• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພື່ອໃຫ້ການດຳເນີນທຸລະກິດປະກັນໄພກາຍເປັນຊ່ອງທາງດຶງດູດເງິນທຶນທີ່ສຳຄັນໃຫ້ແກ່ພື້ນຖານເສດຖະກິດ

ຕອນເຊົ້າວັນທີ 22 ຕຸລາ, ບັນດາ ສ.ສ.ຊ ທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ 15 ໄດ້ຮັບຟັງ ໃບສະເໜີ ແລະ ບົດລາຍງານການກວດກາກ່ຽວກັບຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ(ສະບັບປັບປຸງ).
ທ່ານວູ້ຮົງແທງ ຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ

ຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ ໄດ້ເປີດກ້ວາງເປົ້າໝາຍນັກລົງທຶນຕ່າງປະເທດ, ອະນຸຍາດໃຫ້ບັນດາກຸ່ມບໍລິສັດການເງິນ ມີການເຄື່ອນໄຫວ ດຳເນີນທຸລະກິດປະກັນໄພ, ຫັນເງື່ອນໄຂເປັນງ່າຍດາຍໃຫ້ແກ່ບັນດາວິສາຫະກິດປະກັນໄພທີ່ໄດ້ຮັບໜັງສືອະນຸຍາດຢູ່ຫວຽດນາມ ມີຄວາມຫວັງຢາກສ້າງຕັ້ງວິສາຫະກິດປະກັນໄພໃໝ່. ເພີ່ມເຕີມການຈົດທະບຽນດຳເນີນທຸລະກິດ, ອະນຸຍາດໃຫ້ວິສາຫະກິດປະກັນໄພສະໜອງຜະລິດຕະພັນຂຶ້ນກັບຂົງເຂດປະກັນໄພອື່ນໆ. ທ່ານວູ້ຮົງແທງ ຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດຊີ້ແຈ້ງວ່າ :

    “ ປັບປຸງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ ແນໃສ່ຫັນແຜນນະໂຍບາຍ ແນວທາງຂອງພັກເປັນລະບອບກົດໝາຍ; ແກ້ໄຂບັນດາຂໍ້ຄວາມຈຳກັດ, ຄວາມອ່ອນດ້ອຍ ພາຍຫຼັງກ່ວາປີທີ່ປະຕິບັດກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພປີ 2000 , ຮັບປະກັນຄວາມເປັນເອກະພາບ, ລັກສະນະຄົບຊຸດຂອງລະບົບກົດໝາຍ, ພັດທະນາຕະຫຼາດປະກັນໄພຢ່າງປອດໄພ, ໂປ່ງໃສ, ໝັ້ນຄົງ, ມີປະສິດທິຜົນ, ຄ້າຍຄືທຳນຽມສາກົນ, ຍົກສູງຄວາມສາມາດແກ່ງແຍ້ງ, ພ້ອມກັບຕະຫຼາດເງິນຕາ-ສິນເຊືອ ແລະ ຕະຫຼາກຫຼັກຊັບກາຍເປັນ ຊ່ອງທາງດຶງດູດເງິນທຶນທີ່ສຳຄັນໃຫ້ແກ່ພື້ນຖານເສດຖະກິດ ”.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top