• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວ ສະເຫຼີມສະຫຼອງວັນແພດໝໍຫວຽດນາມ

ຕອນບ່າຍວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ໂຮງໝໍແບກມາຍ ໄດ້ຈັດພິທີສະເຫຼີມສະຫຼອງວັນແພດໝໍຫວຽດນາມ( ວັນທີ 27/2/1955 – 27/2/2018)  ແລະ ປຸກລະດົມ ຂະບວນການແຂ່ງຂັນຮັກຊາດໃນທົ່ວໂຮງໝໍ

ປະທານປະເທດ ເຈີນດ້າຍກວາງຕາງໜ໊າພັກ, ລັດຫວຽດນາມ
ປະດັບຫຼຽນໄຊແຮງງານຊັ້ນ 2 ເມື່ອທີ 2 ໃຫ້ແກ່ໂຮງໝໍແບກມາຍ

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງໄດ້ສະເໜີ ຖັນແຖວສາດສະດາຈານ, ແພດໝໍ, ພາລະກອນສາທາລະນະສຸກ, ພະນັກງານ, ລັດຖະກອນ, ຊາວຜູ້ອອກແຮງງານຂະແໜງສາທາລະນະສຸກເວົ້າລວມ ແລະ ໂຮງໝໍແບກມາຍເວົ້າສະເພາະ ຈົ່ງຍົກສູງຄຸນນະພາບການກວດ ແລະ ປິ່ນປົວພະຍາດ, ເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ.  ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ກ່າວວ່າ : 

   “ ເພີ່ມທະວີການຮ່ວມມືສາກົນໃນການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນກ່ຽວກັບການກວດ, ປິ່ນປົວພະຍາດ, ບຳລຸງສ້າງທາງດ້ານວິຊາການກັບບັນດາໂຮງໝໍ, ອົງການສາທາລະນະສຸກຂອງບັນດາປະເທດທີີ່ມີພື້ນຖານການແພດທັນສະໄໝ, ຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອທາງດ້ານພາຫະນະອຸປະກອນ ແລະ ການລົງທຶນດ້ານແຫຼ່ງກຳລັງ. ເຊື່ອມຊຶມຢ່າງເລິກເຊິ່ງ ແລະ ປະຕິບັດຄຳສັ່ງສອນຂອງປະທານໂຮ່ຈິມິນ “ ທ່ານໝໍຕ້ອງປຽບເໝືອນຜູ້ເປັນແມ່ທີ່ດີ” . ເຊີດຊູຈິດໃຈຮັບຜິດຊອບ, ສຸດຈິດສຸດໃຈຕໍ່ຄົນເຈັບ.

    ແລະ ກໍເນື່ອງໃນໂອກາດສະເຫຼີມສະຫຼອງ 63 ປີແຫ່ງວັນແພດໝໍຫວຽດນາມ, ຕອນເຂົ້າວັນທີ 26 ກຸມພາ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ້ອງ ໄດ້ໄປຢ້ຽມຢາມ ແລະ ອວຍພອນບັນດາແພດໝໍໂຮງໝໍປະສູດສູນກາງ. ໃນຕອນເຊົ້າວັນດຽວກັນ,  ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມກໍໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ພະນັກງານ, ພາລະກອນສາທາລະນະສຸກ ແລະ ຄົນເຈັບທີ່ພວມປິ່ນປົວຢູ່ສູນສາທາລະນະສຸກເມືອງເຮື້ອງຮ້ວາ ແລະ ສູນສາທາລະນະສຸກເມືອງດັກຣົງ.

     ແລະ ກໍເນື່ອງໃນໂອກາດ ສະເຫຼີມສະຫຼອງວັນແພດໝໍຫວຽດນາມ( ວັນທີ 27/2/1955 – 27/2/2018), ຕອນບ່າຍວັນ 26 ກຸພາ, ຢູ່ຮ່າໂນ້ຍ, ທ່ານ ວໍ້ວັນເຖື້ອງ ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ລົງຢ້ຽມຢາມ ແລະ ອວຍພອນບັນດາແພດໝໍທີ່ໂຮງໝໍແພດພື້ນເມືອງສູນກາງ.

(ແຫຼ່ງຄັດຈາກ VOV)


ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top