• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຫວັງ​ວ່າ ມຽນ​ມາ ຈະ​ກັບ​ຄືນ​ສູ່​ສະ​ພາບ​ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ​ໂດຍ​ໄວ

ສະພາບການຜັນແປຢູ່ ມຽນມາ ໃນປັດຈຸບັນ ແມ່ນສົ່ງຜົນກະທົບບໍ່ດີຕໍ່ສະຖຽນລະພາບ, ການພັດທະນາ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ມຽນມາ, ຮຽກຮ້ອງໃຫ້ບັນດາຝາຍທີ່ກ່ຽວຂ້ອງ ຈົ່ງລະງັບໃຈ, ຫຼີກລ້ຽງບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ດຳເນີນການເຈລະຈາ ເພື່ອມຸ່ງໄປເຖິງວິທີການແກ້ໄຂທີ່ເໝາະສົມ ແລະ ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍຂອງ ມຽນມາ ກໍຄື ຄວາມມຸ່ງມາດປາດຖະໜາ ແລະ ເຈດຈຳນົງຂອງປະຊາຊົນ ມຽນມາ.

ວັນທີ 26 ກຸມພາ, ສະມັດຊາໃຫຍ່ ສປຊ ໄດ້ຈັດກອງປະຊຸມບໍ່ເປັນທາງການ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ມຽນມາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ ສະພາບການຜັນແປຢູ່ ມຽນມາ ໃນປັດຈຸບັນ ແມ່ນສົ່ງຜົນກະທົບບໍ່ດີຕໍ່ສະຖຽນລະພາບ, ການພັດທະນາ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ ມຽນມາ, ຮຽກຮ້ອງໃຫ້ບັນດາຝາຍທີ່ກ່ຽວຂ້ອງ ຈົ່ງລະງັບໃຈ, ຫຼີກລ້ຽງບັນດາການກະທຳທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ດຳເນີນການເຈລະຈາ ເພື່ອມຸ່ງໄປເຖິງວິທີການແກ້ໄຂທີ່ເໝາະສົມ ແລະ ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍຂອງ ມຽນມາ ກໍຄື ຄວາມມຸ່ງມາດປາດຖະໜາ ແລະ ເຈດຈຳນົງຂອງປະຊາຊົນ ມຽນມາ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍສະແດງຄວາມປາດຖະໜາຂອງ ຫວຽດນາມ ທີ່ວ່າ ມຽນມາ ຈະກັບຄືນສູ່ສະພາບເປັນປົກກະຕິໂດຍໄວ ເພື່ອການພັດທະນາຂອງ ມຽນມາ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ ແລະ ວິວັດການສ້າງປະຊາຄົມ ອາຊຽນ. ທ່ານກໍຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມ ແລະ ບົດບາດເປັນກາງຂອງ ທູດພິເສດຂອງ ເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບບັນຫາ ມຽນມາ, ສົ່ງເສີມການສົມທົບລະຫວ່າງ ທູດພິເສດ ກັບ ອາຊຽນ ເພື່ອແນໃສ່ສ້າງສະພາບການມີສະຖຽນລະພາບ ຢູ່ ມຽນມາ.
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top