• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກ ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຫຼາຍກວ່າ 2,6 ລ້ານຄົນ

      ອາເມລິກາ ແມ່ນປະເທດຖືກຜົນສະທ້ອນໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 550.000 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດແມ່ນ 30.230.000 ຄົນ. ຖັດຈາກນັ້ນ ແມ່ນ ບຣາຊິນ ແລະ ອິນເດຍ.
ສູນສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ລອນດອນ (ພາບ: THX/TTXVN)
      ໄລ່ຮອດຕອນເຊົ້າວັນທີ 18 ມີນາ, ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 121,4 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດຫຼາຍກວ່າ 2,6 ລ້ານຄົນ. ອາເມລິກາ ແມ່ນປະເທດຖືກຜົນສະທ້ອນໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 550.000 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດແມ່ນ 30.230.000 ຄົນ. ຖັດຈາກນັ້ນ ແມ່ນ ບຣາຊິນ ແລະ ອິນເດຍ.
        ຢູ່ ເອີຣົບ, ພາຍຫຼັງອົງການຄຸ້ມຄອງການຢາ ເອີີຣົບ (EMA) ສະແດງຄວາມເຊື່ອໝັ້ນຢ່າງແນວແນ່ຕໍ່ປະສິດທິຜົນຂອງວັກຊິນ AstraZeneca (ຂອງ ອັງກິດ) ໃນການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron  ແລະ ທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi ຕີລາຄາວ່າ ນີ້ແມ່ນສັນຍານທີ່ໜ້າປະເອີບໃຈສຳລັບວຽກງານສັກວັກຊິນກັນພະຍາດໂຄວິດ - 19, ແຕ່ການເຊື່ອມຕໍ່ການໃຊ້ວັກຊິນດັ່ງກ່າວຄືນໃໝ່ຢູ່ສອງປະເທດນີ້ ຍັງຕ້ອງລໍຖ້າຜົນສະຫຼຸບສຸດທ້າຍຂອງ EMA.
        ສ.ເກົາຫຼີ ກໍຢັ້ງຢືນວ່າ ຈຳນວນຜູ້ຕິດເຊື້ອລາຍໃໝ່ ໃນ 24 ຊົ່ວໂມງຜ່ານມາ ໄດ້ລື່ນກາຍຕົວເລກ 400 ຄົນ, ເພີ່ມຂຶ້ນເປັນ 469 ຄົນ, ໃນນັ້ນ ມີ 452 ຄົນ ແມ່ນຕິດເຊື້ອໃນຊຸມຊົນ, ເຊິ່ງເພີ່ມຂຶ້ນຢ່າງແຮງ ເມື່ອທຽບໃສ່ກ່ອນນັ້ນໜຶ່ງວັນ. 
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top