• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມ,ອວຍພອນບຸນເຕັດແຂວງລອງອານ

ວັນທີ 3 ກຸມພາ, ຢູ່ ແຂວງ ລອງອານ, ຄະນະປະຕິບັດງານ ໂດຍທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ນຳຫນ້າໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ບັນດາຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ, ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ, ຜູ້ທຸກຍາກ ເນື່ອງໃນໂອກາດບຸນເຕັດປີຈໍ 2018. 

ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມມອບຂອງຂວັນບຸນເຕັດ ຢູ່ແຂວງລອງອານ

ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ໄດ້ຢືນຢັນ: ພັກ ແລະ ລັດ ຍາມໃດກໍ່ຈົດຈຳການເສຍສະຫລະອັນໃຫຍ່ຫລວງຂອງບັນດາທະຫານເຈັບປ່ວຍ, ທະຫານເສຍອົງຄະ, ຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ຍາມໃດກໍ່ມີຄວາມເອົາໃຈໃສ່ເຖິງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.

ທ່ານນາງປະທານສະພາແຫ່ງຊາດ ສະເຫນີອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນຢູ່ແຂວງ ລອງອານ ສືບຕໍ່ເອົາໃຈໃສ່, ເບິ່ງແຍງບັນດາຄອບຄົວໃນເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຢູ່ບໍລິເວນເພື່ອໃຫ້ເຂົາເຈົ້າມີຊີວິດອີ່ມໜຳສຳລານ ແລະ ດີງາມກວ່າ.

(ແຫຼ່ງຄັດຈາກ VOV)


ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top