• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

2 ກໍລະນີຕິດເຊື້ອພະຍາດໄວຣັດ nCoV ໄດ້ຮັບການປິ່ວປົວຫາຍແລ້ວແລະໄດ້ອອກຈາກໂຮງໝໍ

      ຄົນເຈັບຊື່ວ່າ Li Zichao, ອາຍຸ 28 ປີ, ຖືສັນຊາດຈີນ, ເຊິ່ງແມ່ນໜຶ່ງໃນຈຳນວນ 2 ຄົນຖືກຕິດເຊື້ອພະຍາດໄວຣັດສາຍພັນໃໝ່ ໂກໂຣນາ (nCoV) ໄດ້ອອກຈາກໂຮງໝໍແລ້ວ

ແມ່ຍິງຕ້ອນຮັບແຂກຢູ່ໂຮງແຮມຖືກຕິດເຊື້ອພະຍາດໄວຣັດ nCoV ໄດ້ວີໄຈເປັນ 3 ຄັ້ງບໍ່ກວດພົບຖືກຕິດເຊື້ອພະຍາດໄວຣັດ nCoV ອີກ)
      ວັນທີ 04 ກຸມພາ, ຄົນເຈັບຊື່ວ່າ Li Zichao, ອາຍຸ 28 ປີ, ຖືສັນຊາດຈີນ, ເຊິ່ງແມ່ນໜຶ່ງໃນຈຳນວນ 2 ຄົນຖືກຕິດເຊື້ອພະຍາດໄວຣັດສາຍພັນໃໝ່ ໂກໂຣນາ (nCoV) ໄດ້ອອກຈາກໂຮງໝໍແລ້ວ, ພາຍຫຼັງທີ່ໄດ້ຮັບການປິ່ນປົວເປັນເວລາ 13 ວັນ ຢູ່ໂຮງໝໍ ເຈີ້ໄຣ້, ນະຄອນໂຮ່ຈິມິນ. ທ່ານ ປອ, ທ່ານໝໍ ເລກ໊ວກຮຸ່ງ, ຫົວໜ້າພະແນກພະຍາດເຂດຮ້ອນ, ໂຮງໝໍເຂດຮ້ອນ ເຈີ້ໄຣ້ ໃຫ້ຮູ້ວ່າ, ພາຍຫຼັງໄດ້ຮັບການປິ່ວປົວ, ຄົນເຈັບ Li Zichao ໄດ້ອອກຈາກໂຮງໝໍ ພາຍຫຼັງທີ່ວິໄຈເປັນ 4 ຄັ້ງບໍ່ກວດພົບຕິດເຊື້ອພະຍາດໄວຣັດ nCoV ອີກແລ້ວ ແລະ ອາການສຸຂະພາບເປັນປົກກະຕິດີ.
          ແລະກໍ່ໃນວັນດຽວກັນ, ການນຳໂຮງໝໍເຂດຮ້ອນແຂວງ ແຄ໊ງຮ່າ ໃຫ້ຮູ້ວ່າ, ແມ່ຍິງຕ້ອນຮັບແຂກຢູ່ໂຮງແຮມຖືກຕິດເຊື້ອພະຍາດໄວຣັດ nCoV ໄດ້ວີໄຈເປັນ 3 ຄັ້ງບໍ່ກວດພົບຖືກຕິດເຊື້ອພະຍາດໄວຣັດ nCoV ອີກ. ຄາດວ່າ, ຕອນບ່າຍວັນທີ 04 ກຸມພາ ກໍ່ຈະອອກຈາກໂຮງໝໍໄດ້.
          ຕໍ່ໜ້າບັນດາການຜັນແປທີ່ສັບສົນຍ້ອນເຊື້ອພະຍາດໄວຣັດ nCoV, ນະຄອນຫຼວງຮ່າໂນ້ຍ ພວມສຸມໃສ່ຢ່າງແຮງໃຫ້ແກ່ວຽກງານປ້ອງກັນ, ຕ້ານເຊື້ອພະຍາດໄວຣັດ nCoV. ຮ່າໂນ້ຍ ກໍ່ໄດ້ປະກາດເບີໂທລະສັບສາຍດ່ວນເພື່ອຮັບຂໍ້ມູນກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດໄວຣັດ nCoV; ຈັດແບ່ງໂຮງໝໍ 5 ແຫ່ງເພື່ອຮັບ, ແຍກຕົວ, ຕິດຕາມ ແລະ ປິ່ນປົວໃຫ້ແກ່ບັນດາຜູ້ຖືກຕິດເຊື້ອພະຍາດໄວຣັດນີ້.
          ຢູ່ນະຄອນໂຮ່ຈີມິນ, ເພື່ອເປັນເຈົ້າການໂຄສະນາ ແລະ ຂົນຂວາຍປະຊາຊົນໃນວຽກງານປ້ອງກັນ, ຕ້ານເຊື້ອພະຍາດໄວຣັດ nCoV, ນະຄອນຈະພິມໃບປິວ 5 ລ້ານໃບ, ເອກະສານໂຄສະນາກ່ຽວກັບເຊື້ອພະຍາດໄວຣັດ nCoV ເຖິງແຕ່ລະຄອບຄົວ.
          ໃນຂະນະນັ້ນ, ນະຄອນ ດ່ານັ້ງ ຫາກໍ່ສະເໜີໃຫ້ບັນດາທ້ອງຖິ່ນໂຄສະນາ, ສະເໜີແນະໃຫ້ປະຊາຊົນຈົ່ງເປັນເຈົ້າການໃນການປະຕິບັດບັນດາວຽກງານການບໍລິການສາທາລະນະໃນທຸກຂົງເຂດໂດຍກົງຜ່ານເຄືອຂ່າຍອີນເຕີແນັດ.
 (ແຫຼ່ງຄັດຈາກ VOV)
 

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top