• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິ້ນສຸດໂຄງການບັນດານະຄອນຂອງໂລກຢູ່ຫວຽດນາມ

      ໂຄງການບັນດານະຄອນຂອງໂລກຢູ່ ຫວຽດນາມ ໄດ້ສິ້ນສຸດລົງ. ນີ້ແມ່ນໂຄງການຊຸກຍູ້ການແລກປ່ຽນບົດຮຽນ ແລະ ບັນດາພຶດຕິກຳຕົວຈິງກ່ຽວກັບນະໂຍບາຍພັດທະນາຕົວເມືອງລະຫວ່າງສະຫະພາບເອີລົບ ແລະ ບັນດາປະເທດນອກກຸ່ມ.

(ພາບປະກອບ: TTXVN) 
      ໂຄງການບັນດານະຄອນຂອງໂລກຢູ່ ຫວຽດນາມໂດຍກົມໃຫຍ່ນະໂຍບາຍເຂດ ແລະ ຕົວເມືອງຄະນະກຳມະການເອີລົບ (DG REGIO) ຄຸ້ມຄອງ, ດ້ວຍຍອດມູນຄ່າ 700.000 ເອີໂຣ. ໂຄງການເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການແລກປ່ຽນຂໍ້ມູນຂ່າວສານ ແລະ ບັນດາພຶດຕິກຳຕົວຈິງທີ່ດີ ກ່ຽວກັບບັນດາບັນຫານະໂຍບາຍພັດທະນາຕົວເມືອງ ແລະ ພາກພື້ນ.
        ຢູ່ ຫວຽດນາມ, ໂຄງການເລີ່ມຕົ້ນໃນເດືອນມິຖຸນາ 2017, ໃນນັ້ນນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ສົມທົບກັບນະຄອນ Milan (ອີຕາລີ) ແລະ Kosice (ສະໂລວາກີ). ເລື່ອງສິ້ນສຸດໂຄງການໃນຄັ້ງນີ້ ພຽງແຕ່ແມ່ນບາດກ້າວເລີ່ມຕົ້ນ, ເພາະວ່າຜ່ານການພົວພັນໃນໄລຍະຜ່ານມາ, ບັນດາຝ່າຍຈະມີການຮ່ວມມືໃນຂົງເຂດເໝາະສົມຕ່າງໆຢ່າງລະອຽດ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top