• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີ ຢັ້ງຢືນບໍ່ມີນະໂຍບາຍເປັນປໍລະປັກ ກັບ ສປປ.ເກົາຫຼີ

      ມີເຈົ້າໜ້າທີ່ກະຊວງທ້ອນໂຮມຊາດ ສ. ເກົາຫຼີຜູ້ໜຶ່ງ ໃຫ້ຮູ້ວ່າ ພຽງຢາງ ຍັງບໍ່ທັນມີຄຳຕອບຕໍ່ການ  ໂທລະສັບການທະຫານ ຂອງເຊອູນ ແລະ ການຕິດຕໍພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ພາຍຫຼັງການນຳສປປ.ເກົາຫຼີ Kim Jong-un ສະເໜີໃຫ້ຟື້ນຟູສາຍຕິດຕໍ່ພົວພັນໃນຕົ້ນເດືອນຕຸລາ.
ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Chung Eui-yong (ພາບ: YONHAP/TTXVN)
      ວັນທີ 1 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Chung Eui-yong ໄດ້ປະຕິເສດຄຳຮຽກຮ້ອງຂອງ ສປປ.ເກົາຫຼີ ກ່ຽວກັບເລື່ອງ ສ.ເກົາຫຼີ ແລະ ອາເມລິກາ ຕ້ອງປະຖິ້ມ “ນະໂຍບາຍເປັນປໍລະປັກ”, ຖືນີ້ ແມ່ນການກະທຳ ພຽງລຳພັງຝ່າຍດຽວ, ພ້ອມທັງຢ້ຳຄືນວ່າ ເຊີອູນ ແລະ ວໍຊິງຕັນ ບໍ່ມີນະໂຍບາຍຄືແນວນັ້ນ ກັບ ພຽງຢາງ. ທ່ານລັດຖະມົນຕີການຕ່າງປະເທດ Chung Eui-yong ໄດ້ຢັ້ງຢືນວ່າ ສ.ເກົາຫຼີ ແລະ ອາເມລິກາ ບໍ່ມີບໍ່ວ່ານະໂຍບາຍເປັນປໍລະປັກໃດຕໍ່ ສປປ.ເກົາຫຼີ.
ແລະກໍ່ໃນວັນດຽວກັນ, ມີເຈົ້າໜ້າທີ່ກະຊວງທ້ອນໂຮມຊາດ ສ. ເກົາຫຼີຜູ້ໜຶ່ງ ໃຫ້ຮູ້ວ່າ ພຽງຢາງ ຍັງບໍ່ທັນມີຄຳຕອບຕໍ່ການ  ໂທລະສັບການທະຫານ ຂອງເຊອູນ ແລະ ການຕິດຕໍພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ພາຍຫຼັງການນຳສປປ.ເກົາຫຼີ Kim Jong-un ສະເໜີໃຫ້ຟື້ນຟູສາຍຕິດຕໍ່ພົວພັນໃນຕົ້ນເດືອນຕຸລາ.
      ໃນເຫດການທີ່ກ່ຽວຂ້ອງ, ວັນທີ 1 ຕຸລາ, ບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ຂັ້ນສູງຂອງ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ປຶກສາຫາລື ເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ. ໃນການເຈລະຈາທາງໂທລະສັບລະຫວ່າງ 3 ຝ່າຍ, ທ່ານ Kim Man-ki ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ທ່ານ Ely Ratner ຮັບຜິດຊອບ ບັນຫາຄວາມໝັ້ນຄົງ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ທ່ານ Kazuo Masuda ເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດ ຍີ່ປຸ່ນ, ເຫັນດີເປັນເອກະພາບຮ່ວມມືກັນຢ່າງແໜ້ນແຟ້ນກ່ຽວກັບວິທີການສະແດງປະຕິກິລິຍາຕໍ່ບັນຫານີ້ ໃນອະນາຄົດ.
(ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

UNESCO ຮັບ​ຮອງ​ເອົາ​ມະ​ຕິ​ເຊີດ​ຊູ​ນັກ​ວັດ​ທະ​ນະ​ທຳ ເລ​ກຸຍ​ໂດນ

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.

Top