• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານການຕ່າງປະເທດຂອງສະພາແຫ່ງຊາດນັບມື້ນັບເປັນມືອາຊີບ, ທັນສະໄໝ

ກຳມາທິການການຕ່າງປະເທດສະພາແຫ່ງຊາດຊຸດທີ XV ໄດ້ຈັດວາລະປະຊຸມຄັ້ງປະຖົມມະລຶກ ເພື່ອຜັນຂະຫຍາຍວຽກງານຈັດຕັ້ງ, ບຸກຄະລາກອນ ແລະ ແລກປ່ຽນບັນດາການກຳນົດທິດໃຫຍ່ໃຫ້ແກ່ການຜັນຂະຫຍາຍບັນດາໜ້າທີ່ໃນສະໄຫມຂອງກຳມາທິການ.
ວາລະປະຊຸມຄັ້ງປະຖົມມະລຶກ. (ພາບ: TTXVN)
ຕອນບ່າຍວັນທີ 26 ກໍລະກົດ, ກຳມາທິການການຕ່າງປະເທດສະພາແຫ່ງຊາດຊຸດທີ XV ໄດ້ຈັດວາລະປະຊຸມຄັ້ງປະຖົມມະລຶກ ເພື່ອຜັນຂະຫຍາຍວຽກງານຈັດຕັ້ງ, ບຸກຄະລາກອນ ແລະ ແລກປ່ຽນບັນດາການກຳນົດທິດໃຫຍ່ໃຫ້ແກ່ການຜັນຂະຫຍາຍບັນດາໜ້າທີ່ໃນສະໄຫມຂອງກຳມາທິການ, ກໍຄືບາງວຽກງານນັບແຕ່ນີ້ຮອດສະໄໝກອງປະຊຸມຄັ້ງທີ 2 ຂອງສະພາແຫ່ງຊາດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ເຈິນແທັງເໝີນ ສະເໜີໃຫ້ກຳມາທິການສະພາແຫ່ງຊາດຊຸດທີ XV ສືບຕໍ່ຜັນຂະຫຍາຍບັນດາແຜນນະໂຍບາຍໃຫຍ່ຂອງພັກ ກ່ຽວກັບການເສີມຂະຫຍາຍບົດບາດປະຈັນບານຂອງວຽກງານການຕ່າງປະເທດ, ສ້າງພື້ນຖານການທູດຢ່າງຮອບດ້ານ, ທັນສະໄໝ ດ້ວຍ 3 ເສົ້າຄ້ຳແມ່ນ ການຕ່າງປະເທດພັກ, ການຕ່າງປະເທດລັດ ແລະ ການທູດປະຊາຊົນ; ນຳວຽກງານການຕ່າງປະເທດຂອງສະພາແຫ່ງຊາດໃຫ້ຂຶ້ນສູ່ລະດັບສູງໃໝ່, ເປັນມືອາຊີບ, ທັນສະໄໝ, ມີປະສິດທິຜົນ ແລະ ແທດຈິງກວ່າ. ກຳມາທິການຄວນສືບຕໍ່ຍົກສູງຄຸນນະພາບການຄົ້ນຄວ້າ, ເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ສ້າງລະບົບກົດໝາຍໃຫ້ສົມບູນແບບ ເພື່ອຮັບໃຊ້ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ ກໍຄືການຕັດສິນບັນດາບັນຫາສຳຄັນກ່ຽວກັບການທູດ, ເອົາໃຈໃສ່ຕິດຕາມກວດກາການປະຕິບັດຄຳໝັ້ນສັນຍາສາກົນ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top