• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ຜັນ​ແປ​ຂອງ​ໂຄວິດ-19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

ໄລມາຮອດປະຈຸບັນ, ມີຜູ້ຕິດເຊື້ອໂຄວິດ - 19 ກ່ວາ 500.000 ຄົນ ຢູ່ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີ.
ຄົນເຈັບໄດ້ຮັບການປິ່ນປົວຫາຍດີຢູ່ຫວຽດນາມ

ຕາມຂ່າວພາກຄ່ຳວັນທີ 25 ກັນຍາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 17 ໂມງ ຂອງວັນທີ 24 ກັນຍາ ຫາເວລາ 17 ໂມງຂອງວັນທີ 25 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝຕື່ມອີກ 9.706 ຄົນ ຢູ່ 34 ແຂວງ, ນະຄອນ. ໃນນັ້ນ, ນະຄອນ ໂຮ່ຈີມິນ ແລະ ບິ່ງເຢືອງ ແມ່ນສອງທ້ອງຖິ່ນມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດ. 

ໄລຮອດວັນທີ 25 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 736.972 ຄົນ ຢືນອັນດັບ 46/222 ປະເທດ ແລະ ເຂດແຄ້ວນ ແລະ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 505.859  ຄົນ ແລະ ຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 18.220 ຄົນ

           ປະຈຸບັນ, ມີ 16 ໃນຈຳນວນ 63 ແຂວງ, ນະຄອນຢູ່ຫວຽດນາມ ໄດ້ຜ່ານ 14 ວັນ ຊຶ່ງບໍ່ມີກໍລະນີຕິດເຊື້ອໃໝ່ຢູ່ພາຍໃນປະເທດ, ນັ້ນແມ່ນ ບັກກ້ານ, ຕວຽນກວາງ, ລາຍເຈົາ, ຮ່ວາບີງ , ອຽນບ້າຍ, ຮ່າຢາງ, ທ້າຍງວຽນ, ດ້ຽນບຽນ, ວີ້ງຟຸກ, ຫາຍຟ່ອງ, ຝຸ້ເຖາະ, ນິງບີງ, ນາມດີ້ງ, ບັກຢາງ, ຖ້າຍບີງ ແລະ ຫຼ້າງເຊີນ

  ຍອດຈຳນວນວັກຊິນທີ່ໄດ້ສັກແມ່ນ ເກືອບ 36,8 ລ້ານ ໂດສ, ໃນນັ້ນເຂັມທີ 2 ແມ່ນ 7,2 ລ້ານໂດສ.

     ສ່ວນຢູ່ໃນໂລກ, ໄລຮອດເວລາ 1ໂມງເຄິ່ງ ວັນທີ 25 ກັນຍາ ຕາມເວລາ UTC, ໂລກຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 231.864.262 ຄົນ, ໃນນັ້ນ ມີ 4.750.491 ຄົນຖືກເສຍຊີວິດ. ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ ກ່ວາ 208 ລ້ານ ຄົນ. ອາເມລິກາຍັງຄົງແມ່ນປະເທດຮັບຜົນສະທ້ອນຢ່າງໜັກກ່ວາໝູ່ດ້ວຍຈຳນວນຜູ້ຕິດເຊື້ອ 43.635.337 ຄົນ ແລະ 704.478 ຄົນເສຍຊີວິດ. ຖັດມາແມ່ນອິນເດຍ ແລະ ບຣາຊິວ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top