• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ: FDI ໃນ 9 ເດືອນທີ່ຜ່ານມາເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

ຍອດຈຳນວນເງິນລົງທຶນໂດຍກົງຂອງຕ່າງປະເທດ FDI ຢູ່ຫວຽດນາມ  ໃນ 9 ເດືອນທີ່ຜ່ານມາຍັງຄົງບັນລຸ 22,15 ຕື້ USD ,ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
(ພາບປະກອບ)

ເຖິງວ່າ ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ຢ່າງໜັກກໍຕາມ, ແຕ່ຍອດຈຳນວນເງິນລົງທຶນໂດຍກົງຂອງຕ່າງປະເທດ FDI ຢູ່ຫວຽດນາມ  ໃນ 9 ເດືອນທີ່ຜ່ານມາຍັງຄົງບັນລຸ 22,15 ຕື້ USD ,ເພີ່ມຂຶ້ນ 4,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.  ເຖິງວ່າ ພວມຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19 ຢ່າງໜັກກໍຕາມ, ແຕ່ບັນດາແຂວງທາງພາກໃຕ້ຫວຽດນາມຍັງຄົງສະແດງໃຫ້ເຫັນຄວາມດູດດື່ມສຳລັບນັກລົງທຶນຕ່າງປະເທດ, ແຂວງລອງອານ ນຳໜ້າດ້ວຍຍອດທຶນຈົດທະບຽນ 3,6 ຕື້ USD, ກວມເອົາ 16,4% ຍອດຈຳນວນເງິນລົງທຶນຈົດທະບຽນຢູ່ຫວຽດນາມນັບແຕ່ຕົ້ນປີມາຮອດປະຈຸບັນ. ຜ່ານນັ້ນ ກໍໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງນັກລົງທຶນຕ່າງປະເທດຕໍ່ແງ່ຫວັງຍາວນານຂອງເສດຖະກິດຫວຽດນາມ.

    ໃນ 9 ເດືອນທີ່ຜ່ານມາ, ມີ94 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າມາລົງທຶນຢູ່ຫວຽດນາມ. ສິງກະໂປ ນຳໜ້າ ດ້ວຍ ຍອດຈຳນວນເງິນລົງທຶນເກືອບ 6,3 ຕຶ້ USD; ສ.ເກົາຫຼີ ລືນກາຍຍີປູ່ນເພື່ອຢັນອັນດັບທີ 2  ດ້ວຍຍອດຈຳນວນເງິນລົງທຶນ 3,9 ຕື້ USD, ຍີປຸ່ນຢືນອັນດັບທີ 3 ດ້ວຍຍອດຈຳນວນເງິນລົງທຶນ 3,3 ຕື້ USD  .

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top