• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ສະຖານທີ່ ເຊື່ອມຕໍ່ ເພື່ອຄວາມມະນຸດສະທໍາ

ສູນສັນລະສູດ ADN ສັງກັດສະຖາບັນ ເຕັກໂນໂລຊີ ຊີວະວິທະຍາ (ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ) ຮັບ ປະກັນວິເຄາະ ADN 4000 ຕົວແບບ/ປີ. ນີ້ແມ່ນບາດກ້າວ ຂະ ຫຍາຍຕົວ ຢ່າງກ້າວກະໂດດຂັ້ນ ກ່ຽວກັບ ການເປີດກວ້າງ ຂອບຂະ ໜາດໝູນໃຊ້ ຂອງ ເຕັກໂນໂລຊີ ສັນລະສູດ AND ອັດຖິ ນັກຮົບຜູ້ ເສຍສະຫຼະຊີວິດເພື່ອຊາດ ຢູ່ ຫວຽດນາມ. 
ສູນສັນລະສູດ ADN ລວມມີ 10 ກຸ່ມຫ້ອງສະອາດ ມີໜ້າທີ່ຈັດແກ້ ຕົວແບບອັດຖິ ແລະ ຕົວແບບພີ່ນ້ອງ, ບັນດາຫ້ອງທົດລອງ ຮັບໃຊ້ ການຄົ້ນຄວ້າ ແລະ ພັດທະນາ, ເຂດເກັບຮັກສາຕົວແບບ, ເຂດກວດ ສອບຄຸນນະພາບ, ລະບົບ ເຊີເວີ ແລະ ລະບົບຫ້ອງການ ມີເນື້ອທີ່ ກວ່າ 750 ຕາຕະລາງແມັດ. ສູນໄດ້ນຳໃຊ້ ບັນດາເຄື່ອງມື ອຸປະ ກອນ ທີ່ທັນສະໄໝ ທີ່ຈຸດເວລາເລີ່ມລົງທຶນ ແນໃສ່ ທຽບທັນກັບ ລະ ດັບຄວາມສາມາດ ສັນລະສູດ ADN ຂອງບັນດາປະເທດກ້າວໜ້າ.


ອາຄານ ສູນສັນລະສູດ ADN. ພາບ: ເອກະສານ


ຜູ້ຊ່ຽວຊານເຢຍລະມັນ ແນະນຳການນຳໃຊ້ອຸປະກອນ. ພາບ: ເອກະສານ


ລະບົບການຫາພັນທຸກໍາ ຂອງ Ion PG ລຸ້ນໃໝ່. ພາບ: ເອກະສານ


ເຮັດວຽກຢູ່ຄະນະກຳມະການ ກ່ຽວກັບຜູ້ຫາຍສາບສູນ- ICMP ຢູ່ ສະຫະພັນ ບົດສະນີ ແຮກເຊໂກວິນາ. ພາບ: ເອກະສານ


ສູນວິເຄາະ ADN ສັງກັດສະຖາບັນເຕັກໂນໂລຊີ ຊີວະວິທະຍາ (ສະ ພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ) ລວມ ມີ ກຸ່ມ 10 ຫ້ອງທົດລອງ ຕັ້ງຢູ່ເຂດຄົ້ນຄວ້າ
ແລະ ຜັນຂະຫຍາຍ ເຕັກ ໂນໂລຊີ ໂກ໊ເຍ້ວ, ປະຕິບັດໜ້າທີ່ສັນລະສູດ ອັດຖິ ນັກຮົບຜູ້ເສຍ ສະ ຫຼະຊີວິດເພື່ອຊາດ. ພາບ: ຫວຽດເກື່ອງ



T
ບັນດານັກເຕັກນິກ ກ່າວວ່າ ສິ່ງທີ່ຫຍຸ້ງຍາກທີ່ສຸດການສັນລະສູດ ADN ໃນປັດຈຸບັນ ແມ່ນບັນດາຕົວແບບອັດຖິ ຂອງ ນັກຮົບ ທີ່ຖືກ ຝັງມາເປັນເວລາຫຼາຍປີ,
ມີຄວາມຜຸເປື່ອຍຫຼາຍ. ພາບ: ຫວຽດເກື່ອງ



