• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວວັດທະນະທຳ, ສີລະປະຫຼາຍຮູບຫຼາຍສີ ຊົມເຊີຍລະດູບານໃໝ່ ປີຈໍ 2018

      ງານບຸນແຕ້ມຕົວໜັງສືຊົມເຊີຍລະດູບານໃໝ່ປີນີ້ ມີຜູ້ເຂົ້າຮ່ວມແຕ້ມຕົວໜັງສືກວ່າ 60 ຄົນ; ວາງສະແດງ ຕົວໜັງສືດີເດັ່ນ 34 ແຜ່ນ ພ້ອມກັບບັນດາການເຄື່ອນໄຫວຫຼາຍຢ່າງຄື: ວາດພາບທັດສະນີຍະພາບໂຮງຮຽນທີ່ຈັດຕັ້ງການສອບເສັງ

ພາບປະກອບ
      ຕອນບ່າຍວັນທີ 9 ກຸມພາ, ງານບຸນແຕ້ມຕົວໜັງສືຊົມເຊີຍ ລະດູບານໃໝ່ ປີຈໍ 2018 ໂດຍພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍຈັດຕັ້ງ ໄດ້ດຳເນີນຢູ່ບໍລິເວນໜອງ ວັນ ຂຶ້ນກັບເຂດປູສະນີຍະສະຖານ ວັນໝ໋ຽວ - ກວກຕືຢ໋າມ (ຮ່າໂນ້ຍ). ງານບຸນແຕ້ມຕົວໜັງສືຊົມເຊີຍລະດູບານໃໝ່ປີນີ້ ມີຜູ້ເຂົ້າຮ່ວມແຕ້ມຕົວໜັງສືກວ່າ 60 ຄົນ; ວາງສະແດງ ຕົວໜັງສືດີເດັ່ນ 34 ແຜ່ນ ພ້ອມກັບບັນດາການເຄື່ອນໄຫວຫຼາຍຢ່າງຄື: ວາດພາບທັດສະນີຍະພາບໂຮງຮຽນທີ່ຈັດຕັ້ງການສອບເສັງ, ແນະນຳຜະລິດຕະພັນຂອງໝູ່ບ້ານອາຊີບຫັດຖະກຳ, ແນະນຳບັນດາຮູບແຕ້ມພື້ນເມືອງ, ຈັດຕັ້ງບັນດາການລະຫຼິ້ນພື້ນເມືອງ, ຈັດຕັ້ງບັນດາຮ້ານຂາຍອາຫານການກິນ, ສະແດງດົນຕີພື້ນເມືອງ,…
        ຕ້ອນຮັບລະດູບານໃໝ່, ແຂວງດັກນົງ ໄດ້ຈັດຕັ້ງການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອຫຼາຍຢ່າງ ຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ໃນນັ້ນຈຸດສຸມແມ່ນ “ງານບຸນລະດູບານໃໝ່ ປີຈໍ 2018 ”     ທ່ານນາງ  ຫວູທິອ໋າຍ
ຢວຽນ ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງດັກນົງ, ໃຫ້ຮູ້ວ່າ:
        “ ພະແນກໄດ້ສ້າງແຜນວາດໃຫ້ງານບຸນ ລະດູບານໃໝ່ ເປັນຕົ້ນແມ່ນການຕົບແຕ່ງປະດັບປະດາ, ການໂຄສະນາປຸກລະດົມ, ວາງກົດລະບຽບຂອງການແຂ່ງຂັນຕ່າງໆ, ສ້າງຕັ້ງຄະນະກຳມະການ, ສົ່ງບັດເຊີນ ເຊື້ອເຊີນບັນດາແຂວງອ້ອມຂ້າງເຂົ້າຮ່ວມ. ຜ່ານ ງານບຸນຄັ້ງນີ້ ກໍ່ຢາກສຶກສາອົບຮົມໃຫ້ບັນດາລຸ້ນໜຸ່ມ ຮັກສາບັນດາຈຸດຄວາມງາມ ເຊິ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້ ”
        ໃນຂະນະນັ້ນ, ວັນທີ 9 ກຸມພາ, ແຂວງ ຫວິງລອງ ກໍ່ໄດ້ຈັດຕັ້ງການແຂ່ງຂັນແຕ້ມຮູບໃສ່ວີ ດ້ວຍຫົວຂໍ້ວ່າ “ ນ້ອງແຕ້ມຄວາມໄຝ່ຝັນຂອງນ້ອງ ” ດ້ວຍການເຂົ້າຮ່ວມຂອງພວກນ້ອງນັກຮຽນ ບັນດາໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນໃນບໍລິເວນແຂວງ ເກືອບ 200 ຄົນ.
 (ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top