• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ

      ວັນທີ 16 ມັງກອນ, ພົນໂທ ຫງວຽນຈ້ອງເຫງັ້ຍ, ຮອບຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ໄປສະຖານທູດປະເທດສປປ.ລາວ ປະຈຳຮ່າໂນ້ຍ ເພື່ອອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ (20 ມັງກອນ 1949 – 20 ມັງກອນ 2019).

ພົນໂທ ຫງວຽນຈ້ອງເຫງັ້ຍ ອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ
(ພາບ: qdnd.vn)
      ນະທີນີ້, ພົນໂທ ຫງວຽນຈ້ອງເຫງັ້ຍ ໃຫ້ຮູ້ວ່າ, ຫວຽດນາມ ກໍ່ຖືວັນທີ 20 ມັງກອນ ແມ່ນວັນບຸນໃຫຍ່ຂອງຕົນ. ສະນັ້ນ, ຫວຽດນາມ ພວມຈັດຕັ້ງຫຼາຍລາຍການ, ການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ ເພື່ອຂ່ຳນັບຊົມເຊີຍ, ຖືນີ້ແມ່ນໂອກາດທີ່ດີເພື່ອສຶກສາ, ອົບຮົມລຸ້ນໜຸ່ມກ່ຽວກັບສາຍພົວພັນມິດຕະພາບແບບພິເສດລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດ.
        ກ່າວສະແດງຄວາມຂອບໃຈການນຳກະຊວງປ້ອງກັນປະເທດຫວຽດນາມ, ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ທອງສະຫວັນ ພົມວິຫານ ຢືນຢັນວ່າ, ໃນຖານະຕຳແໜ່ງປະຕິບັດງານຂອງຕົນ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພັດທະນາ ແລະ ປົກປັກຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດລະຫວ່າງກອງທັບ ແລະ ປະຊາຊົນ 2 ປະເທດໃຫ້ແກ່ຄົນລຸ້ນຫຼັງ.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top