• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດ ດັ້ງທິງອັກທິ້ງ ຕ້ອນຮັບຄະນະຜູ້ແທນສານສູງສຸດ ໄທ

      ຕອນເຊົ້າວັນທີ 22 ກຸມພາ, ທີ່ສຳນັກງານປະທານປະເທດ ຫວຽດນາມ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສານສູງສຸດ ໄທ ໂດຍທ່ານ ຈິບ ຈຸລາມົນ, ປະທານສານສູງສຸດ ໄທ ເປັນຫົວໜ້າຄະນະ, ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 

ທີ່ການຕ້ອນຮັບ (ພາບ: TTXVN)
      ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ຫວຽດນາມ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບກັບ ໄທ. ພາຍຫລັງກ່ວາ 40 ປີ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ໄທ ນັບມື້ນັບມີປະສິດທິຜົນໃນທຸກຂົງເຂດ, ພິເສດແມ່ນໃນຂົງເຂດການຄ້າ, ການລົງທຶນ, ວັດທະນະທຳ, ສັງຄົມ, ກົດໝາຍ…ເມື່ອຕີລາຄາສູງການຮ່ວມມືໃນຂົງເຂດຕຸລາການ, ສານລະຫວ່າງ ຫວຽດນາມ - ໄທ ໃນໄລຍະຜ່ານມາ, ທ່ານນາງຮອງປະທານປະເທດເນັ້ນໜັກວ່າ: ການຮ່ວມມືດັ່ງກ່າວໄດ້ປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດເລິກເຊິ່ງກ່ວາ.
        ສ່ວນທ່ານ ຈິບ ຈຸລາມົນ ປະທານສານສູງສຸດ ໄທ ໃຫ້ຮູ້ວ່າ: ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນແນໃສ່ເພີ່ມທະວີການພົວພັນລະຫວ່າງອົງການຍຸຕິທຳ 2 ປະເທດກ່ວາອີກ, ຫັນບັນດາເນື້ອໃນເຊິ່ງ 2 ຝ່າຍໄດ້ເຫັນດີເປັນເອກະພາບໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສານສູງສຸດ 2 ປະເທດໃຫ້ປະກົດຜົນເປັນຈິງ. ທ່ານ ຈິບ ຈຸລາມົນ ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງສານ 2 ປະເທດຈະນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ.
 (ແຫຼ່ງຄັດຈາກ VOV)
 

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top