• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ.ເກົາຫຼີ ເນັ້ນໜັກຫຼັກການ “ເຄົາລົບອະທິປະໄຕ ແລະ ເຄົາລົບເຊິ່ງກັນ ແລະ ກັນ” ໃນການພົວພັນສາກົນ

ພາຍຫລັງການນຳ ສປປ.ເກົາຫຼີ ແລະ ອາເມລິກາ ໄດ້ເຫັນດີເປັນເອກະພາບສ້າງສາ “ສາຍພົວພັນໃໝ່” 

ການນຳ Kim Jong-un ແລະ ທ່ານປະທານາທິບໍດີ ອາເມລິກາ  Donald Trump (ພາບ: EPA/TTXVN)
ທີ່ກອງປະຊຸມສຸດຍອດໃນອາທິດກ່ອນ, ວັນທີ 17 ມິຖຸນາ, ໜັງສືພິມ Rodong Sinmun, ສຽງຂອງພັກແຮງງານ ສປປ.ເກົາຫຼີ ໄດ້ລົງພິມບົດນຳ ໃນນັ້ນ ເນັ້ນໜັກວ່າ: “ບັນດາຄຳຮຽກຮ້ອງພຽງລຳພັງຝ່າຍດຽວ”. ດັ່ງນັ້ນ, ບັນດາປະເທດ ແລະ ກຸ່ມເຜົ່າພັນທັງໝົດ ຄວນພັດທະນາບັນດາການພົວພັນມິດຕະພາບ ແລະ ການຮ່ວມມື ໂດຍອີງໃສ່ຫຼັກການເຄົາລົບເຊິ່ງກັນ ແລະ ກັນ, ແລະ ບໍ່ລະເມີດອະທິປະໄຕຂອງກັນ. ບົດຂຽນຊີ້ແຈ້ງວ່າ: “ການພົວພັນລະຫວ່າງບັນດາປະເທດເດີນຕາມບັນດາຜົນປະໂຫຍດພຽງລຳພັງຝ່າຍດຽວນັ້ນ ບໍ່ສາມາດຄົງຕົວຍາວນານ”. ພ້ອມທັງບົດນຳກໍ່ຢືນຢັນທັດສະນະຂອງ ພຽງຢາງ ກ່ຽວກັບເລື່ອງພ້ອມແລ້ວທີ່ຈະປັບປຸງ ແລະ ພັດທະນາການພົວພັນກັບບັນດາປະເທດທີ່ເຄີຍເປັນປໍລະປັກ ຫຼື ສູ້ຢັນກັບ  ສປປ.ເກົາຫຼີ, ແຕ່ເນັ້ນໜັກວ່າ: ບັນດາປະເທດນີ້ ຕ້ອງເຄົາລົບອຳນາດອະທິປະໄຕ ກໍ່ຄືມີການກະທຳສະໜິດສະໜົມກັບ ສປປ.ເກົາຫຼີ.
 (ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top