• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນ​ຟຸກ: ສາມັກຄີ, ຮ່ວມ​ມື, ​ເພີີ່ມ​ທະວີ​ລັດທິຫຼາຍຝ່າຍ​ ດ້ວຍ​ໃຈກາງ​ແມ່ນ ສປຊ

 ວັນທີ 21 ກັນຍາ, ໃນຂອບເຂດວາລະປຶກສາຫາລືລວມຂັ້ນສູງ ຂອງສະມັດຊາໃຫຍ່ ສປຊ ຊຸດທີ 75 ໄດ້ດໍາເນີນ “ວາລະປະຊຸມຂັ້ນສູງ ສະເຫຼີມສະຫຼອງ 75 ປິ ແຫ່ງວັນສ້າງຕັ້ງ ສປຊ” ໂດຍມີການເຂົ້າຮ່ວມຂອງການນໍາຂັ້ນສູງ 137 ທ່ານ ແລະ ລັດຖະມົນຕີບັນດາປະເທດສະມາຊິກ ສປຊ 33 ທ່ານ.

 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

(ພາບ: ກະຊວງການຕ່າງປະເທດຫວຽດນາມ)


ໃນສານຝາກເຖິງ ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ຈາກຜົນຮ້າຍຢ້ອນຫຼັງອັນໜັກໜ່ວງຈາກສົງຄາມ, ພາຍຫຼັງ 75 ປີ, ໂລກບໍ່ຕ້ອງປະເຊີນໜ້າກັບສົງຄາມໂລກຄັ້ງໃໝ່. ສັນຕິພາບ, ການຮ່ວມມືມິດຕະພາບໄດ້ຮັບການເພີ່ມພູນຄູນສ້າງ, ໄພອຶດຫິວ, ໂລກພະຍາດ ໄດ້ຮັບການຍູ້ຖອຍໄປ; ຊີວິດການເປັນຢູ່ຂອງມະນຸດໄດ້ຮັບການປົວແປງ. ບັນດາຜົນງານໃຫຍ່ຫຼວງນີ້ ບໍ່ສາມາດບັນລຸໄດ້ ຖ້າຫາກວ່າບໍ່ອີງໃສ່ບັນດາຫຼັກການພື້ນຖານຂອງ ກົດບັດ ສປຊ, ບໍ່ສາມາດບັນລຸໄດ້ຖ້າຫາກບໍ່ມີ ສປຊ - ໃຈກາງປະສານງານລວມຂອງບັນດາປະເທດ”. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ:

        “ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງບັນດາປະເທດ ທີ່ໄວ້ເນື້ອເຊື່ອໃຈ ເລືອກຕັ້ງ ຫວຽດນາມ ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ແລະ ຫວຽດນາມ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດໜ້າທີ່ອັນສໍາຄັນນີ້ໃຫ້ເປັນຢ່າງດີທີ່ສຸດ. ພ້ອມທັງເປັນປະທານ ອາຊຽນ 2020, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກພວມພະຍາຍາມກໍ່ສ້າງປະຊາຄົມ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມວັດທະນາຖາວອນ. ປະຊາຊົນຫວຽດນາມ ຢຶດໝັ້ນພ້ອມກັບບັນດາປະເທດໃນໂລກຮັກສາສັນຕິພາບ, ປະຕິບັດສໍາເລັດບັນດາເປົ້າໝາຍຂອງ ສປຊ ໃນທົ່ວໂລກ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈສູງ ແລະ ຄວາມມານະພະຍາຍາມຢ່າງແຮງ ພວກເຮົາຈະພ້ອມກັນກໍ່ສ້າງໂລກແຫ່ງສັນຕິພາບ ແລະ ອະນາຄົດອັນສົດໃສໃຫ້ວັນນີ້ ແລະ ອະນາຄົດ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top