• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້: ສຸມໃສ່ສ້າງຊົນນະບົດໃໝ່ເປັນແບບຢ່າງ

ສໍາລັບຄາດໝາຍຂອງປີ 2019 ນີ້, ຫວຽດນາມຕ້ອງປະຕິບັດໃຫ້ສໍາເລັດ ແລະ ລື່ນກາຍລະດັບ 50% ຈໍານວນຕາແສງໃນທົ່ວປະເທດບັນລຸມາດຕະຖານຊົນນະບົດໃໝ່

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ເປັນປະທານກອງປະຊຸມ (ພາບ: TTXVN)

ວັນທີ 04 ມັງກອນ, ຢູ່ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ໄດ້ເປັນປະທານກອງປະຊຸມ ຂອງຄະນະຊີ້ນໍາສູນກາງ ບັນດາໂຄງການເປົ້າໝາຍແຫ່ງຊາດ ໄລຍະ 2016 – 2020, ຕີລາຄາຜົນແຫ່ງການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ ປີ 2018, ກໍ່ສ້າງບັນດາໜ້າທີ່ຈຸດສຸມໃນປີ 2019. ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຊີ້ແຈ້ງວ່າ ສໍາລັບຄາດໝາຍຂອງປີ 2019 ນີ້, ຫວຽດນາມຕ້ອງປະຕິບັດໃຫ້ສໍາເລັດ ແລະ ລື່ນກາຍລະດັບ 50% ຈໍານວນຕາແສງໃນທົ່ວປະເທດບັນລຸມາດຕະຖານຊົນນະບົດໃໝ່, ລື່ນການຄາດໝາຍ 70 ເມືອງບັນລຸມາດຕະການຊົນນະບົດໃໝ່ ແລະ ພິຈາລະນາບັນດາແຂວງ, ນະຄອນ ທີ່ປະຕິບັດສໍາເລັດໜ້າທີ່ກໍ່ສ້າງຊົນນະບົດໃໝ່່. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ບັນດາກະຊວງ, ຂະແໜງການ ຕ້ອງຫັນບັນດາເນື້ອໃນຂອງເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ ໃຫ້ເປັນພຶດຕິກໍາຕົວຈິງ, ບັນດາແຂວງ, ນະຄອນ ຄວນສຸມໃສ່ຊີ້ນໍາກໍ່ສ້າງຊົນນະບົດໃໝ່ເປັນແບບຢ່າງ.

        ກະຊວງການເງິນ ແລະ ທະນາຄານນະໂຍບາຍສັງຄົມ ຈະຍື່ນສະເໜີຕໍ່ລັດຖະບານ, ນາຍົກລັດຖະມົນຕີ ກ່ຽວກັບການສະເໜີລະດັບເງິນໃຫ້ກູ້ຢືມ ສໍາລັບຄອບຄົວທຸກຍາກ ໂດຍໄວ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top