• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ,ຈີນເຈລະຈາຢູ່ໂຕກຽວ

      ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ແລະ ທ່ານລັດຖະມົນຕີການຕ່າງປະເທດຈີນ ວາງອີ ພົບປະຢູ່ໂຕກຽວ ໃນວັນທີ 15 ເມສາ ເພື່ອປຶກສາຫາລືກ່ຽວກັບໂຄງການນິວເຄຼຍຂອງສປປ.ເກົາຫຼີ ແລະ ບັນດາບັນຫາອື່ນຢູ່ພາກພື້ນ.

ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ,ຈີນເຈລະຈາຢູ່ໂຕກຽວ
(ພາບ: Reuters)
      ຕໍ່ຈາກນັ້ນ, ຕາມແຜນການ, ວັນທີ 16 ເມສາ, ເຈົ້າໜ້າທີການທູດ 2 ທ່ານ ຈະເປັນປະທານການເຈລະຈາເສດຖະກິດຂັ້ນສູງ, ໃນນັ້ນປຶກສາຫາລືກ່ຽວກັບບັນດາກາລະໂອກາດຮ່ວມມືດ້ານເສດຖະກິດ ລວມທັງການຄ້າ ແລະ ການລົງທຶນ. ຕາມບັນດາເຈົ້າໜ້າທີ່ຍີ່ປຸ່ນ ແລ້ວ, ນີ້ແມ່ນການເຈລະຈາດ້ານເສດຖະກິດຂັ້ນສູງເປັນຄັ້ງທຳອິດໃນຮອບເວລາເກືອບ 8 ປີຜ່ານມາລະຫວ່າງຍີ່ປຸ່ນ ແລະ ຈີນ. ປີ 2018 ແມ່ນປີເປັນຂີດໝາຍ 40 ປີແຫ່ງວັນລົງນາມໃນສົນທິສັນຍາສັນຕິພາບ ແລະ ມິດຕະພາບ 2 ຝ່າຍລະຫວ່າງຍີ່ປຸ່ນ ແລະ ຈີນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບຫຼຽນໄຊ​ອັນ​ສູງ​ສົ່ງ​ຂອງ​ລາ​ຊະ​ອາ​ນາ​ຈັກ ແດນ​ມາກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ຫວັງ​ຢ່າງ​ຍິງວ່າ ຢາກ​ສະ​ຫງວນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່​ນີ້​ໃຫ້​ປະ​ຊາ​ຊົນ ຫວຽດ​ນາມ, ໃຫ້​ລຸ້ນ​ຄົນ ຫວຽດ​ນາມ ແລະ ແດນ​ມາກທີ່​ຕັ້ງ​ພື້​ນ​ຖານ, ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ໃນ​ຕະຫຼອດ​ໄລ​ຍະ 55 ປີ​ຜ່ານ​ມາ.

Top