• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ແທນຊາວໜຸ່ມຫວຽດນາມ 7 ຄົນເຂົ້າຮ່ວມເວທີປາໄສຊາວໜຸ່ມອາຊຽນຄັ້ງທີ 11

      ເຂົ້າຮ່ວມການເຄື່ອນໄຫວ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາຫົວຂໍ້ຄື: ການສຶກສາ, ພື້ນຖານເສດຖະກິດດີຈີຕອນ, ຊາວໜຸ່ມແລະປະຊາຄົມ.
ແທນຊາວໜຸ່ມຫວຽດນາມ 7 ຄົນເຂົ້າຮ່ວມເວທີປາໄສຊາວໜຸ່ມອາຊຽນຄັ້ງທີ 11
      ໂດຍໄດ້ຮັບຄຳເຊື້ອເຊີນຂອງຄະນະເລຂາອາຊຽນແລະກະຊວງວັດທະນະທຳ, ຊາວໜຸ່ມແລະກິລາບຣູໄນ, ສູນກາງຄະນະຊາວໜຸ່ມ ກອມມູນິດໂຮ່ຈີມິນ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ, ຈະຈັດສົ່ງຜູ້ແທນຊາວໜຸ່ມຫວຽດນາມດີເດັ່ນ 7 ຄົນເຂົ້າຮ່ວມເວທີປາໄສຊາວໜຸ່ມອາຊຽນຄັ້ງທີ 11 ເຊິ່ງໄດ້ຮັບການຈັດຕັ້ງຂຶ້ນໃນຕະຫຼອດເດືອນສິງຫາປີ 2021 ຕາມຮູບການທາງໄກ.
      ດ້ວຍຫົວຂໍ້ “ກຽມພ້ອມໃຫ້ແກ່ອະນາຄົດໃນສະພາບການປົກກະຕິໃໝ່”, ເປົ້າໝາຍຂອງເວທີປາໄສເພື່ອແນໃສ່ສ້າງກາລະໂອກາດເພື່ອໃຫ້ຊາວໜຸ່ມອາຊຽນເຂົ້າຮ່ວມປຶກສາຫາລື, ຍົກອອກບັນດາຂໍ້ລິເລີ່ມ, ແນວຄວາມຄິດທີ່ກ່ຽວຂ້ອງເຖິງການຍົກສູງບົດບາດຂອງຊາວໜຸ່ມຕໍ່ການພັດທະນາແບບຍືນຍົງ, ສ້າງລະບົບຊາວໜຸ່ມກຽມພ້ອມກັບບັນດາກາລະໂອກາດແລະສິ່ງທ້າທາຍໃນອະນາຄົດ.
      ເຂົ້າຮ່ວມການເຄື່ອນໄຫວ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາຫົວຂໍ້ຄື: ການສຶກສາ, ພື້ນຖານເສດຖະກິດດີຈີຕອນ, ຊາວໜຸ່ມແລະປະຊາຄົມ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ກາ​ນາ​ດາ

ທ່ານ​ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ກາ​ນາ​ດາ

ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢູ່​ສະ​ໜາມ​ບິນ, ຝ່າຍ​ກາ​ນາ​ດາ​ມີ: ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ; ທ່ານ Jim Nichkel ເອກ​ອັກ​ຄະ​ລັດ​ທ​ະ​ຖູດ ກາ​ນາ​ດາ​ປະ​ຈຳ ຫວຽດ​ນາມ.

Top