• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສອງໜ້າທີ່ໃຈກາງຂອງລັດຖະບານ ແມ່ນຕ້ານໂລກລະບາດຢ່າງມີປະສິດທິຜົນ ແລະ ປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ

ຕອນບ່າຍວັນີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີມອບຂໍ້ຕົກລົງໃຫ້ແກ່ສະມາຊິກລັດຖະບານອາຍຸການສະພາແຫ່ງຊາດຊຸດທີ 15. ທ່ານ ປະທານປະເທດຫງວຽນຊວນຟຸກ , ທ່ານນາຍົກລັດຖະມົນຕີ ຝ້າມມິນຈີ້ງ ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.
ທ່ານ ປະທານປະເທດຫງວຽນຊວນຟຸກ , ທ່ານນາຍົກລັດຖະມົນຕີ ຝ້າມມິນຈີ້ງ ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ພ້ອມດ້ວຍບັນດາສະມາຊິດລັດຖະບານ

ທີ່ພິທີ, ທ່ານ ປະທານປະເທດຫງວຽນຊວນຟຸກ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີຄື : ທ່ານ ຝ້າມບິງມິນ, ທ່ານ ເລມິນຄ້າຍ, ທ່ານເລວັນແທ່ັງ, ທ່ານ ວູ້ດຶກດາມ ບໍ່ມີໜ້າຍ້ອນພວມປະຕິບັດໜ້າທີ່ຕ້ານໂລກລະບາດຢູ່ພາກໃຕ້. ທ່ານ ປະທານປະເທດຫງວຽນຊວນຟຸກ ກໍຍັງ ມອບຂໍ້ຕົກລົງແຕ່ງຕັ້ງລັດຖະມົນຕີ 22 ທ່ານ ແລະ ຫົວໜ້າຂະແໜງ, ແລະ ກໍໃນພິທີ, ທ່ານ ປະທານປະເທດຫງວຽນຊວນຟຸກ ຍັງສະແດງຄວາມເຊື້ອໝັ້ນວ່າ ທ່ານນາຍົກລັດຖະມົນຕີ ຝ້າມມິນຈີ້ງ, ບັນດາຮອງນາຍົກລັດຖະມົນຕີ ພ້ອມກັບບັນດາສະມາຊິກລັດຖະບານອາຍຸການ 2021 – 2026ຈະເຮັດຫຼ້ອນໜ້າທີ່ຊຶ່ງໄດ້ຮັບມອບໝາຍເປັນຢ່າງດີ.  ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຝ້າມມິນຈີ້ງ ຢືນຢັນວ່າ :

    “ ໃນສະພາບການປັດຈຸບັນ, ເມື່ອໂລກລະບາດພວມຜັນແປຢ່າງສັບສົນໃນພາກພື້ນ ແລະ ໃນໂລກ , ລັດຖະບານໄດ້ກຳນົດ 2 ໜ້າທີ່ໃຈກາງ ນັ້ນແມ່ນຕ້ານໂລກລະບາດຢ່າງມີປະສິດທິຜົນ ແລະ ປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ຊຶ່ງສະພາແຫ່ງຊາດໄດ້ຮັບຮອງເອົາ,  ຮັບປະກັນການຊ່ວຍໜູນສັງຄົມ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ເຊື່ອມໂຍງສາກົນ”.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top