• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງກຳລັງປະຕິບັດວຽກງານພາຍນອກ

      ຕອນບ່າຍວັນທີ 29 ກັນຍາຢູ່ຮ່າໂນ້ຍ, ທ່ານປະທານປະເທດຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງກຳລັງປະຕິບັດວຽກງານພາຍນອກ( ວັນທີ 29ກັນຍາປີ 1961-ວັນທີ 29 ກັນຍາປີ 2021) ແລະ ມອບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນ 2 ໃຫ້ແກ່ກົມວຽກງານພາຍນອກ ກະຊວງຕຳຫຼວດຫວຽດນາມ
ທ່ານປະທານປະເທດຫງວຽນຊວນຟຸກກ່າວຄຳເຫັນທີ່ພິທີ
      ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ຕີລາຄາສູງກຳລັງປະຕິບັດວຽກງານພາຍນອກຕຳຫຼວດປະຊາຊົນຫຸ່ນຕ່າງໆ ກ່ຽວກັບບັນດາວິລະກຳທີ່ດີເດັ່ນ, ການອຸທິດສ່ວນ ຄວາມເສຍສະຫຼະໃນ 60 ປີທີ່ຜ່ານມາ. ເມື່ອເນັ້ນໜັກເຖິງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ໜ້າທີ່ອັນຮີບດ່ວນໃນໄລຍະທີ່ຈະມາເຖິງ, ທ່ານປະທານປະເທດຫງວຽນຊວນຟຸກ ຫວັງວ່າ : ຄວນສືບຕໍ່ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດຢ່າງມີປະສິດທິຜົນ ເພື່ອປົກປັກຮັກສາຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ. ບໍ່ວ່າໃນສະພາບການໃດໆກໍຕ້ອງຮັກສາຫຼັກການຮັບປະກັນການນຳພາໂດຍກົງ, ທຸກດ້ານຂອງພັກ, ການບັນຊາສູງສຸດຂອງປະທານປະເທດ, ການຄ້ອງຄອງຂອງລັດຖະບານ.
(ແຫຼ່ງຄັດຈາກ VOV)

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

Top