• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານມະຫາກຳກິລາ Olympic Tokyo 2020: ເຊື່ອມຈອດກັນດ້ວຍຄວາມປະທັບໃຈ

      ຕອນຄ່ຳວັນທີ 23 ກໍລະກົດ, ງານມະຫາກຳກິລາ Olympic Tokyo 2020 ຖືກໄຂຂຶ້ນຢູ່ສະໜາມກິລາແຫ່ງຊາດ ຢູ່ນະຄອນ ໂຕກຽວ, ປະເທດ ຍີ່ປຸ່ນ. ໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນໃນທົ່ວໂລກ, ເຫດການດັ່ງກ່າວຖືກດຳເນີນແບບລຽບງ່າຍ ແຕ່ກໍສົມກຽດ ແລະ ເຕັມໄປດ້ວຍຄວາມປະທັບໃຈ.
ຄະນະນັກກິລາ ຫວຽດນາມ ເດີນຂະບວນທີ່ພິທີໄຂ (ພາບ: VTV)
      ເຖິງວ່າຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຄັ່ງຄັດກໍຕາມ ແຕ່ກໍບໍ່ເຮັດໃຫ້ຄວາມສົມກຽດ ແລະ  ຄວາມຟົດຟື້ນຂອງພິທີດັ່ງກ່າວຖືກຫຼຸດລົງ. ນອກຈາກການຍິງບັ້ງໄຟດອກທີ່ແຈ້ງສະຫວ່າງທົ່ວທ້ອງຟ້າໂຕກຽວ ແລ້ວ,ສະໜາມກິລາ Olympic ກໍຄຶກຄື້ນມ່ວນຊືນດ້ວຍລາຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນຂອງປະເທດປະຈຳຖິ່ນອີກດ້ວຍ. ພາຍຫຼັງການແນະນຳ 33 ປະເພດກິລາທີ່ໄດ້ແຂ່ງຂັນໃນງານມະຫາກຳກິລາ 2020, ຄະນະນັກກິລາ 206 ຄະນະ ໄດ້ເຂົ້າຮ່ວມພິທີເດີນຂະບວນຢູ່ສະໜາມກິລາ. ຄະນະນັກກິລາ ຫວຽດນາມ ມີນັກກິລາທັງໝົດ 18 ຄົນ ໂດຍເຂົ້າຮ່ວມການ     
      ຫົວຂໍ້ຂອງງານມະຫາກຳກິລາ ແມ່ນເຊື່ອມຈອດກັນດ້ວຍຄວາມປະທັບໃຈ, ສະນັ້ນ, ນອກຈາກບັນຍາກາດທີ່ຟົດຟື້ນມ່ວນຊື່ນຂອງລາຍການສະແດງສິລະປະຕ່າງໆ, ຄະນະຈັດຕັ້ງ ໄດ້ສະຫງວນເວລາ 1 ນາທີ ເພື່ອອາໄລຫາບຸກຄົນທີ່ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ໃນທົ່ວໂລກ. ຄຳຂວັນຂອງງານມະຫາກຳກິລາຄັ້ງນີ້ ກໍໄດ້ຮັບການປັບປຸງໃຫ້ກາຍເປັນ “ໄວກວ່າ, ສູງກວ່າ, ແຮງກວ່າ ແລະ ຮ່ວມກັນ” ເຊິ່ງເໝືອນດັ່ງຄຳບອກເຕືອນກ່ຽວກັບຄວາມສາມັກຄີພ້ອມກັນຮັບມືກັບສິ່ງທ້າທາຍທົ່ວໂລກ. ກ່າວຄຳເຫັນທີ່ພິທີ, ທ່ານ Seiko Hashimoto ປະທານຄະນະຈັດຕັ້ງ Olympic ຍີ່ປຸ່ນ ຢັ້ງຢືນວ່າ, ການຈັດຕັ້ງງານມະຫາກຳກິລາ ກໍເປັນສານຢ່າງແຮງທີ່ຢາກຝາກເຖິງປະຊາຊົນທຸກຄົນໃນທົ່ວໂລກ ເພື່ອເອົາໄຊຊະໂລກລະບາດ. ຍີ່ປຸ່ນ ຫວັງວ່າ Olympic ຈະເຊື່ອມຈອດກັນດ້ວຍເນື້ອໃນຈິດໃຈຫຼັກໆແມ່ນ “ເຊື່ອມຈອດກັນດ້ວຍຄວາມປະທັບໃຈ”.
(ແຫຼ່ງຄັດຈາກ VOV)



ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top