• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດບັນດາເຜົ່າສ່ວນໜ້ອຍຫວຽດນາມ ຄັ້ງທີ 2

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດບັນດາເຜົ່າສ່ວນໜ້ອຍຫວຽດນາມ ຄັ້ງທີ 2 ປີ 2020 ດ້ວຍຫົວຂໍ້ “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ບັນດາເຜົ່າມີຄວາມສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ, ເສີມຂະຫຍາຍກຳລັງແຮງພາຍໃນເພື່ອພ້ອມກັນພັດທະນາປະເທດຊາດ”.


 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດບັນດາເຜົ່າສ່ວນໜ້ອຍຫວຽດນາມ ຄັ້ງທີ 2 ປີ 2020

(ພາບ: baodantoc.vn)


ຕອນເຊົ້າວັນທີ 04 ທັນວາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດບັນດາເຜົ່າສ່ວນໜ້ອຍຫວຽດນາມ ຄັ້ງທີ 2 ປີ 2020 ດ້ວຍຫົວຂໍ້ “ພາຍໃຕ້ຄັນທຸງອັນສະຫງ່າລາສີຂອງພັກ, ບັນດາເຜົ່າມີຄວາມສະເໝີພາບ, ສາມັກຄີ, ເຄົາລົບ, ຊ່ວຍເຫຼືອເຊິ່ງກັນແລະກັນ, ເສີມຂະຫຍາຍກຳລັງແຮງພາຍໃນເພື່ອພ້ອມກັນພັດທະນາປະເທດຊາດ” ຖືກໄຂຂຶ້ນຢ່າງເປັນທາງການຢູ່ຮ່າໂນ້ຍ,  ດ້ວຍການເຂົ້າຮ່ວມຂອງຜູ້ແທນ 1.600 ຄົນ.

        ກອງປະຊຸມນີ້ແມ່ນໂອກາດເພື່ອໃຫ້ພັກລັດຮັບຮູ້ຜົນງານການປະກອບສ່ວນຢ່າງໃຫຍ່ຫຼວງຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍໃນກິດຈະການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່, ພັດທະນາພື້ນຖານໂຄງລ່າງ, ປະຕິບັດນະໂຍບາຍຊົນເຜົ່າ, ສ້າງສາ, ປົກປັກຮັກສາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top