• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ ຫວຽດ​ນາມ 9 ເດືອນ ປີ 2020 ແລະ ບາງ​ວິ​ທີ​ການ​ແກ້​ໄຂ

ວັນທີ 24 ກັນຍາ, ຢູ່ນະຄອນເກິ່ນເທີ, ຫ້ອງການສະພາແຫ່ງຊາດ ໄດ້ສົມທົບກັບກຳມາທິການເສດຖະກິດສະພາແຫ່ງຊາດ ແລະ ດ້ວຍການໜູນຊ່ວຍດ້ານເຕັກນິກຂອງ ສະຖາບັນ Hanns Seidel (ສ.ເຢຍລະມັນ) ໄດ້ຈັດຕັ້ງເວທີປາໄສສະພາບການເສດຖະກິດ - ສັງຄົມຫວຽດນາມ 9 ເດືອນປີ 2020 ແລະ ບາງວິທີການແກ້ໄຂ.


ເວທີປາໄສສະພາບການເສດຖະກິດ - ສັງຄົມຫວຽດນາມ 9 ເດືອນປີ 2020 ແລະ ບາງວິທີການແກ້ໄຂ

(ພາບ: TTXVN)


ເວທີປາໄສແມ່ນກາລະໂອກາດເພື່ອຫວນຄືນສະພາບການເສດຖະກິດ - ສັງຄົມໃນ 9 ເດືອນຂອງປີ 2020 ແລະ ປະກອບສ່ວນຕີລາຄາບັນດາຜົນກະທົບຈາກໂລກລະບາດ Covid – 19 ຕໍ່ເສດຖະກິດ ຫວຽດນາມ, ບັນດາກາລະໂອກາດ, ສິ່ງທ້າທາຍ ຂອງການປະຕິບັດເປົ້າໝາຍຄວບຄູ່ ແລະ ພັດທະນາເສດຖະກິດ - ສັງຄົມໃນຊຸມປີຈະມາເຖິງ, ກໍ່ຄືແງ່ຫວັງຂອງການພັດທະນາເສດຖະກິດ - ສັງຄົມ ຫວຽດນາມບົນພື້ນຖານດີຈີຕອນ.

ເວທີປາໄສໄດ້ດຳເນີນໃນລະຫວ່າງວັນທີ 24 – 25 ກັນຍາດ້ວຍ 3 ຫົວຂໍ້ປຶກສາຫາລືແມ່ນ ສະພາບການສັງລວມເສດຖະກິດຫວຽດນາມ ໃນ 9 ເດືອນຕົ້ນປີ 2020, ສະພາບການຕົວຈິງ ແລະ ແງ່ຫວັງຂອງເສດຖະກິດ ຫວຽດນາມ ບົນພື້ນຖານດີຈີຕອນ, ສະພາບການຕົວຈິງ ແລະ ການພັດທະນາຂອງບັນດາຂົງເຂດວັດທະນະທຳ ສັງຄົມ ຫວຽດນາມ ບົນພື້ນຖານດີຈີຕອນ.

(ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top