປ່ຽນແປງຫຼາຍຢ່າງ ໃນສະພາບແວດລ້ອມການເຮັດວຽກ ແລະ ຈິນຕະນາການ,
ພິເສດແມ່ນບັນດາກຳມະກອນ ໄດ້ມີການປັບປຸງໃຫ້ດີຂຶ້ນ ຢ່າງເຫັນໄດ້ຊັດ. 



ທ່ານ ຫວູກວາງຮຸຍ ໃຫ້ຮູ້ວ່າ, ຕົວໜັງສື “S” ມີຄວາມໝາຍ ວ່າ ຊັບຊ້ອນ ແມ່ນຈຳເປັນທີສຸດ ຕໍ່ ລັກສະນະຈຳເພາະ ຂອງ ບໍລິສັດແຫ່ງໜຶ່ງ
ກ່ຽວກັບ ພິມເຄື່ອງຫຸ້ມຫໍ່ ຜະລິດຕະພັນ ຄືໃນປັດຈຸບັນ.



ບັນຍາກາດ ແລະ ສະພາບແວດລ້ອມການເຮັດວຽກ ຂອງ ໂຮງງານ ໄດ້ກາຍເປັນສະອາດ ແລະ ມີຄວາມເປັນ ລະບຽບຮຽບຮ້ອຍ ພາຍຫຼັງ ໝູນໃຊ້ເຄື່ອງມື 5S. 


ຕາຕະລາງ ກ່ຽວກັບ ເຄື່ອງມື 5S ໄດ້ຕິດ ຢູ່ແຕ່ລະພາກສ່ວນ ທີ່ແຕກຕ່າງກັນ ໃນໂຮງງານ ເພື່ອໃຫ້ ບັນດາ ກຳມະກອນ ກຳໄດ້ ວຽກງານທີ່ຕ້ອງປະຕິບັດໃນຕົວຈິງ. 


ກ່ອນໜ້ານີ້, ບັນດາຜະລິດຕະພັນໃຊ້ແຮງງານຜະລິດ ໃນໂຮງງານ ຖືກຊັບຊ້ອນ ບໍ່ຖືກບ່ອນຢູ່ສະເໝີ ເພາະສະນັ້ນ ໄດ້ກໍ່ຄວາມຫຍຸ້ງຍາກ ໃຫ້ແກ່ ກຳມະກອນ ໃນການເຄື່ອນຍ້າຍ. 

ເລື່ອງຄຸນນະພາບ ແລະ ສະມັດຕະພາບການອອກແຮງງານ ຂອງ ບໍລິສັດ Indohoa ໄດ້ຮັບການປົວແປງດີຂຶ້ນ ຢ່າງເຫັນໄດ້ຊັດ ແມ່ນໜ່ຶງໃນບັນດາການຢືນຢັນວ່າ ວິທີການ ແນະນຳເຄື່ອງມື 5S ຂອງ “ອາຈານ Muto” ແມ່ນມີ ປະສິດທິຜົນ ຕໍ່ບັນດາວິສາຫະກິດ ຫວຽດນາມ ຢ່າງແທ້ຈິງ.

ໂດຍໄດ້ກຳເນີດຈາກ ຍີ່ປຸ່ນ, ເຄື່ອງມື 5S ໄດ້ຮັບການ ແນະນຳ ຢູ່ທີ່ ຫວຽດນາມ ໃນຫຼາຍປີຜ່ານມາ ແລະ ກໍຢືນຢັນ ໄດ້ປະສິດທິຜົນ ຂອງມັນ ເມື່ອຊ່ວຍວິສາຫະກິດຫຼາຍແຫ່ງ ຂອງ ຫວຽດນາມ ໃນຂົງເຂດຜະລິດ ອຸດສາຫະກຳສຳຮອງ ໄດ້ຮັບການປ່ຽນແປງໃຫ້ດີຂຶ້ນ.

ພິເສດ, ດ້ວຍໂຄງການກໍ່ສ້າງ ຢ່າງມີວິທະຍາສາດ ແລະ ມີການ ປະສົມປະສານ ຢ່າງແໜ້ນແຟ້ນ ລະຫວ່າງ ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ທີ່ວິສາຫະກິດ. ໂຄງການປັບປຸງແກ້ໄຂ ສະມັດຕະພາບການອອກແຮງງານ ໃຫ້ ວິສາຫະກິດຂະໜາດ ກາງ ແລະ ໜ້ອຍ ຂອງ ຫວຽດນາມ ໂດຍອົງການ JICA ເປັນຜູ້ປະຕິບັດ ໄດ້ຊ່ວຍໃຫ້ ວິສາຫະກິດ ຫວຽດນາມ ຮັບຮູ້ໄດ້ນັບມື້ນັບຈະແຈ້ງກວ່າ ກ່ຽວກັບ ບົດບາດ ຂອງການ ປັບປຸງແກ້ໄຂ ສະພາບແວດລ້ອມການເຮັດວຽກ ແລະ ຍົກສູງຄວາມເພີ່ງພໍໃຈ ຂອງຊາວຜູ້ອອກແຮງງານ, ຖືປັດໄຈມະນຸດ ເປັນກຸນແຈສຳຄັນ ເພື່ອປັບປຸງແກ້ໄຂ ສະມັດຕະພາບການອອກແຮງງານ.


ບົດ: ຖາວວີ - ພາບ: ຫວຽດເກື່ອງ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top