• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການປ້ອງກັນ, ຕ້ານການສໍ້ໂກງ, ການຄ້າຂາຍເຖື່ອນ

      ໜ້າທີ່ປ້ອງກັນ, ຕ້ານການສໍ້ໂກງ, ການຄ້າຂາຍເຖື່ອນ ແລະ ສິນຄ້າປອມ ແມ່່ນໜ້າທີ່ທາງດ້ານການເມືອງທີ່ສໍາຄັນແຖວໜ້າ ຕ້ອງປະຕິບັດຢ່າງເຂັ້ມງວດ, ຂ້ຽວຂາດ, ເປັນປະຈໍາ ແລະ ຕໍ່ເນື່ອງ. 

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ:TTXVN)
      ຕອນບ່າຍວັນທີ 19 ກຸມພາ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່່າບິ່ງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບ ຫ້ອງການປະຈໍາຄະນະຊີ້ນໍາແຫ່ງຊາດກ່ຽວກັບປ້ອງກັນ, ຕ້ານການສໍ້ໂກງ, ການຄ້າຂາຍເຖື່ອນ, ສິນຄ້າປອມ (ຄະນະຊີ້ນໍາ 389 ແຫ່ງຊາດ). ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ຮຽກຮ້ອງໃຫ້ຫ້ອງການດັ່ງກ່າວ ກໍານົດຢ່າງຈະແຈ້ງວ່າ ໜ້າທີ່ປ້ອງກັນ, ຕ້ານການສໍ້ໂກງ, ການຄ້າຂາຍເຖື່ອນ ແລະ ສິນຄ້າປອມ ແມ່່ນໜ້າທີ່ທາງດ້ານການເມືອງທີ່ສໍາຄັນແຖວໜ້າ ຕ້ອງປະຕິບັດຢ່າງເຂັ້ມງວດ, ຂ້ຽວຂາດ, ເປັນປະຈໍາ ແລະ ຕໍ່ເນື່ອງ. ທ່ານ ເຈືອງຮວ່າບິ່ງ ກໍເນັ້ນໜັກເຖິງ ວຽກງານບໍາລຸງສ້າງ, ຍົກສູງລະດັບຄວາມຮູ້ທາງດ້ານວິຊາການ, ພັນທະໜ້າທີ່ ໃຫ້ແກ່ພະນັກງານ, ລັດຖະກອນ ຫ້ອງການດັ່ງກ່າວ. 
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງບົດບາດສຳຄັນພິເສດ, ມີລັກສະນະພື້ນຖານ ແລະ ແກ່ນສານຂອງວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ.

Top