• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດ Covid – 19 ໃນທົ່ວໂລກ

      ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ຫຼາຍປະເທດໃນໂລກໄດ້ຢັ້ງຢືນມີຜູ້ເສຍຊີວິດ ແລະ ຕິດເຊື້ອ Covid – 19 ຢູ່ໃນລະດັບສູງ ຄື ລັດເຊຍ, ອິນເດຍ ແລະ ບຣາຊິນ

ພາບປະກອບ: TTXVN
      ຕາມເວັບໄຊສະຖິຕິ Worldometers.info, ໄລ່ຮອດຕອນເຊົ້າວັນທີ 30 ພຶດສະພາ (ຕາມເວລາ UTC), ທົ່ວໂລກມີ ຜູ້ຕິດເຊື້ອ Covid – 19 ລວມທັງໝົດກ່ວາ 6 ລ້ານຄົນແລ້ວ, ໃນນັ້ນມີ ຜູ້ເສຍຊີວິດກ່ວາ 366.000 ຄົນ. ອາເມລິກາ ຍັງແມ່ນປະເທດມີຈຳນວນຜູ້ຕິດເຊື້ອ Covid – 19  ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ, ຖັດມາແມ່ນ ອັງກິດ ແລະ ບຣາຊິນ.
            ສ່ວນຢູ່ຫວຽດນາມໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 30 ພຶດສະພາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 1 ຄົນ. ຜູ້ຕິດເຊື້ອຄົນທີ 328 ແມ່ນເພດຊາຍ, ອາຍຸ 1 ປີ ເປັນຜູ້ໂດຍສານໃນຖ້ຽວບິນ VN0062 ກັບຄືນມາຫວຽດນາມ ຈາກລັດເຊຍ, ແລະໄດ້ຮັບການແຍກຕົວປິ່ນປົວທັນທີ ພາຍຫຼັງເຂົ້າເມືອງ, ເປັນການສະກັດກັ້ນການແຜ່ລະບາດອອກສູ່ຊຸມຊົນ. ປັດຈຸບັນ, ຄົນເຈັບດັ່ງກ່າວໄດ້ຮັບການແຍກຕົວ ແລະ ປິ່ນປົວຢູ່ໂຮງໝໍພະຍາດເຂດຮ້ອນນະຄອນ ຫ໋າຍເຢືອງ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານຮອງນາຍົກລັດຖະມົນຕີ ອັງກິດ David Lammy

ທ່ານເລຂາທິການໃຫຍ່ ໂຕເລິມ ແບ່ງປັນວ່າ ທ່ານຮອງນາຍົກລັດຖະມົນຕີ David Lammy ແມ່ນການນຳຜູ້ທຳອິດຂອງ ອັງກິດ ເຊິ່ງທ່ານເລຂາທິການໃຫຍ່ພົບປະ ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ.

Top