• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານຕະຫລາດນັດອຸດສາຫະກຳ, ການຄ້າສາກົນປີ 2019

      ຕອນຄ່ຳວັນທີ 30 ພຶດສະພາ, ທີ່ນະຄອນ ດົ່ງເຫີ໊ຍ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ກວາງບີ່ງ ໄດ້ຈັດຕັ້ງງານຕະຫລາດນັດອຸດສາຫະກຳ ແລະ ການຄ້າສາກົນ ກວາງບີງ ປີ 2019. 


ພິທີໄຂງານຕະຫລາດນັດອຸດສາຫະກຳ, ການຄ້າສາກົນປີ 2019
      ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຢ໋ວານທິທູຖູຍ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເນັ້ນໜັກວ່າ: ງານຕະຫລາດນັດແມ່ນການເຄື່ອນໄຫວສຳຄັນຂຶ້ນກັບໂຄງການສົ່ງເສີມການຄ້າສາກົນປີ 2019; ແນໃສ່ຊຸກຍູ້ການແລກປ່ຽນການຄ້າ, ຊອກຫາກາລະໂອກາດຮ່ວມມືດຳເນີນທຸລະກິດ. ຊຸກຍູ້ການເຄື່ອນໄຫວຮ່ວມສຳພັນສົ່ງເສີມການຄ້າ, ການລົງທຶນລະຫວ່າງບັນດາປະເທດ ຫວຽດນາມ - ລາວ - ໄທ…
        ງານຕະຫລາດນັດອຸດສາຫະກຳ ແລະ ການຄ້າສາກົນ ກວາງບີ່ງ 2019 ດ້ວຍຂອບຂະໜາດຮ້ານວາງສະແດງບັນລຸມາດຕະຖານກ່ວາ 300 ຮ້ານ, ດຶງດູດການເຂົ້າຮ່ວມຂອງບັນດາວິສາຫະກິດທີ່ມາຈາກພາຍໃນປະເທດ ແລະ ຕ່າງປະເທດ. ບັນດາຮ້ານວາງສະແດງຂຶ້ນກັບຫລາຍຂົງເຂດ, ເປັນຫລາຍຮູບຫລາຍແບບ ແລະ ອຸດົມສົນບູນ ເຊິ່ງລວມມີບັນດາປະເພດສິນຄ້າກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ສະບຽງອາຫານປຸງແຕ່ງ, ເຄື່ອງຕ່ຳແຜ່ນຕັດຫຍິບ - ແຟຊັນ, ເຄື່ອງໄຟຟ້າ - ເອເລັກໂຕນິກ…ງານຕະຫລາດນັດອຸດສາຫະກຳ ແລະ ການຄ້າສາກົນ ກວາງບີ່ງ 2019 ຈະດຳເນີນໄປຈົນຮອດວັນທີ 05 ມິຖຸນາ 2019 ຈຶ່ງອັດລົງ.
 (ແຫຼ່ງຄັດຈາກ VOV)
 

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top