• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖ້ຳ ເຊີນດອງ ຢູ່ຫວຽດນາມສືບຕໍ່ດຶງດູດຄວາມສົນໃຈຈາກສື່ມວນຊົນສາກົນ

ວັນທີ 15 ກຸມພາ, ພະແນກທ່ອງທ່ຽວ ແຂວາງ ກວ໋າງບີງ ໃຫ້ຮູ້ວ່າ: ຖ້ຳ ເຊີນດອງ ແລະ ຮູບພາບກ່ຽວກັບຖ້ຳແຫ່ງນີ້ ຢູ່ ແຂວງ ກວ໋າງບີງ ຂອງຫວຽດນາມ ສືບຕໍ່ໄດ້ຮັບຄວາມສົນໃຈເປັນພິເສດຈາກສື່ມວນຊົນສາກົນ.


ຄວາມງາມຂອງຖ້ຳ ເຊີນດອງ

ພາບ:vietnam+ 

ວາລະສານກ່ຽວກັບການທອ່ງທ່ຽວແຖວຫນ້າຂອງໂລກ - Telegraph (ອັງກິດ) ຫາກໍ່ປະກາດໝາກຜົນການຄັດເລືອກ ສະຖານທີ່ທ່ອງທ່ຽວ 11 ແຫ່ງທີ່ຍອດຍິ່ງກວ່າໝູ່ໃນໂລກໄດ້ຮັບການຄົ້ນພົບໃນໄລຍະຜ່ານມາ, ໃນນັ້ນ ມີຖ້ຳ ເຊີນດອງ. ຕາມວາລະສານ Telegraph ແລ້ວ,  ຖ້ຳ ເຊີນດອງ ຂອງຫວຽດນາມ ໄດ້ຮັບຖືວ່າ ແມ່ນຖ້ຳໃຫຍ່ກວ່າໝູ່ ແລະ ກວ້າງກວ່າໝູ່ໃນໂລກ ແລະ ໄດ້ຄົ້ນພົບເມື່ອປີ 1990 ແລະ ສອງສາມປີມານີ້ ນັກທ່ອງທ່ຽວຈຶ່ງໄດ້ມາຄົ້ນຫາ ແລະ ຢ້ຽມຊົມໂດຍກົງເທົ່ານັ້ນ. ຢູ່ຈຸດສູງສຸດຂອງຖ້ຳແຫ່ງນີ້ ສາມາດບັນຈຸອາຄານ 40 ຊັ້ນ, ແລະ ຢູ່ ຈຸດກວ້າງສຸດສາມາດບັນຈຸເຮືອບິນ Boeing 747. ແຕ່ລະປີ ຈຳນວນນັກທ່ອງທ່ຽວໄດ້ຮັບອະນຸຍາດເຂົ້າຢ້ຽມຊົມ ແລະ ຄົ້ນຫາຖ້ຳເຊີນດອງ ພຽງກຳນົດຢູ່ໃນລະດັບ 1000 ຄົນ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

Top