• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຕ້ອນຮັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ

ວັນທີ 24 ຕຸລາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Kun-hyung Ahn, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ສ.ເກົາຫຼີ ພວມມີການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດ, ເຕັກນິກ ຫວຽດນາມ - ສ.ເກົາຫຼີ ຢູ່ ຫວຽດນາມ.

ທີ່ການຕ້ອນຮັບ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໄດ້ສະເໜີໃຫ້ ສ.ເກົາຫຼີ ແລະ ບັນດາອົງການຝ່າຍ ຫວຽດນາມ ສັງລວມ, ເລືອກເຟັ້ນບັນດາເນື້ອໃນຂໍ້ຕົກລົງສຳຄັນທີ່ກອງປະຊຸມລະຫວ່າງລັດຖະບານໂດຍໄວ ເພື່ອຍື່ນສະເໜີຕໍ່ຂັ້ນມີສິດອຳນາດຕັດສິນເຊັນໃນການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ. ເພື່ອສືບຕໍ່ພັດທະນາການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ຝ່າຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ສະເໜີວ່າ ຄະນະກຳມະການລະຫວ່າງລັດຖະບານຈະສະເໜີບັນດາມາດຕະການບຸກທະລຸ ເພື່ອເພີ່ມວົງເງິນການຄ້າສົ່ງອອກ, ນຳເຂົ້າລະຫວ່າງ 2 ປະເທດ ແລະ ດຸ່ນດ່ຽງການຄ້າລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໂດຍໄວ ເມືຶ່ອ ຫວຽດນາມ ຍັງນຳເຂົ້າເກີນດຸນຈາກ ສ.ເກົາຫຼີ.

        ສ່ວນທ່ານ Kun-hyung Ahn ຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ເຊື່ອໝັ້ນວ່າ ຫວຽດນາມ ຈະກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 3 ຂອງ ສ.ເກົາຫຼີ (ເພື່ອບັນລຸໄດ້ຄາດໝາຍ 100 ຕື້ USD ວົງເງິນການຄ້າສົ່ງອອກ-ນຳເຂົ້າ).

(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top