ສະກັດ ADN ຈາກຕົວແບບອັດຖິ. ພາບ: ເອກະສານ


ຜູ້ປະເມີນ ວິເຄາະຕົວຢ່າງ ຂອງ ຍາດພີ່ນ້ອງ. ພາບ: ເອກະສານ


ເຄື່ອງຈັກສະກັດ ADN ໂດຍອັດຕະໂນມັດ. ພາບ: ເອກະສານ


ວິເຄາະຕົວແບບ ທີ່ສູນສັນລະສູດ ADN ສັງກັດສະຖາບັນ ເຕັກໂນ ໂລຊີ ຊີວະວິທະຍາ. ພາບ: ຫວຽດເກື່ອງ


ພະນັກງານສູນສັນລະສູດ ADN ໄດ້ເຮັດວຽກ ຢ່າງໜັກ ດ້ວຍຄວາມ ຫວັງ ຈະນຳຜົນການສັນລະສູດ ຢ່າງໄວ ແລະ ຊັດເຈນທີສຸດ ເພື່ອ ນຳມາຄວາມປິຕິຍິນດີ ໃຫ້ແກ່
ຍາດຕິພີ່ ນ້ອງ ຄອບຄົວ ຂອງ ນັກຮົບ ຜູ້ເສຍສະຫຼະຊີວິດ ເພື່ອຊາດ. ພາບ: ຫວຽດເກື່ອງ

ປະລິນຍາໂທ ຮວ່າງຮ່າ, ຮອງຜູ້ອຳນວຍການສູນ ໃຫ້ຮູ້ວ່າ ສູນໄດ້ ສົ່ງຜູ້ຊ່ຽວຊານເກັ່ງສຸດ 6 ທ່ານ ໄປຝຶກອົບຮົມ ຢູ່ອົງການສາກົນ ຄົ້ນ ຫາຜູ້ຫາຍສາບສູນ (ICMP) ຢູ່ສະຫະພັນ ບົດສະນີ ແຮກເຊໂກວິນາ,  ກໍຄືບັນດາຫ້ອງທົດລອງທີ່ ນະຄອນ ຮໍາບວກ- ສ ເຢຍລະມັນ. ພະນັກງານທັງໝົດທີ່ເຂົ້າຮ່ວມວຽກງານສັນລະສູດ ຕ່າງກໍ ເຂົ້າຮ່ວມ ໂຄງການຝຶກອົບຮົມ ເປັນເວລາ 2 ປີ ໂດຍບັນດາຜູ້ ຊ່ຽວຊານ ແຖວໜ້າ ພາກວິຊາພັນທຸກໍາ ທາງອາຍາ ຂອງ ສ ອາເມລິກາ ມາ ຫວຽດນາມ ເພື່ອສິດສອນ.

ແຕ່ປີ 2000-2011, ສະຖາບັນເຕັກໂນໂລຊີ ຊີວະວິທະຍາ ໄດ້ດຳເນີນ ການສັນລະສູດ ອັດຖິ ຂອງ ນັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດ ເກືອບ 1.000 ຕົວແບບ ແລະ ກຳນົດຊື່ໄດ້ກວ່າ 800 ຕົວແບບ. ໄລຍະປີແຕ່ 2011-2015, ໄລ່ສະເລັ່ຍແຕ່ລະປີ, ທາງສະຖາບັນ ກຳນົດຕົວແບບອັດຖິ ຂອງ ນັກຮົບທີ່ເສຍສະຫຼະ ຊີ ວິດ ເພື່ອຊາດ ໄດ້ 400 ຕົວແບບ.

