• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບປະທານສະພາແຫ່ງຊາດ ສະຫະພັນ Micronesia

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຊີ້ແຈ້ງວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບສະຫະພັນ Micronesia.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ Wesley W. Simina, ປະທານສະພາແຫ່ງຊາດ Micronesia

ຕອນບ່າຍວັນທີ 8 ມິຖຸນາ, ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Wesley W. Simina, ປະທານສະພາແຫ່ງຊາດ Micronesia ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຊີ້ແຈ້ງວ່າ ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບສະຫະພັນ Micronesia. ທ່ານປະທານປະເທດ ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ 2 ປະເທດເປັນເຈົ້າການໃນການຊອກຮູ້, ຊຸກຍູ້ບັນດາກາລະໂອກາດຮ່ວມມື. ທ່ານປະທານປະເທດ ຫວັງວ່າ 2 ຝ່າຍຊຸກຍູ້ການແລກປ່ຽນການຄ້າໃນບັນດາປະເພດສິນຄ້າຄື: ກະສິກຳ, ເຄື່ອງໃຊ້ສອຍ, ເຄື່ອງກົນຈັກກະສິກຳ; ສົ່ງເສີມການລົງທຶນໃນບາງຂົງເຂດພື້ນຖານຄື ພື້ນຖານໂຄງລ່າງ, ການທ່ອງທ່ຽວ, ໂທລະຄົມ…

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງ Micronesia ໄດ້ສະໜັບສະໜູນ ຫວຽດນາມ ດຳລົງຕຳແໜ່ງເປັນ ກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2008 – 2009. ທ່ານປະທານປະເທດ ສະເໜີໃຫ້ Micronesia ສືບຕໍ່ສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

        ທ່ານປະທານສະພາແຫ່ງຊາດ Wesley W. Simina ໃຫ້ຮູ້ວ່າ: Micronesia ປາດຖະໜາຢາກຮ່ວມມືໃນບັນດາຂົງເຂດເຊິ່ງ ຫວຽດນາມ ມີທ່າແຮງຄື: ພັດທະນາກະສິກຳ, ເສດຖະກິດທະເລ ແລະ ການສຶກສາບຳລຸງສ້າງ…

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top