• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຟນບານທົ່ວປະເທດສະຫງວນຄວາມຮັກແພງໃຫ້ທິມບານເຕະ Olympic ຫວຽດນາມ

ໃນນັດຮອງຊະນະເລີດບານເຕະຊາຍ ASIAD 2018, ວັນທີ 29 ສິງຫາ, ທິມບານເຕະ Olympic ຫວຽດນາມ ໄດ້ເສຍທິມບານເຕະ Olympic ສ.ເກົາຫຼີ - ເຊີ່ງແມ່ນທິມແຊັມ ASIAD – ດ້ວຍປະຕູ 1 ຕໍ່ 3.

 ແຟນບານທົ່ວປະເທດສະຫງວນຄວາມຮັກແພງໃຫ້ທິມບານເຕະ Olympic ຫວຽດນາມ

ດ້ວຍໝາກຜົນນີ້, ທິມບານເຕະ Olympic ຫວຽດນາມ ຈະເຂົ້າຮ່ວມນັດແຂ່ງຂັນຊິງຫຼຽນທອງ ເຊິ່ງໄດ້ຈັດຕັ້ງໃນຕອນບ່າຍວັນທີ 01 ກັນຍາ ຢູ່ປະເທດ ອິນໂດເນເຊຍ.

        ສຳລັບແຟນບານ ຫວຽດນາມ, ນີ້ແມ່ນໝາກຜົນທີ່ມີຄວາມເອກອ້າງທະນົງໃຈຂອງ Olympic ຫວຽດນາມ ທີ່ການແຂ່ງຂັນບານເຕະຄັ້ງນີ້ ແລະ ຍາມໃດກໍ່ສະແດງຄວາມຮັກ, ລະດົມກຳລັງໃຈໃຫ້ບັນດານັກເຕະ ແລະ ຄະນະຄູຝຶກ. ອ້າຍ ເຈິ່ນແທງຮຶງ ຢູ່ເມືອງ ບາດີງ ຮ່າໂນ້ຍ ແບ່ງປັນວ່າ:

        “ເປັນໜ້າເສຍດາຍການແຂ່ງຂັນ ດັ່ງຄວາມຫວັງ. ແຕ່ຜ່ານນັດນີ້ ພວກເຮົາກໍ່ເຫັນໄດ້ຈິດໃຈສ່ວນໃດສ່ວນໜຶ່ງ ຂອງທິມບານເຕະ Olympic ກໍ່ຄື U23. ນັ້ນກໍ່ແມ່ນຄວາມຫວັງໃຫ້ບານເຕະ ຫວຽດນາມ ພັດທະນາໃນອະນາຄົດ. ບັນດາແຟນບານ ຫວຽດນາມ ແນ່ນອນວ່າຍາມໃດກໍ່ຈະຮ່ວມເດີນທາງຕິດຕາມທິມບານເຕະ U23 ກໍ່ຄືທິມບານເຕະ ຫວຽດນາມ.

        ແຟນບານທັງຫລາຍມີຄວາມຫວັງຕໍ່ໄຊຊະນະຂອງທິມບານເຕະ Olympic ຫວຽດນາມ ພົບກັບທິມບານເຕະ Olympic ສະຫະລັດ ອາຣັບ ເອມີເລດ ໃນວັນທີ 01 ກັນຍາ ຈະມາເຖິງ.

(ແຫຼ່ງຄັດຈາກ VOV)


ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top