• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ​ຂັ​້ນ​ສູງ​ການ​ທ່ອງ​ທ່ຽວ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ “ເພື່ອ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ​ພັດ​ທະ​ນາ​ຢ່າງ​ແທ​້​ຈິງ”

ເວທີປາໄສຂັ້ນສູງການທ່ອງທ່ຽວຫວຽດນາມ ປີ 2019 ດ້ວຍຫົວຂໍ້“ເພື່ອການທ່ອງທ່ຽວຫວຽດນາມ ພັດທະນາຢ່າງແທ້ຈິງ” ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 9 ທັນວາ, ຢູ່ຮ່າໂນ້ຍ. 


ແຂກທ່ອງທ່ຽວສາກົນໄປຢ້ຽມຊົມບັນດາສະຖານທີ່ປູຊະນີຍະສະຖານປະຫວດສາດ ຂອງ ຫວຽດນາມ

(ພາບ: CTV/TTXVN)


ນີ້ແມ່ນເຫດການສຳຄັນເພື່ອແນໃສ່ດຶງດູດເອົາຂໍ້ລິເລີ່ມ, ມາດຕະການແກ້ໄຂຂໍ້ຫຍຸ້ງຍາກ, ຂໍ້ຂາດຕົກບົກຜ່ອງ, ສ້າງເງື່ອນໄຂໃຫ້ການທ່ອງທ່ຽວຫວຽດນາມພັດທະນາ. ຄາດຄະເນວ່າ ຈະມີຜູ້ແທນ ປະມານ 2000 ທ່ານເຂົ້າຮ່ວມກອງປະຊຸມຄົບຄະນະຂອງເວທີປາໄສນີ້.

ການຈັດຕັ້ງເວທີປາໄສເພື່ອມຸ່ງໄປເຖິງ 3 ເປົ້າໝາຍ: ເຫັນດີເປັນເອກະພາບຕໍ່ໂຄງການດຳເນີນງານ ເພື່ອປັບປຸງກຳລັງແກ້ງແຍ້ງການທ່ອງທ່ຽວແຫ່ງຊາດ; ຊຸກຍູ້ການແກ້ໄຂບັນຫາເລັ່ງລັດ ການລົງທຶນ, ໂຄສະນາ, ດຶງດູດແຂກທ່ອງທ່ຽວ ຈາກຕະຫຼາດຍຸດທະສາດ; ຫັນຂໍ້ລິເລີ່ມໃນການກໍ່ສ້າງຕະຫຼາດການບິນຮ່ວມ ອາຊຽນ ປີ 2020 ໃຫ້ປະກົດຜົນເປັນຈິງ.

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບເວທີປາໄສ, ທ່ານ ເຈິ່ນຈ້ອງກຽນ, ປະທານສະພາທີ່ປຶກສາ ການທ່ອງທ່ຽວ ຫວຽດນາມ, ສະມາຊິກຄະນະຄົ້ນຄ້ວາພັດທະນາເສດຖະກິດ ພາກເອກະຊົນ, ໃຫ້ຮູ້ວ່າ:

ເວທີປາໄສຂອງຂະແໜງການທ່ອງທ່ຽວ ແມ່ນເພື່ອແນໃສ່ຊຸກຍູ້ການພັດທະນາການທ່ອງທ່ຽວຫວຽດນາມໃຫ້ຍືນຍົງ. ບັນດາອົງການຄຸ້ມຄອງລັດ, ລັດຖະບານ, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈະມີໂອກາດສົນທະນາໂດຍກົງກັບນັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ. ເວທີປາໄສແມ່ນບ່ອນປະກາດບັນດານະໂຍບາຍ, ຍຸດທະສາດ, ຄວາມສາມາດບົ່ມຊ້ອນແຫ່ງຊາດ ເພື່ອຊອກຫາວິທີການແກ້ໄຂບັນຫາເລັ່ງລັດການລົງທຶນ, ໂຄສະນາ, ດຶງດູດແຂກທ່ອງທ່ຽວຈາກຕະຫຼາດທ່ອງທ່ຽວແຫ່ງຕ່າງໆ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top