• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາງງາມ ຈາໄມກາ ໄດ້ຮັບນາມມະຍົດນາງງາມໂລກ ປີ 2019

Toni – Ann Singh ນາງງາມ ຈາໄມກາ ໄດ້ຮັບນາມມະຍົດນາງງາມໂລກ ປີ 2019 ໃນຄ່ຳຄືນປະກວດນາງງາມຊີງຊະນະເລີດ ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 14 ທັນວາ, ຢູ່ ລອນດອນ ພາຍຫຼັງທີ່ໄດ້ມີຄະແນນລື່ນກາຍນາງງາມກວ່າ 100 ຄົນ ຂອງປະເທດຕ່າງໆ ທີ່ເຂົ້າຮ່ວມງານປະກວດ.

Toni – Ann Singh ນາງງາມ ຈາໄມກາ ໄດ້ຮັບນາມມະຍົດນາງງາມໂລກ ປີ 2019 (ພາບ: upnewsinfo.com)

ຕາງໜ້າຫວຽດນາມ, ນາງງາມ ເລືອງຖຸ່ຍລິງ ກໍໄດ້ເຂົ້າຮອບປະກວດ top 12. ນີ້ແມ່ນໜຶ່ງໃນບັນດາຜົນງານສູງສຸດຂອງນາງສາວ ຫວຽດນາມ ທີ່ເຂົ້າຮ່ມງານປະກວດ Miss World  - ເວທີປະກວດນາງງາມທີ່ມີຂອບຂະໜາດໃຫຍ່ ແລະ ມີອິດທິພົນຊື່ສຽງທີ່ສຸດໃນໂລກ.

        ເປີດສາກໃຫ້ແກ່ຄ່ຳຄືນປະກວດຊີງ ນາງງາມ ຊະນະເລີດ ໂລກ ປີ 2019 ແມ່ນລາຍການສະແດງສິລະປະ “Dance of the World” ທີ່ເປັນເອກະລັກ. ບັນດານາງງາມໄດ້ນຸ່ງຊຸດອາພອນປະຈຳຊາດ ແລະ ສະແດງບັນດາວາດຟ້ອນທີ່ເປັນເອກະລັກຂອງບ້ານເກີດເມືອງນອນຂອງຕົນ. ນາງ Toni – Ann Singh, ອາຍຸ 23 ປີ, ເຊິ່ງເປັນນາງງານມາຈາກປະເທດ ຈາໄມກາ, ຊີງໄດ້ມຸງກຸດ Miss World  2019. ນາງເປັນນັກສຶກສາ ກຳລັງຮຽນຂະແໜງຈິດຕະສາດນີ້ ໄດ້ສ້າງຄວາມປະທັບໃຈຢ່າງແຮງ ດ້ວຍຄວາມໝັ້ນໃຈ, ຕະຫຼົກ ແລະ ພິເສດນາງໄດ້ມີນ້ຳສຽງທີ່ເຕັມໄປດ້ວຍພະລັງຊີວິດ ແລະ ເປັນແຫຼ່ງບັນດານໃຈ. ນາງກໍເປັນຜູ້ທີ່ຍາດໄດ້ໄຊຊະນະໃນການປະກວດຄວາມເກັ່ງກ້າສາມາດທີ່ງານປະກວດນາງງາມ Miss World  2019.

        ນະທີ່ນີ້, ຄະນະຈັດຕັ້ງກໍໄດ້ມອບລາງວັນ ຮອງນາງງາມທີ 2 ໃຫ້ແກ່  Suman Rao ມາຈາກ ອິນເດຍ ແລະ ຮອງນາງງາມຜູ້ທີ 1 ໄດ້ແກ່ນາງ Ophely Mezino ມາຈາກ ຝລັ່ງ.

(ແຫຼ່ງຄັດຈາກ VOV)

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ແຂວງ ຈຳ​ປາ​ສັກ ແລະ ສາ​ລະ​ວັນ ຊ່ວຍ​ເຫຼືອ​ບັນ​ດາ​ແຂວງຂອງ ຫວຽດ​ນາມ ແກ້​ໄຂ​ຜົນ​ເສຍ​ຫາຍ​ພາຍຫຼັງ​ພາ​ຍຸ​ນ້ຳ​ຖ້ວມ

ນັບແຕ່ວັນທີ 04 – 05 ພະຈິກ, ສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ລາວ ໄດ້ຮັບເງິນຈຳນວນ 1,6 ຕື້ດົ່ງ ຈາກອຳນາດການປົກຄອງ ແລະ ປະຊາຊົນ 2 ແຂວງ ຈຳປາສັກ ແລະ ສາລະວັນ ທີ່ຊ່ວຍເຫຼືອບັນດາແຂວງ, ນະຄອນຂອງ ຫວຽດນາມ ທີ່ຖືກຜົນກະທົບຈາກພາຍຸລູກທີ 12 ຜ່ານມາ.

Top