• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນການໄປປະຕິບັດງານຢູ່ຕ່າງປະເທດຂອງທ່ານປະທານປະເທດ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ

      ການໄປປະຕິບັດງານຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານປະທານປະເທດນຳໜ້າ ໄດ້ບັນລຸທຸກເປົ້າໝາຍທີ່ໄດ້ວາງອອກ ແລະ ນຳມາເຊິ່ງໝາກຜົນຢ່າງຮອບດ້ານ, ສືບຕໍ່ປະກອບສ່ວນຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ.
            ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມ ກູບາ ຢ່າງເປັນທາງການ ແລະ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ ສປຊ ຊຸດທີ 76 ຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃນລະຫວ່າງວັນທີ 18 – 24 ກັນຍາ 2021, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ການໄປປະຕິບັດງານຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານປະທານປະເທດນຳໜ້າ ໄດ້ບັນລຸທຸກເປົ້າໝາຍທີ່ໄດ້ວາງອອກ ແລະ ນຳມາເຊິ່ງໝາກຜົນຢ່າງຮອບດ້ານ, ສືບຕໍ່ປະກອບສ່ວນຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ.
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ (ພາບ: TTXVN)
      ການໄປປະຕິບັດງານຄັ້ງນີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສົ່ງສານຢ່າງແຮງອອກສູ່ໂລກ ກ່ຽວກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍແບບຫຼາຍຝ່າຍ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ກ່ຽວກັບປະເທດຫວຽດນາມ ເປັນເພື່ອນທີ່ໜ້າໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ຢັ້ງຢືນຄວາມສາມັກຄີທີ່ບໍລິສຸດ, ການສະໜັບສະໜູນເຊິ່ງກັນແລະກັນ, ການຮ່ວມມືຢ່າງຮອບດ້ານ ນັບທັງການຕ່າງປະເທດ, ການທູດຂອງລັດ ແລະ ການທູດປະຊາຊົນ ລະຫວ່າງ ຫວຽດນາມ ແລະ ກູບາ.
            ພ້ອມດຽວກັນນັ້ນ, ສືບຕໍ່ຢັ້ງຢືນຢ່າງແຮງ, ຈະແຈ້ງ ກັບເພື່ອນມິດສາກົນກ່ຽວກັບປະເທດຫວຽດນາມ ຮັກຫອມສັນຕິພາບ, ມີຄວາມມຸ່ງມາດປາດຖະໜາພັດທະນາ ແລະ ບືນຕົວຂຶ້ນ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີລັກສະນະສ້າງສັນເຂົ້າໃນບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາໃນທົ່ວໂລກ, ພິເສດ ແມ່ນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູ, ພັດທະນາແບບຍືນຍົງໃນໄລຍະເກີດໂລກລະບາດ ແລະ ພາຍຫຼັງໂລກລະບາດ; ຍາດແຍ່ງໄດ້ການສະໜັບສະໜູນຂອງປະຊາຄົມສາກົນໄດ້ຢ່າງແທດຈິງ ແລະ ມີປະສິດທິຜົນ, ພິເສດແມ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງສະພາບການຕ່າງປະເທດຢ່າງໝັ້ນຄົງໜັກແໜ້ນ ແລະ ສະດວກແກ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາປະເທດແບບຍືນຍົງ./.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top