• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແກ້ໄຂຜົນຮ້າຍຢ້ອນຫລັງຈາກພາຍຸWIPHA:ສຸມໃສ່ຊອກຫາຜູ້ຫາຍສາບສູນ

      ທີ່ກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ຕ້ານໄພທຳມະຊາດ ຊື່ງດຳເນີນໃນຕອນເຊົ້າວັນທີ 4 ສິງຫາ ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຊວນເກືອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຮອງຫົວຫນ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດ ໄດ້ຊີ້ແຈ້ງວ່າ ຈຸດສຸມໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກ ພາຍຸ ແມ່ນສຸມໃສ່ຊອກຫາຜູ້ຫາຍສາບສູນ, ບໍ່ໄດ້ປະໃຫ້ປະຊາຊົນຂາດນ້ຳ ແລະ ສະບຽງອາຫານ.
      ຕາມບົດລາຍງານຈາກບັນດາທ້ອງຖິ່ນ ໄລ່ຮອດຕອນເຊົ້າວັນທີ 4 ສິງຫາ ພາຍຸດັ່ງກ່າວໄດ້ເຮັດໃຫ້ 2 ຄົນເສຍຊີວິດ, 13 ຄົນຖືກຫາຍສາບສູນ. ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆຕ້ອງປະຕິບັດສານທາງການຂອງນາຍົກລັດຖະມົນຕີ ຢ່າງເຂັ້ມງວດ ເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກພາຍຸໂດຍໄວ.
 (ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top