ແຕ່ລະມື້ ຜູ້ຊ່ຽວຊານເກືອບ 50 ທ່ານ ຂອງ ສະຖາບັນ ສັນລະສູດ ADN ຍັງຄົງເຮັດວຽກດ້ວຍຄວາມຫ້າວຫັນ, ໃນນັ້ນມີທັງພະນັກງານ ຊາວ ສ ເກົາຫຼີ ໄດ້ຕັ້ງໜ້າເຮັດວຽກຢ່າງໜັກຕະຫຼອດຄືນດ້ວຍຄວາມ ພະຍາຍາມທ່ີສຸດ ເພື່ອບັນລຸຜົນ, ນໍາມາຊຶ່ງ ຄວາມປິຕິຍິນດີ ໃຫ້ຄອບຄົວຍາດພີ່ນ້ອງ ຂອງ ນັກຮົບທ່ີເສຍສະຫຼະຊີວິດເພື່ອຊາດ. ບໍ່ມີ ຄວາມສຸກ ໃດທຽບເທົ່າ ເມື່ອຜົນຂອງການສັນລະສູດ ADN ຖືກ ກັບ ຊື່ຂອງນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ. ນັ້ນແມ່ນ ຂອງຂວັນທາງ ໃຈ ມີລັກສະນະມະນຸດສະທຳອັນສູງສົ່ງ ທີ່ ສູນສັນລະສູດ ADN ມອບ ໃຫ້ແກ່ປະຊາຊົນ ຫວຽດນາມ.


ປີ 2015, ລັດຖະບານ ໄດ້ຕົກລົງ ຖື ສັນລະສູດ ADN ໃຫ້ກາຍເປັນ ໜຶ່ງ ໃນບັນດາວຽກງານ ຈໍາຕ້ອງ ປະຕິບັດ ໃນຂັ້ນຕອນ ກຳນົດ ຊື່ ຂອງ ນັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດ ໂດຍຜ່ານການສັນລະສູດ ກະດູກ. ສູນສັນລະສູດ ADN ສັງກັດສະຖາບັນເຕັກໂນໂລຊີ ຊີວະ ວິທະຍາ (ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດ ນາມ) ເປັນໜຶ່ງໃນສາມ ໜ່ວຍງານ ໄດ້ຮັບການລົງທຶນ ກວ່າ 200 ຕື້ດົ່ງ ໃນທົ່ວປະເທດ, ຮັບປະກັນ ກຳລັງ ຄວາມສາມາດ ສັນລະສູດ ໄດ້ 4000 ຕົວແບບ/ປີ. ນີ້ແມ່ນບາດກ້າວ ກະໂດດຂັ້ນກ່ຽວກັບ ການ ເປີດກວ້າງ ຂອບຂະໜາດໝູນໃຊ້ ຂອງ ເຕັກໂນໂລຊີ ສັນລະສູດ ADN ອັດຖິ ນັກຮົບ ທ່ີເສຍສະຫຼະຊີວິດ ເພື່ອຊາດຢູ່ ຫວຽດນາມ. 

ບົດ: ບິກເວິນ - ພາບ: ຫວຽດເກື່ອງ, ເອກະສານ

ລຸງ ໂຮ່ເທິງວາລະສານ ຂ່າວພາບ ຫວຽດນາມ ໃນໄລຍະປີ 1954 – 1969

ລຸງ ໂຮ່ເທິງວາລະສານ ຂ່າວພາບ ຫວຽດນາມ ໃນໄລຍະປີ 1954 – 1969

ໃນໄລຍະປີ 1954 – 1969, ຮູບພາບ ຫວຽດນາມ (ຊື່ເດີມຂອງວາລະສານ ຂ່າວພາບຫວຽດນາມໃນປະຈຸບັນ) ໄດ້ຮັບກຽດ ແລະ ຄວາມພາກພູມໃຈຢ່າງຍິ່ງ ທີ່ໄດ້ນຳສະເໜີຮູບພາບຫຼາຍພັນຮູບ ກ່ຽວກັບບັນດາການເຄື່ອນໄຫວພາຍໃນ ແລະ ຕ່າງປະເທດ ຂອງປະທານ ໂຮ່ຈີມິນ.

Top